• ກະຊວງການເງິນ
  • |
  • 2025-11-01
  • |
  • ວຽກງານພັກ-ພະນັກງານ

      ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກກະຊວງການເງິນ ຄັ້ງທີ  IV ໄດ້ດໍາເນີນຢ່າງເປັນທາງການໃນວັນທີ 1 ພະຈິກ 2025, ພາຍໃຕ້ຄໍາຂວັນ: “ຍົກສູງບົດບາດຄວາມສາມາດການນໍາພາຂອງຄະນະພັກ,ຕັ້ງໜ້າເປັນເຈົ້າຕົນເອງບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝ,ຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃຫ້ມີຄວາມເຂັ້ມແຂງ,ສີຂຽວ ແລະ ຍືນຍົງ”

        ກອງປະຊຸມໃຫຍ່ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງການເງິນ ແລະ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີສະຫາຍ ປອ ວິໄລວົງ ບຸດດາຄໍາ ກຳມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ແລະ ມີຜູ້ແທນສົມບູນເຂົ້າຮ່ວມທັງໝົດ  323 ສະຫາຍ, ຍິງ 100 ສະຫາຍ, ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດທົ່ວອົງຄະນະພັກກະຊວງການເງິນຈໍານວນ 1,024 ສະຫາຍ, ຍິງ 374 ສະຫາຍ.

ກອງປະຊຸມໃຫຍ່ໄດ້ພ້ອມກັນຄົ້ນຄວ້າ ແລະ ໄດ້ຮັບຮອງເອົາຢ່າງເປັນເອກະສັນຕໍ່ບົດລາຍງານການເມືອງຂອງຄະນະບໍລິຫານງານພັກກະຊວງການເງິນ ຄັ້ງທີ III, ແຜນພັດທະນາຂະແໜງການເງິນໄລຍະ 5 ປີ, ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກກະຊວງ, ເຊິ່ງໄດ້ພ້ອມກັນຕີລາຄາໝາກຜົນແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການເງິນ, ເຫັນໄດ້ຜົນສໍາເລັດອັນພົ້ນເດັ່ນຮອບດ້ານທີ່ຍາດມາໄດ້ ໄດ້ສ້າງໜໍ່ແໜງສໍາຄັນເພື່ອເປັນປັດໃຈຊຸກຍູ້ການຫັນປ່ຽນໃຫ້ແຂງແຮງເລິກເຊິ່ງ ແລະ ຮອບດ້ານໃນຊຸມປີຕໍ່ໜ້າ.

