• ກະຊວງການເງິນ
  • |
  • 2025-10-28
  • |
  • ຂ່າວເສດຖະກິດ-ການເງິນ

ຖະແຫຼງຂ່າວກ່ຽວກັບຄວາມພ້ອມຮອບດ້ານ

ໃນການຈັດກອງປະຊຸມໂຕະມົນລະດັບສູງ ຄັ້ງທີ XIV ປີ 2025

        ໃນອີກສາມອາທິດຂ້າງໜ້າ, ສປປ ລາວ ຈະເປັນເຈົ້າພາບຈັດກອງປະຊຸມໂຕະມົນ ປະຈໍາປີ 2025,  ເຊິ່ງກອງປະຊຸມປະຈຳປີນີ້ ແມ່ນວາລະພິເສດຂອງປີ. ເປັນເວທີສໍາຄັນທີ່ເຕົ້າໂຮມຕາງໜ້າລັດຖະບານຂັ້ນສູນກາງ ແລະ ທ້ອງຖິ່ນ, ສະພາແຫ່ງຊາດ, ຄູ່ຮວມພັດທະນາ, ພາກເອກະຊົນ, ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ແລະ ການຈັດຕັ້ງທາງສັງຄົມ ເພື່ອຊຸກຍູ້ໃຫ້ມີການສົນທະນາ ແບບມີສ່ວນຮ່ວມ ເພື່ອເພີ່ມທະວີປະສິດທິຜົນໃຫ້ແກ່   ຄວາມພະຍາຍາມໃນການພັດທະນາ, ແມ່ນກົນໄກຫຼັກໃນການກຳນົດບູລິມະສິດຮ່ວມກັນ ແລະ ກຳນົດຄວາມພະຍາຍາມໃຫ້ສອດຄອງກັບວາລະແຫ່ງຊາດ ດ້ານການພັດທະນາ ແລະ ເປົ້າໝາຍການພັດທະນາແບບຍືນຍົງ.

        ດັ່ງນັ້ນ, ໃນວັນທີ 28 ຕຸລາ 2025, ໄດ້ມີກອງປະຊຸມຖະແຫຼງຂ່າວ ກ່ຽວກັບການກະກຽມຄວາມພ້ອມ ຮອບດ້ານໃນການຈັດກອງປະຊຸມໂຕະມົນລະດັບສູງ ຄັ້ງທີ XIV ປີ 2025 ຂື້້ນ ໂດຍການເປັນປະທານຮ່ວມ             ຂອງທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ຮອງປະທານ ແລະ ຜູ້ປະຈຳການ ຄະນະຊີ້ນໍາລະດັບຊາດ ເພື່ອຂະບວນການໂຕະມົນ ແລະ ທ່ານ ບັກໂຮເດຍ ເບີຄະນອ໋ບ ຜູ້ປະສານງານອົງການສະຫະ                    ປະຊາຊາດ ປະຈຳ ສປປ ລາວ, ຕາງໜ້າຈາກກົມກ່ຽວຂ້ອງ ພ້ອມດ້ວຍສື່ມ່ວນຊົນ ເຂົ້າຮ່ວມ.

        ທ່ານ ສັນຕິພາບ ພົມວິຫານ ໄດ້ມີຄຳເຫັນບາງຕອນສຳຄັນວ່າ: ກອງປະຊຸມໂຕະມົນເປັນກອງປະຊຸມທີ່ມີຄວາມໝາຍສຳຄັນທີ່ສຸດ ເນື່ອງຈາກເປັນປີທີ່ພວກເຮົາຈະໄດ້ທົບທວນ ແລະ ສະຫຼູບການຈັດຕັ້ງປະຕິບັດແຜນ   ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ ​ແຫ່ງ​ຊາດ 5 ປີ ຄັ້ງທີ IX ແລະ ກຽມພ້ອມເຂົ້າສູ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X, ລວມທັງເປັນເວທີແຫ່ງການປຶກສາຫາລື ແລະ ທົບທວນການຈັດຕັ້ງປະຕິບັດບັນດາຍຸດທະສາດ, ແຜນປະຕິບັດງານ, ມະຕິຄຳສັ່ງຂອງລັດຖະບານ ແລະ ສິ່ງທ້າທາຍຕ່າງໆ ເພື່ອຊອກວິທີການ ແລະ ມາດຕະການແກ້ໄຂ ແນ່​ໃສ່ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນລາວບັນດາເຜົ່າໃຫ້​ດີ​ຂື້ນ. ສິ່ງສຳຄັນອີກປະການໜື່ງ ກໍ່ຄືການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ໃນປີ 2026.

