• ກະຊວງການເງິນ
  • |
  • 2025-10-31
  • |
  • ຂ່າວເສດຖະກິດ-ການເງິນ

      ພິທີສະເຫຼີມສະຫຼອງວັນສ້າງຕັ້ງຂະແໜງການເງິນ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025)     ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ໃນວັນທີ 31 ຕຸລາ 2025 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງການເງິນ, ພ້ອມດ້ວຍອະດີດການນໍາຂັ້ນສູງພັກ-ລັດ, ຄະນະລັດຖະມົນຕີ, ພະນັກງານຫຼັກແຫຼ່ງຂອງບັນດາກົມ, ວິສາຫະກິດອ້ອມຂ້າງກະຊວງການເງິນ ແລະ ແຂກຖືກເຊີນເຂົ້າຮ່ວມ.

       ໃນພິທີ, ທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງການເງິນ ໄດ້ກ່າວເປີດພິທີສະເຫຼີມສະຫຼອງວັນສ້າງຕັ້ງຂະແໜງການເງິນ ຄົບຮອບ 75 ປີ, ເຊິ່ງເປັນຂີດໝາຍ         ສໍາຄັນ ຕໍ່ການເຕີບໃຫຍ່ຂະຫຍາຍຕົວຂອງຂະແໜງການເງິນໃນຕະຫຼອດ 75 ປີຜ່ານມາທີ່ໄດ້ສ່ອງແສງໃຫ້ເຫັນເຖິງການປະກອບສ່ວນອັນສໍາຄັນຢ່າງຕັ້ງໜ້າຂອງການນໍາກໍຄືພະນັກງານ-ລັດຖະກອນຂະແໜງການເງິນໃນແຕ່ລະຮຸ່ນແຕ່ລະສະ ໄໝຜ່ານມາ, ທັງເປັນການຈາລຶກຜົນງານ ແລະ ຄຸນງາມຄວາມດີອັນສູງສົ່ງທີ່ປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດ.

      ສະນັ້ນ, ບົນພື້ນຖານມູນເຊື້ອ ແລະ ຜົນສໍາເລັດໃນໄລຍະຜ່ານມາຈະເປັນເຂັມຊີ້ທິດເຍືອງທາງໃຫ້ພວກເຮົາ ສືບຕໍ່ເສີມຂະຫຍາຍ ແລະ ເຊີດຊູມານະຈິດປະຕິວັດຂອງພະນັກງານຮຸ່ນສືບທອດໃຫ້ສູງຂຶ້ນ ເຮັດໃຫ້ຂະແໜງການເງິນ ມີຄວາມເຂັ້ມແຂງ ແລະ ກ້າວໄປຢ່າງບໍ່ຢຸດຢັ້ງ, ພ້ອມກັນຜ່ານຜ່າອຸປະສັກ ແລະ ສິ່ງທ້າທາຍທົດສອບນາໆປະການເພື່ອກ້າວໄປສູ່ຈຸດໝາຍທີ່ພັກເຮົາໄດ້ກໍານົດໄວ້, ເຊິ່ງຈະຕ້ອງໄດ້ສຸມໃສ່ຜັນຂະຫຍາຍທິດທາງ ແລະ ນະໂຍບາຍຂອງພັກໃນໄລຍະໃໝ່ ທີ່ຕິດພັນກັບວຽກງານຂະແໜງການເງິນ ໂດຍຈະສູ້ຊົນປະຕິບັດຄໍາຂວັນ “ພັດທະນາວຽກງານການເງິນແຫ່ງລັດ ໃຫ້ກ້າວເຂົ້າສູ່ໄລຍະໃໝ່ ທີ່ມີຄວາມເຂັ້ມແຂງ, ໝັ້ນຄົງ, ເປັນເຈົ້າຕົນເອງ, ເຂັ້ມງວດ, ໂປ່ງໃສ, ຍຸຕິທຳ ແລະ ທັນສະໄໝ” ບົນຈິດໃຈ ບຸກທະລຸ ການສ້າງທ່າຫັນປ່ຽນໃໝ່ຢ່າງແຂງແຮງ ເລິກເຊິ່ງ ແລະ ຮອບດ້ານຕາມທິດສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ (ສອຈ) ໃຫ້ເປັນຮູບປະທໍາ, ພ້ອມກັນຍົກສູງບົດບາດຢືນຢູ່ແຖວໜ້າໃນການຕັດສິນບັນຫາ ດ້ານເສດຖະກິດ-ການເງິນ ຂອງຊາດຢ່າງເດັດດ່ຽວ ແລະ ກ້າຕັດສິນໃຈສູງໃຫ້ສົມກັບບົດບາດທີ່ວ່າ “ການເງິນປຽບເໝືອນໝາກຫົວໃຈ, ເປັນສາຍເລືອດໃຫຍ່ ໃນລະບົບເສດຖະກິດຂອງປະເທດ”.

ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວຄໍາປາໄສຕໍ່ພິທີຄັ້ງນີ້ວ່າ: ຂະແໜງການເງິນ ມີບົດບາດສໍາຄັນຢ່າງໃຫຍ່ຫຼວງໃນການປະກອບສ່ວນຈັດຕັ້ງຜັນຂະຫຍາຍ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ໂດຍສຸມໃສ່ຢ່າງຕັ້ງໜ້າໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ເຮັດໃຫ້ພື້ນຖານເສດຖະກິດການເງິນຂອງພວກເຮົາຄ່ອຍໆດີຂຶ້ນເທື່ອລະກ້າວ ຜ່ານການສ້າງເງື່ອນໄຂດັດສ້າງ ແລະ ກໍ່ສ້າງເສດຖະກິດ, ຂະຫຍາຍວັດທະນະທຳ, ສຶກສາ, ສາທາລະນະສຸກ ແນໃສ່ແກ້ໄຂຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ ແລະ ຈຳເປັນຂອງປະຊາຊົນ.

      ພ້ອມກັນນັ້ນ, ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍັງໄດ້ເນັ້ນຕື່ມວ່າ:  ຂະແໜງການເງິນຕ້ອງເພີ່ມທະວີສຶກສາອົບຮົມການເມືອງໃຫ້ພະນັກງານ; ເພີ່ມທະວີຄວາມເປັນເຈົ້າການ ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃຫ້ເປັນຮູບປະທຳ; ສືບຕໍ່ສຸມໃສ່ຈັດຕັ້ງປະຕິີບັດບັນດານະໂຍບາຍ ແລະ ມາດຕະການຄຸ້ມຄອງເສດຖະກິດມະຫາພາກ ດ້ານການເງິນ-ເງິນຕາ ເພື່ອສ້າງຄວາມໝັ້ນທ່ຽງ ແລະ ປະຮັບກັນສະຖຽນລະພາບໃຫ້ເສດຖະກິດແຫ່ງຊາດ; ສຸມໃສ່ຮັກສາສະຖຽນລະພາບ ການບໍລິຫານໜີ້ສິນສາທາລະນະ; ສືບຕໍ່ສຸມໃສ່ການພັດທະນາ ແລະ ຍົກລະດັບຄຸ້ມຄອງການເງິນແຫ່ງລັດ ເປັນທັນສະໄໝ, ລວມສູນ ແລະ ເປັນວິທະຍາສາດ. ພ້ອມນັ້ນ, ຕ້ອງສຸມໃສ່ການສ້າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ (ໄລຍະສັ້ນ, ກາງ ແລະ ຍາວ) ໃຫ້ສອດຄ່ອງກັບສະພາບເງື່ອນໄຂຄວາມເປັນຈິງທາງດ້ານເສດຖະກິດ ໃນແຕ່ລະໄລຍະ ບົນຈິດໃຈບຸກທະລຸ ການສ້າງທ່າຫັນປ່ຽນໃໝ່ ຢ່າງແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ ໃນການຈັດຕັ້ງປະຕິບັດ ມະຕິ 04/ກມສພ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ (ສອຈ) ໃຫ້ປາກົດຜົນເປັນຈິງຢ່າງເປັນຮູບປະທຳ.

       ໃນພິທີສະເຫຼີມສະຫຼອງວັນທີ່ມີຄວາມໝາຍສໍາຄັນຄັ້ງນີ້, ໄດ້ປະດັບຫຼຽນໄຊອິດສະຫຼະຊັ້ນ III ໃຫ້ກະຊວງການເງິນ ພ້ອມທັງ ມອບໃບຍ້ອງຍໍຜົນງານ ປີ 2024 ໃຫ້ບັນດາກົມອ້ອມຂ້າງກະຊວງ ແລະ ມອບໃບຍ້ອງຍໍ ໃຫ້ 35 ບໍລິສັດ ທີ່ມີຜົນງານດີເດັ່ນ ໃນການມອບພັນທະເຂົ້າໃນງົບປະມານແຫ່ງລັດ. ນອກຈາກນີ້, ບັນດາການນໍາພັກ-ລັດ ແລະ ບັນດາແຂກທີ່ເຂົ້າຮ່ວມ ຍັງໄດ້ຮັບຊົມວິດີໂອມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວຂອງຂະແໜງການເງິນ 75 ປີ ແລະ ໄດ້ຢ້ຽມຊົມການວາງສະແດງຮູບພາບກ່ຽວກັບການເຄື່ອນໄຫວວຽກງານການເງິນ ແລະ ຜະລິດຕະພັນຂອງບັນດາກົມອ້ອມຂ້າງກະຊວງອີກດ້ວຍ.

 

 

© 2025 Copyright: ກະຊວງການເງິນ, ສປປ ລາວ