• ກະຊວງການເງິນ
  • |
  • 2025-10-27
  • |
  • ວຽກຮ່ວມມື

      ໃນລະຫວ່າງ ວັນທີ 26-29 ຕຸລາ 2025, ທ່ານ ຈັນທະພອນ ຄຳມະນີຈັນ ຫົວໜ້າຫ້ອງການ ຄະນະກຳມະການຮ່ວມມື ລາວ-ຫວຽດນາມ ກະຊວງການເງິນ ສປປ ລາວ ໄດ້ພົບປະ ແລະ ເຮັດວຽກ ກັບຜູ້ແທນຫ້ອງການຄະນະກໍາມະການຮ່ວມມືຫວຽດນາມ-ລາວ ນໍາໂດຍ ທ່ານ ເຢືອງ ຮຸ່ງ ເກື່ອງ ຮອງຫົວໜ້າກົມໜີ້ສິນ ແລະ ເສກຖະກິດຕ່າງປະເທດ ກະຊວງການເງິນ ສສ ຫວຽດນາມ ພ້ອມດ້ວຍຜູ້ຕາງໜ້າຈາກບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

        ກອງປະຊຸມຄັ້ງນີ້, ສອງຝ່າຍ ໄດ້ປຶກສາຫາລື ເປັນເອກະພາບກັບແຜນການເຄື່ອນໄຫວ ແລະ ກະກຽມເນື້ອໃນເອກະສານໃຫ້ແກ່ກອງປະຊຸມ ຄັ້ງທີ 48 ຂອງ​ຄະນະ​ກຳມະການ​ຮ່ວມ​ມືທະວິພາຄີ ລະຫວ່າງ ລັດຖະບານ ລາວ ​ແລະ ລັດຖະບານ ຫວຽດນາມ ປະຈຳປີ 2026 ໂດຍໄດ້ມອບໃຫ້ບັນດາກະຊວງ, ຂະແໜງການຂອງທັງສອງຝ່າຍລົງເລິກຕີລາຄາຜົນການຈັດຕັ້ງປະຕິບັດຜົນສໍາເລັດຂອງກອງປະຊຸມ ຄັ້ງທີ 47 ຜ່ານມາ ແລະ ສະເໜີທິດທາງ, ແຜນການຮ່ວມມືໃນປີ 2026. ພ້ອມກັນນັ້ນ, ສອງຝ່າຍ ໄດ້ສະຫຼຸບ-ສັງລວມເປັນຮ່າງບົດບັນທຶກ ແລະ ແຜນການຮ່ວມມືໃນປີ 2026 ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ອີກດ້ວຍ.

        ໂອກາດນີ້, ຄະນະຜູ້ແທນຈາກສອງຫ້ອງການ ໄດ້ພ້ອມກັນລົງໄປກວດກາຄວາມຄືບໜ້າຕົວຈິງ ຂອງໂຄງການກໍ່ສ້າງສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ຢູ່ເຂດ ບ້ານດົງໝາກຄາຍ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ຊຶ່ງເປັນໂຄງການທີ່ມີຄວາມໝາຍສໍາຄັນ ແລະ ເປັນສັນຍາລັກພິເສດໃນການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໂດຍຈະກໍ່ສ້າງໃຫ້ສໍາເລັດ ແລະ ເປີດການນໍາໃຊ້ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ສປປ ລາວ ຄົບຮອບ 50 ປີ ໃນວັນທີ 2 ທັນວາ 2025 ນີ້. 

© 2025 Copyright: ກະຊວງການເງິນ, ສປປ ລາວ