• ກະຊວງການເງິນ
  • |
  • 2025-10-24
  • |
  • ວຽກຮ່ວມມື

 

        ໃນວັນທີ 24 ຕຸລາ 2025 ທີ່ ໂຮງແຮມ ປຼີຊິເດັນ, ມຸສກູ, ສ.ຣັດເຊຍ; ສປປ ລາວ ແລະ ສ. ຣັດເຊຍ ສືບຕໍ່ຈັດກອງປະຊຸມທາງການ; ໂດຍການເປັນທານ ແລະ ປະທານຮ່ວມໂດຍ ທ່ານ ສັນຕິພາບ ພົມວິຫານ, ລັດຖະມົນຕີກະຊວງການເງິນ, ປະທານຄະນະກຳມາທິການຮ່ວມມືດ້ານເສດຖະກິດ, ການຄ້າ, ວິທະຍາສາດ ແລະ ເຕັກນິກ ລາວ-ຣັດເຊຍ ແລະ ທ່ານ ອີຣິກ ໄຟຊູລິນ (Mr. Ilek FAIZULLIN), ລັດຖະມົນຕີກະຊວງກໍ່ສ້າງ, ເຄຫາສະຖານ ແລະ ສາທາລະນູປະໂພກ, ປະທານຄະນະກຳມາທິການຮ່ວມມືດ້ານເສດຖະກິດ, ການຄ້າ, ວິທະຍາສາດ ແລະ ເຕັກນິກ ຣັດເຊຍ-ລາວ; ພ້ອມທັງຄະນະຜູ້ແທນທາງການ ສປປ ລາວ ຈາກ ກະຊວງການເງິນ, ກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ກະຊວງກະສາທາລະນະສຸກ, ກະຊວງໂຍທາທິການ ແລະ ຂົນສົ່ງ; ສະຖານເອກອັກຄະລັດຖະທູດລາວ ປະຈຳ ສ. ຣັດເຊຍ, ແລະ ຜູ້ຕາງໜ້າ ຈາກ ພາກເອກະຊົນຈຳນວນໜຶ່ງເຂົ້າຮ່ວມ. 

        ກອງປະຊຸມຄັ້ງນີ້, ເລີ່ມຈາກກອງປະຊຸມພົບປະວົງແຄບ ເພື່ອປຶກສາຫາລື-ແລກປ່ຽນຄວາມຄິດເຫັນໂດຍສຸມໃສ່ບາງຫົວຂໍ້ທີ່ຕ້ອງການການຮ່ວມມື ແລະ ຊຸກຢູ້ໃຫ້ສຳເລັດໃນເວລາອັນຄວນ ແລະ ກອງປະຊຸມຄົບຄະນະທາງການ ເພື່ອລາຍງານຜົນການປຶກສາຫາລືເນື້ອໃນບົດບັນທຶກກອງປະຊຸມທີ່ໄດ້ປຶກສາຫາລືກັນໃນວັນທີ 23​ ຕຸລາ 2025 ບົນພື້ນຖານກໍານົດເນື້ອໃນສືບຕໍ່ຈັດຕັ້ງປະຕິບັດຮ່ວມມືກັນໃນປີ 2025.

        ໃນຕອນທ້າຍ ຂອງ ກອງປະຊຸມ ໄດ້ມີພິທີເຊັນສັນຍາຮ່ວມກັນ ລວມທັງໝົດ 06 ສະບັບ ຄື: ບົດບັນທຶກກອງປະຊຸມຄະນະກຳມາທິການຮ່ວມມື ດ້ານເສດຖະກິດ, ການຄ້າ, ວິທະຍາສາດ ແລະ ເຕັກນິກ ລາວ-ຣັດເຊຍ ຄັ້ງທີ 18; ຂໍ້ຕົກລົງວ່າດ້ວຍຄູ່ຮ່ວມຍຸດທະສາດ ລະຫວ່າງ ບໍລິສັດ ເອດສະຕາ ພີເຈເອັດຊີກຣຸບ (Astra Group PJSC) ແລະ ບໍລິສັດ ຊີວິວເທັກ (Sivill Tech); ບົດບັນທຶກຄວາມເຂົ້າໃຈການຮ່ວມມື ກ່ຽວກັບການພັດທະນາ ລະບົບນຳທາງດ້ານການບິນຄົບວົງຈອນ ລະຫວ່າງ ບໍລິສັດອາມັດ ອາແອນພີ (PJSC "Almaz R&P"  ແລະ ບໍລິສັດ ລາວ ເອັດເອເອັ (Lao SAS); ບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການບໍລິການໃນຂະແໜງການເງິນ ລະຫວ່າງ ກຸ່ມບໍລິສັດ ເອໄອເຟບ (AIF Group) ແລະ ບໍລິສັດໂຊລິດໄຟແນນໂຊເຮົາ (Solid Financial House); ບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການບໍລິການໃນຂະແໜງທະນາຄານ ລະຫວ່າງ ບໍລິສັດ ເພວີ ແອວແອວຊີ (Payvi LLC) ແລະ ບໍລິສັດ ລາວຄອນເນັກ ຈຳກັດ (Lao connect); ບົດບັນທຶກຄວາມເຂົ້າໃຈ ການຮ່ວມມືໃນຂະແໜງການຄວາມປອດໄພທາງໄຊເບີ ລະຫວ່າງ ບໍລິສັດໂພສິທີບ ເທັກໂນໂລຊີ (Positive Technologies) ແລະ ບໍລິສັດ ເບດເທເລຄອມ (Best Telecom).

© 2025 Copyright: ກະຊວງການເງິນ, ສປປ ລາວ