        ກອງປະຊຸມໂຕະມົນ ລະດັບສູງ ຄັ້ງທີ XIV ປີ 2025, ຈະຈັດຂື້ນພາຍໃຕ້ຫົວຂໍ້: “ເພີ່ມທະວີການເປັນຄູ່ຮ່ວມ ເພື່ອການພັດທະນາ ທີ່ມີປະສິດທິຜົນ ເຂົ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເພື່ອພ້ອມກັນກ້າວເຂົ້າສູ່ ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ຢ່າງໝັ້ນທ່ຽງ, ມີສະຖຽນລະພາບ ແລະ ບັນລຸເປົ້າຫມາຍການພັດ ທະນາແບບຍືນຍົງ’’  ໂດຍອີງໃສ່ການຊີ້ນຳຂອງ ພະນະ ທ່ານ ສອນ​ໄຊ  ສີ​ພັນ​ດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ປະທານຄະນະຊີ້ນໍາລະດັບຊາດ ເພື່ອຂະບວນການໂຕະມົນ ເຫັນດີ ໃຫ້ຈັດກອງປະຊຸມໂຕະມົນ ລະດັບສູງ ຄັ້ງທີ XIV ປີ 2025 ໃນວັນທີ 19 ພະຈິກ 2025, ທີ່ນະຄອນຫຼວງວຽງຈັນ.

        ໃນກອງປະຊຸມໂຕະມົນຄັ້ງນີ້ ລັດຖະບານ ແຫ່ງ ສປປ ລາວ ຈະເຊື້ອເຊີນຜູ້ແທນກອງປະຊຸມເຂົ້າຮ່ວມ ຫຼາຍກວ່າ 500 ທ່ານ ໃນ​ນັ້ນ ປະກອບມີ: ສະພາແຫ່ງຊາດ, ບັນ​ດາກະຊວງຂະແໜງການ, ອົງການທຽບເທົ່າກະຊວງ ລວມທັງ 17 ແຂວງ ແລະ ນະຄອນຫຼວງວຽງ​ຈັນ, ບັນດາຜູ້ແທນລະດັບສູງ ຈາກປະເທດເພື່ອນມິດ,   ຄູ່ຮ່ວມພັດທະນາ ແລະ​ ອົງ​ການ​ຈັດ​ຕັ້ງ​ສາ​ກົ​ນ ທັງທີ່ມີ ສຳນັກງານ/ອົງການ ຕັ້ງຢູ່ ແລະ ບໍ່ໄດ້ຕັ້ງຢູ່ ສປປ ລາວ,     ອົງການຈັດຕັ້ງທາງສັງຄົມ, ພາກເອກະຊົນ, ສະມາຄົມບໍ່ຫວັງຜົນກໍາໄລ ແລະ ພາກສ່ວນທີ່ກ່ຽວຂ້ອງອື່ນ ເຂົ້າຮ່ວມຢ່າງ​ພ້ອມ​ພຽງ

        ໃນວາລະກອງປະຊຸມ ຍັງໄດ້ເປີດໂອກາດໃຫ້ມີການຖາມ-ຕອບ ລະຫວ່າງ ຄະນະປະທານ, ສື່ມວນຊົນ ແລະ ຜູ້ເຂົ້າຮ່ວມ ກ່ຽວກັບການຈັດກອງປະຊຸມໂຕະມົນລະດັບສູງ ຄັ້ງທີ XIV ນີ້ ຢ່າງກົງໄປກົງມາ.

© 2025 Copyright: ກະຊວງການເງິນ, ສປປ ລາວ