         ກອງປະຊຸມໃຫຍ່ຍັງເປັນເອກະພາບດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນການນໍາພາ-ຊີ້ນໍາຂອງຄະນະບໍລິຫານງານພັກກໍຄືການຈັດຕັ້ງປະຕິບັດໜ້າທີ່, ວຽກງານຈຸດສຸມໃນບາງດ້ານ; ພ້ອມທັງຊີ້ໃຫ້ເຫັນສາເຫດຕົ້ນຕໍເພື່ອກໍານົດທິດທາງມາດຕະການແກ້ໄຂຂັ້ນຂອດຕ່າງໆ ແລະ ກອງປະຊຸມຍັງໄດ້ເປັນເອກະສັນກັນຮັບຮອງເອົາທິດທາງແຜນການ 05 ປີໃນຕໍ່ໜ້ານັບແຕ່ປີ 2026-2030 ເປັນຕົ້ນ: ສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການເງິນ ຄັ້ງທີ IV ໃຫ້ເປັນແຜນງານ, ແຜນການ ແລະ ວຽກງານລະອຽດດ້ວຍການສ້າງບາດລ້ຽວໃໝ່ ແລະ ບຸກທະລຸໃນທຸກດ້ານ; ຕັ້ງໜ້າປັບປຸງລະບົບການຈັດຕັ້ງຂອງຂະແໜງການເງິນໃຫ້ກະທັດຮັດ, ໜັກແໜ້ນ ແລະ ເຂັ້ມແຂງມີຄວາມຄ່ອງຕົວ; ສ້າງພະນັກງານ-ລັດຖະກອນຂະແໜງການເງິນໃຫ້ມີຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ມີຈັນຍາບັນ, ຈັນຍາທໍາ; ເສີມຂະຫຍາຍຕັ້ງໜ້າບຸກທະລຸການຄຸ້ມຄອງແຜນການ-ການເງິນ-ງົບປະມານຕາທິດເສດຖະກິດເອກະລາດເປັນເຈົ້າຕົນເອງໃຫ້ຂະແໜງການທ້ອງຖິ່ນ ຕາມທິດສາມສ້າງໃນການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາທາງດ້ານການເງິນ; ຕັ້ງໜ້າສູ້ຊົນປັບປຸງກົນໄກຄຸ້ມຄອງການເງິນງົບປະມານໃຫ້ມີປະສິດທິພາບ, ໂລ່ງລຽນ, ຫຼຸດ ຜ່ອນບັນດາຂອດຂັ້ນ ແລະ ສິ່ງອຸດຕັນຕ່າງໆ, ເຂັ້ມງວດປະຕິບັດວິໄນການເງິນ-ງົບປະມານຕາມການແບ່ງຂັ້ນຄຸ້ມຄອງແຕ່ສູນກາງລົງຮອດທ້ອງຖິ່ນ; ຄົ້ນຄວ້າບັນດານະໂຍບາຍທີ່ສະໜັບສະໜູນການສ້າງ, ຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມໃຫ້ເຂັ້ມແຂງກວ່າເກົ່າ, ມີລັກສະນະວິທະຍາສາດ, ມີລະບົບຖານຂໍ້ມູນເສດຖະກິດ-ການເງິນທີ່ຄົບຖ້ວນ ແລະ ທັນກັບຄວາມຮຽກຮ້ອງຕ້ອງການຂອງການພັດທະນາໄລຍະໃໝ່; ພັດທະນາລະບົບຄຸ້ມຄອງຂໍໍ້ມູນຂ່າວສານເສດຖະກິດ-ການເງິນ-ງົບປະມານ ແລະ ການບໍລິຫານລັດດ້ວຍກົດໝາຍໃຫ້ມີຄວາມສັກສິດ, ເປັນທັນສະໄໝ ແລະ ກ້າວໄປສູ່ລະບົບດີຈີຕອນ; ເພີ່ມທະວີການຮ່ວມມື, ການເຊື່ອມໂຍງ, ເຊື່ອມຈອດກັບພາກພື້ນແລະສາ ກົນໃຫ້ໜັກແໜ້ນຂຶ້ນ.

 

ພ້ອມດຽວກັນນີ້, ກອງປະຊຸມໄດ້ຮັບຟັງການປະກອບຄໍາເຫັນຈາກສະຫາຍຜູ້ຕາງໜ້າບັນດາກົມວິຊາການ-ຮາກຖານໜ່ວຍພັກ, ຕາງໜ້າສາມອົງການຈັດຕັ້ງມະຫາຊົນ, ສະແດງໃຫ້ເຫັນເຖິງຄວາມເປັນເອກະພາບຕໍ່ບົດລາຍງານການເມືອງ, ແຜນພັດທະນາຂະແໜງການເງິນ, ການລາຍງານ ແລະ ການປະກອບຄໍາເຫັນໄດ້ລົງເລິກເຖິງຜົນສໍາເລັດແຫ່ງການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງຜ່ານມາເຂົ້າໃນແຕ່ລະຂົງເຂດວຽກງານຂອງຕົນອັນເຮັດໃຫ້ກອງປະຊຸມໃຫຍ່ຄັ້ງນີ້ມີເນື້ອໃນອຸດົມສົມບູນຂຶ້ນຕື່ມ ແລະ ໄດ້ຮັບຮອງເອົາບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກກະຊວງການເງິນຄັ້ງທີ III.ໃນກອງປະຊຸມໄດ້ມີຄວາມເປັນເອກະພາບຂອງຄະນະບໍລິຫານງານພັກກະຊວງ ໃນການຊີ້ນໍາ-ນໍາພາຄວາມ ເປັນແບບຢ່າງນໍາໜ້າໃນການຈັດຕັ້ງປະຕິບັດບັນດາແນວທາງປ່ຽນແປງໃໝ່ຂອງພັກ ແລະ ແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ ໃນຂົງເຂດວຽກງານຂະແໜງການເງິນດ້ວຍທ່ວງທ່ານໍາໜ້າ, ເລິກເຊິ່ງ ແລະ ໝັ້ນຄົງ.

