ໃນວັນທີ 6 ພະຈິກ 2025 ກະຊວງການເງິນ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວາລະ ແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ໂດຍການເປັນປະທານຂອງທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງການເງິນ, ມີທ່ານ ຮອງລັດຖະມົນຕີ ກະຊວໂຍທາທິການ ແລະ ຂົນສົ່ງ, ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ, ມີບັນດາຮອງຫົວໜ້າກົມ, ສະຖາບັນ ແລະ ຕາງໜ້າຈາກຂະແໜງການທີ່ ກ່ຽວຂ້ອງທີ່ເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງການເງິນ ໃຫ້ຮູ້ວ່າ: ຕະຫຼອດໄລຍະ ເວລາຂອງການຈັດຕັ້ງປະຕິບັດວາລະແຫ່ງຊາດ ຂະແໜງການກ່ຽວຂ້ອງໄດ້ມີຄວາມເປັນເຈົ້າການ ແລະ ຄວາມ ຮັບຜິດຊອບສູງໃນການນໍາໄປຈັດຕັ້ງຜັນຂະຫຍາຍໃຫ້ກາຍເປັນແຜນງານ, ແຜນການ ແລະ ວຽກຈຸດສຸມລະອຽດ ໂດຍ ສະເພາະແມ່ນການສຸມໃສ່ແກ້ໄຂບັນດາສິ່ງທີ່ເປັນຂອດອຸດຕັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ເພື່ອຊຸກຍູ້ການ ສ້າງຖານການຜະລິດໃໝ່, ແກ້ໄຂບັນຫາການຮົ່ວໄຫລຂອງການເກັບລາຍຮັບງົບປະມານ, ການແກ້ໄຂບັນດາລະບອບ-ລະບຽບທີ່ເປັນສິ່ງກົດໜ່ວງໃຫ້ແກ່ການຄຸ້ມຄອງ-ບໍລິຫານລັດ ແລະ ອື່ນໆ. ຜ່ານການຈັດ ຕັ້ງປະຕິບັດຮອດປີ 2023 ເຊິ່ງເປັນປີສຸດທ້າຍຂອງວາລະແຫ່ງຊາດ ລັດຖະບານກໍ່ຄືສະພາແຫ່ງຊາດ ໄດ້ມີການຄົ້ນຄວ້າ ແລະ ຕົກລົງເຫັນດີໃຫ້ ສືບຕໍ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ໂດຍໄດ້ອອກມະຕິ 111/ສພຊ, ລົງວັນທີ 21 ພະຈິກ 2025 ວ່າດ້ວຍການສືບຕໍ່ ວາລະແຫ່ງຊາດຮອດປີ 2025 ເຊິ່ງມາຮອດປະຈຸບັນຖືວ່າເປັນປີມ້ວນທ້າຍຂອງການຈັດຕັ້ງປະຕິບັດວາລະແຫ່ງຊາດ ດັ່ງນັ້ນ, ກອງເລຂາຮັບຜິດຊອບຈຶ່ງໄດ້ມີການສະຫຼຸບ, ຕີລາຄາການຈັດຕັ້ງປະຕິບັດໃນ 05 ວຽກຈຸດສຸມເຊິ່ງໄດ້ຍົກໃຫ້ ເຫັນຜົນສໍາເລັດໃນຫຼາຍດ້ານ ໂດຍສະເພາະແມ່ນການສົ່ງເສີມການຜະລິດເປັນສິນຄ້າ ເພື່ອທົດແທນການນຳເຂົ້າ ແລະ ເປັນສິນຄ້າສົ່ງອອກ, ການຫັນເປັນທັນສະໄໝກ່ຽວກັບການຄຸ້ມຄອງການເກັບລາຍຮັບງົບປະມານ ຈົນກ້າວໄປສູ່ການ ເກີນດຸນງົບປະມານ, ການແກ້ໄຂບັນຫາອັດຕາເງິນເຟີ້ຈົນສາມາດຫຼຸດລົງມາຢູ່ໃນລະດັບ 4.5% ໃນເດືອນກັນຍາ 2025 ຈາກລະດັບສູງສຸດ 41.2% ໃນເດືອນ ກຸມພາ 2023 ແລະ ອື່ນໆ ເຖິງແມ່ນວ່າການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ ແລະ ການເງິນ ຈະມີຜົນສໍາເລັດໃນຫຼາຍດ້ານກໍ່ຕາມ, ແຕ່ກໍ່ຍັງເຫັນວ່າຍັງມີບາງດ້ານທີ່ບໍ່ສາມາດປະຕິບັດໄດ້ດີເທົ່າທີ ຄວນ ແລະ ຍັງຈະໄດ້ສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ. ສະນັ້ນ, ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອເປັນການສະຫຼຸບ, ຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ໃຫ້ມີ ຄວາມຖືກຕ້ອງ, ຊັດເຈນ ແລະ ສອດຄ່ອງກັບການຈັດຕັ້ງປະຕິບັດຂອງບັນດາຂະແໜງການທີ່ກ່ຽວຂ້ອງທີ່ກອງເລຂາໄດ້ ກຽມໄວ້ເບື້ອງຕົ້ນ, ເຊິ່ງຜູ້ເຂົ້າຮ່ວມໄດ້ພ້ອມກັນປຶກສາ ແລະ ສົນທະນາແລກປ່ຽນຢ່າງກົງໄປກົງມາ ຕໍ່ກັບຮ່າງບົດລາຍ ງານວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ທັງນີ້ກໍ່ເພື່ອເຮັດໃຫ້ຮ່າງບົດ ລາຍງານ ມີເນື້ອໃນຄົບຖ້ວນ ແລະ ຖືກຕ້ອງກັບສະພາບຄວາມເປັນຈິງຂອງຂະແໜງການ, ທັງເປັນການກະກຽມເນື້ອໃນ ເພື່ອລາຍງານໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ IX ທີ່ຈະເປີດຂຶ້ນໃນໄວໆນີ້.




