• ກະຊວງການເງິນ
  • |
  • 2025-11-03
  • |
  • ວຽກຮ່ວມມື

       ໃນວັນທີ 03 ພະຈິກ 2025 ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີ ກະຊວງການເງິນຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ ປີເທີເເນລ ໂບຄາດ ຜູ້ບໍລິຫານງານສຳນັກງານໃຫຍ່ ປະຈຳຫ້ອງການ ອົງການກອງທຶນສາກົນ ເພື່ອການພັດທະນາກະສິກຳ (IFAD) ພ້ອມດ້ວຍຄະນະ ເນື່ອງໃນໂອກາດມາເຮັດວຽກ ແລະ ຢ້ຽມຢາມ ສປປ ລາວ.

        ການເຂົ້າພົບຄັ້ງນີ້ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ອົງການ IFAD ກ່ຽວກັບຄຳໝັ້ນໝາຍຂອງອົງການ IFAD ໃນການສະໜັບສະໜູນແຜນພັດທະນາບູລິມະສິດເເຫ່ງຊາດ ຜ່ານຍຸດທະສາດການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ IFAD (2026-2031) ທີ່ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X (2026-2030); ພ້ອມທັງ ຢັ້ງຢືນກ່ຽວກັບຄຳໝັ້ນສັນຍາຂອງລັດຖະບານທີ່ຈະເຮັດວຽກຮ່ວມກັບ ອົງການ IFAD ເພື່ອສະໜັບສະໜູນຍຸດທະສາດແຫ່ງຊາດ ສຳລັບການຫັນປ່ຽນ ແລະ ທັນສະໄໝຂອງຂະແໜງກະສິກຳ ເພື່ອຜົນປະໂຫຍດຂອງຊາວກະສິກອນຜູ້ທຸກຍາກ ແລະ ຫົວໜ່ວຍທຸລະກິດກະສິກຳຂະໜາດນ້ອຍ ໃນທົ່ວປະເທດ.

         ໂອກາດນີ້ ທ່ານ ສຸລິວັດ ສຸວັນນະຈູມຄຳ ລາຍງານວ່າ ນັບແຕ່ປີ 1978 ເປັນຕົ້ນມາ, ເປັນເວລາຫຼາຍກ່ວາ 40 ປີ ອົງການ IFAD ໄດ້ເປັນຄູ່ຮ່ວມພັດທະນາຫຼັກ ຂອງ ລັດຖະບານ ສປປ ລາວ; ຍຸດທະສາດການຮ່ວມມື ສປປ ລາວ ອົງການ IFAD 2026-2030, ເຊຶ່ງສອດຄ່ອງ ເເລະ ນອນຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X, ເປັນຕົ້ນແມ່ນການແກ້ໄຂການຫຼຸດຜ່ອນຄວາມທຸກຍາກ, ການຄໍ້າປະກັນສະບຽງອາຫານ, ວຽກງານໂພຊະນາການ, ການແປຮູບຕ່ອງໂສ້ມູນຄ່າການຜະລິດທີ່ເຊື່ອມຕໍ່ໃສ່ກັບຕະຫຼາດ; ກະຊວງການເງິນ ຈະໄດ້ຈັດກອງປະຊຸມປືກສາຫາລືກ່ຽວກັບຍຸດທະສາດການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ IFAD ເພື່ອຢັ້ງຢືນຄວາມຕ້ອງການພັດທະນາຂອງຝ່າຍລັດຖະບານ ສປປ ລາວ ໃນຍຸດທະສາດດັ່ງກ່າວ, ເຊິ່ງຈະໄດ້ຈັດຂຶ້ນໃນວັນທີ 5 ພະຈິກ 2025; ການສະໜັບສະໜູນດ້ານການເງິນ, ດ້ານວິຊາການຂອງອົງການ IFAD ຕໍ່ 2 ໂຄງການຄື: ໂຄງການກະສິກຳເພື່ອໂພຊະນາການ II (AFN II) ແລະ ໂຄງການຊົນລະກະເສດ ແລະ ການຜະລິດເປັນສິນຄ້າຂະໜາດນ້ອຍ (PICSA) ເຊິ່ງເຫັນວ່າບັນດາໂຄງການດັ່ງກ່າວໄດ້ຈັດຕັ້ງປະຕິບັດປະສົບຜົນສຳເລັດເປັນຢ່າງດີ.

© 2025 Copyright: ກະຊວງການເງິນ, ສປປ ລາວ