         ໃນກອງປະຊຸມໃຫຍ່ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກກະຊວງການເງິນຊຸດໃໝ່, ເຊິ່ງມີຜູ້ອອກຮັບສະໝັກເລືອກຕັ້ງຈໍານວນ 29 ສະຫາຍ, ຍິງ 05 ສະຫາຍ ແລະ ເລືອກໄດ້ຈໍານວນ 25 ສະຫາຍ, ຍິງ 05 ສະຫາຍ; ໂດຍຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກກະຊວງການເງິນຊຸດໃໝ່ ບົນພື້ນຖານຕາມຫຼັກ ການລວມສູນປະຊາທິປະໄຕຖືກຕ້ອງສອດຄ່ອງກັບລະບຽບພັກ ແລະ ມາດຕະຖານເງື່ອນໄຂທີ່ກໍານົດໄວ້, ເຊິ່ງມີຜູ້ອອກຮັບສະໝັກເລືອກຕັ້ງຈໍານວນ 29 ສະຫາຍ, ຍິງ 05 ສະຫາຍ ແລະ ເລືອກໄດ້ຈໍານວນ 25 ສະຫາຍ, ຍິງ 05 ສະຫາຍ ແລະ ພ້ອມກັນເອກະສັນເລືອກຕັ້ງເອົາຄະນະປະຈໍາພັກ, ເລຂາ ແລະ ຮອງເລຂາຄະນະບໍລິຫານງານພັກ, ປະທານ ແລະ ຮອງປະທານກວດກາພັກດັ່ງລາຍຊື່ລຸ່ມນີ້:

 

 

1)      ສະຫາຍ ສັນຕິພາບ ພົມວິຫານ          ຄະນະປະຈໍາພັກ,ເລຂາຄະນະບໍລິຫານງານພັກກະຊວງການເງິນ;

2)        ສະຫາຍ ນາງ ພອນວັນ ອຸທະວົງ     ຄະນະປະຈໍາພັກ, ຮອງເລຂາຄະນະບໍລິຫານງານພັກກະຊວງການເງິນ

3)        ສະຫາຍ ພູວົງ ກິດຕະວົງ                               ຄະນະປະຈໍາພັກ, ປະທານກວດກາພັກ; 

4)        ສະຫາຍ ສຸລິວັດ ສຸວັນນະຈູມຄໍາ                       ຄະນະປະຈໍາພັກ;

5)       ສະຫາຍ ນາງ ເພັດສະໝອນ ສອນ                     ຄະນະປະຈໍາພັກ;

6)        ສະຫາຍ ອຸບັນ ສຸພິດາ                                 ຄະນະປະຈໍາພັກ;

7)       ສະຫາຍ ພູເຂົາຄໍາ ວັນນະວົງໄຊ                         ຄະນະປະຈໍາພັກ;

8)        ສະຫາຍ ວົງຄໍາແຫງ ວົງທະຈັກ                        ກໍາມະການຄະນະພັກ;

9)        ສະຫາຍ ອຸຕະແກ້ວ ແກ້ວດວງສິນ                     ກໍາມະການຄະນະພັກ;

10)     ສະຫາຍ ສິດທິລົດ ຣາຊະພົນ                           ກໍາມະການຄະນະພັກ;

11)     ສະຫາຍ ໜູເຊີຍ ພົມສີຈັນ                              ກໍາມະການຄະນະພັກ;

12)     ສະຫາຍ ນາງ ແສງເດືອນ ໄຊຍະສອນ                  ກໍາມະການຄະນະພັກ;

13)     ສະຫາຍ ສົມຈິດ ຄໍາມຸງຄຸນ                             ກໍາມະການຄະນະພັກ;

14)     ສະຫາຍ ຈັນທະພອນ ຄໍາມະນີຈັນ                      ກໍາມະການຄະນະພັກ;

15)     ສະຫາຍ ວິໄລທອງ ສຸດທະວິໄລ                        ກໍາມະການຄະນະພັກ;

16)     ສະຫາຍ ທໍາມະລົດ ຣາຊະພົນ                          ກໍາມະການຄະນະພັກ;

