• ກົມງົບປະມານແຫ່ງລັດ
  • |
  • 2025-10-29
  • |
  • ວຽກວິຊາສະເພາະ

       ໃນວັນທີ 29 ຕຸລາ 2025 ກົມງົບປະມານແຫ່ງລັດ ກະຊວງການເງິນ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ການຄົ້ນຄວ້າໂຮມ ແລະ ປັບປຸງກົດໝາຍວ່າດ້ວຍງົບປະມານແຫ່ງລັດ ໂດຍການເປັນປະທານຂອງທ່ານ ໜູເຊີຍ ພົມສີຈັນ ຫົວໜ້າກົມງົບປະມານແຫ່ງລັດ, ມີຕາງໜ້າຈາກຫ້ອງການ, ບັນດາກົມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

          ໃນກອງປະຊຸມ, ທ່ານ ໜູເຊີຍ ພົມສີຈັນ ໃຫ້ຮູ້ວ່າ: ພາຍຫຼັງທີ່ໄດ້ຈັດຕັ້ງປະຕິບັດແຜນ 05 ປີ 2021-2025 ໂດຍອີງຕາມ ກົດໝາຍ ວ່າດ້ວຍງົບປະມານແຫ່ງລັດ ເຫັນວ່າມີບາງເນື້ອໃນຍັງບໍ່ທັນສອດຄ່ອງກັບສະພາບການຕົວຈິງ. ສະນັ້ນ, ເພື່ອເຮັດໃຫ້ສອດຄ່ອງຕາມແຜນປີ 2026-2030 ຈຶ່ງຕ້ອງມີການປັບປຸງຄືນກົດໝາຍ ແລະ ນິຕິກໍາຈໍານວນໜຶ່ງ ໂດຍອີງໃສ່ບົດລາຍງານຂອງກະຊວງຍຸຕິທໍາ ທີ່ລາຍງານຕໍ່ລັດຖະບານ ເຊິ່ງມີຫຼາຍກົດໝາຍທີ່ຈະຕ້ອງມີການປັບປຸງ; ໃນນັ້ນ ມີກົດໝາຍ ວ່າດ້ວຍງົບປະມານແຫ່ງລັດ. ພ້ອມກັນນັ້ນ, ທ່ານ ຫົວໜ້າກົມງົບປະມານແຫ່ງລັດ ໄດ້ເນັ້ນໃຫ້ກອງປະຊຸມ ຈົ່ງຍົກສູງຄວາມຮັບຜິດຊອບ ແລະ ເອົາໃຈໃສ່ ໃນການຄົ້ນຄວ້າ, ສຶກສາບັນດາຂໍ້ຄົງຄ້າງ, ຈຸດອ່ອນ ໃນໄລຍະຜ່ານມາ ເພື່ອຮັບປະກັນໃຫ້ແກ່ການສ້າງກົດໝາຍ ວ່າດ້ວຍງົບປະມານແຫ່ງລັດ ກໍຄືການປັບປຸງຄັ້ງນີ້ ໄດ້ຮັບໝາກຜົນ ແລະ ແທດເໝາະກັບຕົວຈິງ.

          ໂອກາດນີ້, ທ່ານ ສຸວັນຄໍາ ຊຸມພົນພັກດີ ຮອງຫົວໜ້າກົມງົບປະມານແຫ່ງລັດ ໄດ້ຜ່ານແຜນການເຄື່ອນໄຫວ ແລະ ເນື້ອໃນການຄົ້ນຄວ້າເບື້ອງຕົ້ນຂອງກົມງົບປະມານແຫ່ງລັດ ຕໍ່ຄະນະປັບປຸງເນື້ອໃນຂອງ ກະຊວງການເງິນ ເພື່ອພ້ອມກັນຄົ້ນຄວ້າ ແລະ ປະກອບຄໍາເຫັນຕໍ່ເນື້ອໃນກົດໝາຍສະບັບດັ່ງກ່າວ.

© 2025 Copyright: ກະຊວງການເງິນ, ສປປ ລາວ