ເພື່ອເປັນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການເງິນ ຄັ້ງທີ IV ທີ່ຈະເປີດຂຶ້ນຢ່າງເປັນທາງການ, ໃນຕອນເຊົ້າຂອງວັນທີ 1 ພະຈິກ 2025, ສະຫາຍ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງການເງິນ, ໄດ້ນໍາພາຄະນະໄປວາງກະຕາດອກໄມ້ຢູ່ໜ້າຮູບປັ້ນຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງທົ່ວປວງຊົນລາວທັງຊາດຢູ່ທີ່ຫໍພິພິທະພັນ ໄກສອນ ພົມວິຫານ.ເພື່ອສະແດງເຖິງຄວາມຮູ້ບຸນຄຸນຕໍ່ທ່ານທີ່ເປັນຜູ້ກໍ່ຕັ້ງ ແລະ ຖະນຸບໍາລຸງພັກປະຊາຊົນປະຕິວັດລາວ ແລະ ຈາລຶກຄຸນງາມຄວາມດີຂອງຜູ້ທີ່ໄດ້ເສຍສະລະຊີວິດເລືອດເນື້ອເພື່ອການປະຕິວັດຊາດປະຊາທິປະໄຕໃນເມື່ອກ່ອນກໍຄືໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ.

![]() | ![]() |