17)     ສະຫາຍ ວິເລດ ກິນນາວົງ                               ກໍາມະການຄະນະພັກ;

18)     ສະຫາຍ ໄພທູນ ທ່ຽງລະໄມ                           ກໍາມະການຄະນະພັກ;

19)     ສະຫາຍ ສີຈັນທາ ທໍາມະວົງ                            ກໍາມະການຄະນະພັກ;

20)     ສະຫາຍ ອຸດອນ ທໍາມະວົງສາ                          ກໍາມະການຄະນະພັກ;

21)     ສະຫາຍ ຂັນຄໍາ ໄຊຍະວົງ                               ກໍາມະການຄະນະພັກ;     

22)     ສະຫາຍ ຄໍາພັນ ພັນທຸລັກ                               ກໍາມະການຄະນະພັກ;

23)     ສະຫາຍ ນາງ ບົວເລີງຄິນ ດວງສະຫວັນ                ກໍາມະການຄະນະພັກ;

24)     ສະຫາຍ ທອງລິດ ກິ່ງແກ້ວອຸດົມ                        ກໍາມະການຄະນະພັກ;

25)     ສະຫາຍ ນາງ ແສງໄພວັນ ແສງອາພອນ                ກໍາມະການຄະນະພັກ;

26)     ສະຫາຍ ຂັນຄໍາ ໄຊຍະວົງ                               ຮອງປະທານກວດກາ;

27)     ສະຫາຍ ບຸນເກີດ ສຸວັນນະເສນ                         ຮອງປະທານກວດກາພັກ;

ໂອກາດນີ້, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດຂອງຄະນະພັກຊຸດເກົ່າທີີ່ໄດ້ນໍາພາ-ຊີ້ນໍາສະມາຊິກພັກ, ພະນັກງານ-ລັດຖະກອນຂະແໜງການເງິນໃນການປະຕິບັດໜ້າທີີ່ການເມືອງຂອງຕົນແລະ ຍາດມາໄດ້ຜົນສໍາເລັດຫຼາຍດ້ານ.ສະຫາຍ ສອນໄຊ ສີພັນດອນ ຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ດ້ານອ່ອນ, ຂໍ້ຄົງຄ້າງບາງດ້ານທີ່ຈະຕ້ອງໄດ້ສືບຕໍ່ນໍາໄປປັບປຸງແກ້ໄຂໃນຕໍ່ໜ້າ, ໂດຍສະເພາະບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດມະຫາພາກ, ລາຍຮັບຍັງບໍ່ທັນສົມຄູ່ກັບລາຍຈ່າຍ,ເຊິ່ງໄດ້ຮຽກຮ້ອງໃຫ້ຄະນະພັກຊຸດໃໝ່ຕ້ອງສືບຕໍ່ນໍາພາປັບປຸງ, ແກ້ໄຂຈຸດອ່ອນຂໍ້ຄົງຄ້າງ ແລະ ບັນຫາສໍາຄັນໃນສະພາບທີ່ປະເທດເຮົາຍັງມີຄວາມຫຍຸ້ງຍາກເປັນຕົ້ນ: ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ-ພະນັກງານຂະແໜງການເງິນດ້ວຍຫລາຍຮູບການ;ເພີ່ມທະວີການນໍາພາຂອງຄະນະພັກທຸກຂັ້ນເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ; ຂະແໜງການເງິນຖືເປັນຂະແໜງການມະຫາພາກໃຫຍ່, ຄືໝາກຫົວໃຈເປັນເສັ້ນເລືອດໃຫຍ່ໃນລະບົບເສດຖະກິດຂອງປະເທດ, ປັບປຸງກົງຈັກໃຫ້ກະທັດຮັດ ແລະຫັນເປັນເຈົ້າຕົນເອງດ້ວຍການບຸກທະລຸຢ່າງຕັ້ງໜ້າໃນການຄຸ້ມຄອງການເງິນເປັນທັນສະໄໝ ແລະ ຕ້ອງເດັດ ຂາດແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນຂະແໜງການເງິນຢ່າງແທ້ຈິງໃຫ້ມີມາດຕະການເຂັ້ມງວດຕື່ມຂຶ້ນອີກ.

© 2025 Copyright: ກະຊວງການເງິນ, ສປປ ລາວ