• ກົມພາສີ
  • |
  • 2025-11-03
  • |
  • ວຽກວິຊາສະເພາະ

       ໃນວັນທີ 03 ພະຈິກ 2025 ກົມພາສີ ກະຊວງການເງິນ ໄດ້ຈັດຊຸດຝຶກອົບຮົມ “ຜູ້ແຈ້ງພາສີທົ່ວໄປ” ຊຸດທີ V ໃຫ້ບັນດາບໍລິສັດ ແລະ ຜູ້ປະກອບການ ໂດຍການເປັນເປັນປະທານຂອງທ່ານ ພຸດທະນິກອນ ເຄນນະວົງ ຮອງຫົວໜ້າກົມພາສີ, ມີວິທະຍາກອນຈາກຂະແໜງພາສີ ພ້ອມດ້ວຍຄະນະຮັບຜິດຊອບຈັດຝຶກອົບຮົມ ແລະ ນັກສໍາມະນາກອນ ຈາກບັນດາບໍລິສັດ, ຜູ້ປະກອບການ ທີ່ດໍາເນີນທຸລະກິດ ນໍາເຂົ້າ-ສົ່ງອອກ ເຂົ້າຮ່ວມ.

            ທ່ານ ພຸດທະນູກອນ ເຄນນະວົງ ໃຫ້ຮູ້ວ່າ: ວຽກງານການແຈ້ງພາສີ ແມ່ນມີຄວາມສໍາຄັນຫຼາຍ ຜູ້ແຈ້ງພາສີຕ້ອງມີຄວາມຮູ້, ຄວາມເຂົ້າໃຈ ເຊິ່ງຈໍາເປັນຕ້ອງໄດ້ຜ່ານການຝຶກອົບຮົມ, ຮຽນຮູ້ວິທີການ, ຂັ້ນຕອນ, ກົດໝາຍ, ລະບຽບການ, ນິຕິກໍາ ຕ່າງໆ ກ່ຽວກັບລະບົບແຈ້ງພາສີ ໂດຍຜ່ານການຝຶກອົບຮົມ ຢ່າງຖືກຕ້ອງ. ສໍາລັບວິທະຍາກອນ (ຄູຝຶກ) ໃນຄັ້ງນີ້ ແມ່ນຜູ້ທີ່ມີປະສົບການຕົວຈິງ ຈາກພະແນກກ່ຽວຂ້ອງ ແລະ ດ່ານພາສີສາກົນ, ເຊິ່ງຈະໄດ້ຝຶກເປັນເວລາ 07 ວັນ ລັດຖະການ ແຕ່ວັນທີ 03-11 ພະຈິກ 2025 ໃນຫົວຂໍ້ດັ່ງນີ້:

1. ຄວາມຮູ້ພື້ນຖານ ກ່ຽວກັບ ກົດໝາຍ ວ່າດ້ວຍພາສີ, ບັນດານິຕິກໍາຕ່າງໆ ຂອງຂະແໜງການ ກ່ຽວຂ້ອງ;

2. ສາລະບານອັດຕາພາສີ ການຈັດລະຫັດສິນຄ້າ;

3. ການປະຕິບັດສັນຍາເສລີ;

4. ລະບຽບການກວດຄືນຫຼັງການແຈ້ງພາສີ;

5. ລະບຽບການມາດຕະຖານ, ເງື່ອນໄຂຜູ້ປະກອບການ AEO;

6. ນໍາສະເໜີພາບລວມ ບັນດາໂມດູນຕ່າງໆ ລະບົບທັນສະໄໝ Smart CUSTOMS ຂອງກົມພາສີ ທີ່ນໍາໃຊ້ໃນປັດຈຸບັນ ແລະ ລະບຽບການຈັດຕັ້ງປະຕິບັດບົດແນະນໍາຂອງກະຊວງການເງິນ ສະບັບເລກທີ 5916/ກງ;

7. ການຄຸ້ມຄອງ ການຂໍອະນຸຍາດກ່ຽວກັບການຍົກເວັ້ນ ແລະ ງົດເກັບພາສີ;

8. ການບໍລິຫານຄວາມສ່ຽງ ຂອງຜູ້ແຈ້ງພາສີທົ່ວໄປ ແລະ ຜູ້ບໍລິການແຈ້ງພາສີ ຕິດພັນກັບໂມດູນຂອງຊ່ຽວຊານໂຄງການ ຂອງໄຈກາ;

9. ການແຈ້ງພາສີຜ່ານລະບົບ NSWA+ ທາງບົກ, ທາງລາງ;

10. ຂັ້ນຕອນການຄຸ້ມຄອງ ບ 53 ພາຫະນະລົດບັນທຸກສິນຄ້າ, ຕູ້ບັນຈຸສິນຄ້າທີ່ ເຂົ້າ-ອອກ ຜ່ານດ່ານທາງບົກ;

11. ການກວດກາ, ຄຸມສິນຄ້າ, ເຄື່ອງຂອງເຂົ້າ-ອອກສາງ ລະບົບຄຸ້ມຄອງສາງພາສີທັນສະໄໝ CWMS;

12. ການປະກອບຂໍ້ມູນລົງໃນໃບແຈ້ງພາສີເປັນລາຍລະອຽດ;

13. ການກໍານົດມູນຄ່າແຈ້ງພາສີ;

14. ການຢັ້ງຢືນແຫຼ່ງກໍາເນີດສິນຄ້າ.

            ພາຍຫຼັງສໍາເລັດການຝຶກອົບຮົມ ຈະໄດ້ມີການສອບເສັງວັດລະດັບຄວາມຮູ້ ເພື່ອຢັ້ງຢືນເອົາຫນັງສື ການຜ່ານຝຶກອົບຮົມຜູ້ແຈ້ງພາສີທົ່ວໄປ ເພື່ອເປັນບ່ອນອີງໃນຢັ້ງຢືນ ອອກລະຫັດບັດ User ID ໃນການເຄື່ອນໄຫວ ດໍາເນີນການແຈ້ງພາສີ ໃຫ້ກັບບໍລິສັດຕົນເອງ ຢູ່ດ່ານພາສີຊາຍແດນ ໃນຂອບເຂດທົ່ວປະເທດ ແລະ ຄວາມຮູ້ດັ່ງກ່າວຈະເປັນພື້ນຖານ ກ້າວໄປສູ່ການຝຶກອົບຮົມ ເປັນຜູ້ບໍລິການແຈ້ງພາສີ Customs Boker.

© 2025 Copyright: ກະຊວງການເງິນ, ສປປ ລາວ