• ກະຊວງການເງິນ
  • |
  • 2025-11-01
  • |
  • ວຽກງານພັກ-ພະນັກງານ

      ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການເງິນ ຄັ້ງທີ IV ໄດ້ເປີດຂຶ້ນຢ່າງເປັນທາງການ, ໃນຕອນເຊົ້າຂອງວັນທີ 1 ພະຈິກ 2025 ນີ້ທີ່ຫໍປະຊຸມແຫ່ງຊາດ,ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງການເງິນ ແລະ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ,ມີສະຫາຍ ປອ ວິໄລວົງ ບຸດດາຄໍາ ກຳມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ບັນດາຜູ້ແທນ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

       ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການເງິນ ຄັ້ງທີ IV ເປັນກອງປະຊຸມທີ່ມີຄວາມໝາຍສໍາຄັນຫຼາຍເປັນຂີດໝາຍດ້ານການເມືອງ, ຢັ້ງຢືນຄວາມເຕີບໃຫຍ່ເຂັັ້ມແຂງຂອງຂະແໜງການເງິນ, ເຊິ່ງຈະໄດ້ພ້ອມກັນຕີລາຄາການປະຕິບັດມະຕິກອງປະຊຸມໃຫຍ່ສະໄໝຜ່ານມາ,ຊອກໃຫ້ເຫັນຜົນງານອັນພົ້ນເດັັ່ນ,ຈຸດອອ່ນ-ຂໍໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ໃນການນຳພຳ-ຊີ້ນໍາໃນໜຶ່ງສະໄໝຜ່ານມາ ແລະ ພ້ອມກັນກໍານົດທິດທາງ, ໜ້າທີີ່ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມແຕ່ລະດ້ານຂອງຂະແໜງການເງິນໃນສະໄໝຕໍ່ໜ້າ.

      ໃນວາລະການດໍາເນີນກອງປະຊຸມ, ສະຫາຍ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງການເງິນ ໄດ້ມີຄໍາເຫັນກ່າວເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການເງິນ ຄັ້ງທີ IV ຢ່າງເປັນທາງການ ແລະ ຜ່ານບົດສໍາຫຼວດການນໍາພາລວມຂອງຂອງຄະນະພັກກະຊວງການເງິນ ສະໄໝທີ III. ຈາກນັ້ນ, ສະຫາຍ ນາງ ພອນວັນ ອຸທະວົງ ຮອງເລຂາຄະນະບໍລິຫານງານພັກ ໄດ້ຜ່ານບົດລາຍງານການເມືອງຂອງຄະນະບໍລິຫານງານພັກ ໃນໄລຍະ 5ປິ (2021-2025) ແລະ ທິດທາງລວມ, ຄາດໝາຍສູ້ຊົນວຽກງານຈຸດສຸມໃນ 5ປີ (2026-2023) ແລະ ສະຫາຍ ພູວົງ ກິດຕະວົງ ກໍາມະການປະຈໍາພັກກະຊວງ, ໄດ້ຜ່ານບົດຮ່າງແຜນພັດທະນາຂະແໜງການເງິນ 5 ປີ (2026-2030) ເພື່ອໃຫ້ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ຮັບຮອງເອົາຮ່າງບົດລາຍງານດັ່ງກ່າວ ແລະ ໄດ້ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ. ພ້ອມນີ້, ໃນກອງປະຊຸມຍັງໄດ້ຮັບຟັງການປະກອບຄໍາເຫັນຈາກຕາງໜ້າສາມອົງການຈັດຕັ້ງມະຫາຊົນ, ​ຕາງໜ້າກົມວິຊາການຕື່ມນໍາອີກ.

      ກອງປະຊຸມໃຫຍ່ຄັ້ງນີ້ ຍັງໄດ້ພ້ອມກັນປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກກະຊວງການເງິນ ຊຸດ  ໃໝ່, ພ້ອມນີ້,ກອງປະຊຸມຍັງຈະໄດ້ຮັບການໂອ້ລົມໃຫ້ການຊີ້ທິດເຍືອງທາງຈາກສະຫາຍ ສອນໄຊ ສີພັນດອນ ກຳ ມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່ກໍຄືການປະຕິບັດການເຄື່ອນໄຫວວຽກງານການຂະແໜງການເງິນໃຫ້ໄດ້ຮັບໝາກຜົນຍິ່ງໆຂຶ້ນ; ຕາມຄໍາຂວັນທີ່ວ່າ: “ຍົກສູງບົດບາດຄວາມສາມາດນໍາພາຂອງຄະນະພັກ, ຕັ້ງໜ້າເປັນເຈົ້າຕົນເອງ ບຸກທະລຸ ຄຸ້ມຄອງການເງິນເປັນທັນສະໄໝ, ຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃຫ້ມີຄວາມເຂັ້ມແຂງ, ສີຂຽວ ແລະ ຍືນຍົງ” ບົນຈິດໃຈບຸກທະລຸການສ້າງທ່າຫັນປ່ຽນໃໝ່ຢ່າງແຂງແຮງເລິກເຊິ່ງ ແລະ ຮອບດ້ານຕາມທິດສ້າງເສດຖະກິດ ເອກະ ລາດເປັນເຈົ້າຕົນເອງ (ສອຈ) ໃຫ້ເປັນຮູບປະທໍາ, ພ້ອມກັນຍົກສູງບົດບາດຢືນຢູ່ແຖວໜ້າໃນການຕັດສິນບັນຫາດ້ານເສດຖະກິດ-ການເງິນຂອງຊາດຢ່າງເດັດດ່ຽວ ແລະ ກ້າຕັດສິນໃຈສູງໃຫ້ສົມກັບບົດບາດທີ່ວ່າ “ການເງິນປຽບເໝືອນໝາກຫົວໃຈ, ເປັນສາຍ ເລືອດໃຫຍ່ໃນລະບົບເສດຖະກິດຂອງປະເທດ”.

© 2025 Copyright: ກະຊວງການເງິນ, ສປປ ລາວ