• ກະຊວງການເງິນ
  • |
  • 2025-10-11
  • |
  • ວຽກຮ່ວມມື

        ໃນລະຫວ່າງວັນທີ 11-20 ຕູລາ 2025,  ທ່ານ ສຸລິວັດ ສຸວັນນະຈູມຄໍາ, ຮອງລັດຖະມົນຕີກະຊວງການເງິນ ໃນນາມ ຜູ້ວ່າການຊົ່ວຄາວ ຂອງ ສປປ ລາວ ປະຈຳ ກູ່ມທະນາຄານໂລກ (WBG) ພ້ອມດ້ວຍຜູ້ແທນຂອງກະຊວງການເງິນ ໄດ້ເຂົ້າຮ່ວມກອງປະຊຸມປະຈຳປີ 2025 ສະພາຜູ້ວ່າການ ກຸ່ມທະນາຄານໂລກ (WBG) ແລະ ກອງທຶນການເງິນສາກົນ(IMF) ຄັ້ງທີ 80 ທີ່ໄດ້ຈັດຂຶ້ນຢ່າງເປັນທາງການ ຢູ່ເມືອງ ນະຄອນຫຼວງວໍຊິງຕັນ ດີຊີ, ສ. ອາເມຣິກາ.

        ໃນທຸກໆປີ ກອງປະຊຸມຈະຈັດຂຶ້ນໃນທຸກໆປີ  ເປັນການຈັດຂຶ້ນຮ່ວມກັນລະຫວ່າງ WBG ແລະ IMF ເພື່ອເສີມສ້າງສັກກະຍາພາບໃຫ້​ກາຍ​ເປັນ​ທະ​ນາ​ຄານ​ທີ່​ດີກ​ວ່າ ແລະ ​ມີ​ປະ​ສິດ​ທິ​ຜົນກວ່າເກົ່າ. ພ້ອມດຽວກັນນີ້້ ກອງປະຊຸມດັ່ງກ່າວ ໄດ້ດໍາເນີນພາຍໃຕ້ການເປັນເຈົ້າພາບຂອງປະເທດ ສ.ອາເມລິກາ ໂດຍມີບັນດາການນໍາຈາກກະຊວງການເງິນ ແລະ ທະນາຄານກາງ  ຕາງໜ້າຈາກບັນດາປະເທດສະມາຊິກຂອງ WBG ແລະ IMF, ອົງການຈັດຕັ້ງສາກົນ ແລະ ພາກທຸລະກິດ ເຂົ້າຮ່ວມ.

        ເພື່ອປຶກສາຫາລືແລກປ່ຽນທັດສະນະຮ່ວມກັນ ກ່ຽວກັບສະພາບເສດຖະກິດໂລກ, ສະຖຽນລະພາບທາງດ້ານການເງິນໂລກ ແລະ ການພັດທະນາເສດຖະກິດ. ພ້ອມນີ້, ກໍ່ໄດ້ມີການປຶກສາຫາລືກ່ຽວກັບບັນຫາທີ່ສາກົນ ກໍ່ຄືປະເທດໃນໂລກກໍາລັງມີຄວາມສົນໃຈເປັນຕົ້ນເເມ່ນ ສະພາບຄວາມເຄັ່ງຕຶງທາງເສດຖະກິດ, ການຄາດຄະເນເສດຖະກິດ, ການຫຼຸດຜ່ອນຄວາມທຸກຍາກ ແລະ ປະສິດທິພາບຂອງການຊ່ວຍເຫຼືອຕ່າງໆ ພາຍໃຕ້ຫຼາຍຮູບເເບບປະກອບມີຄື: ກອງປະຊຸມສໍາມະນາ, ການບັນຍາຍລະດັບພາກພື້ນ, ງານຖະເເຫຼງຂ່າວ ແລະ ການສົນທະນາໃນຮູບເເບບອື່ນໆ.

         ກອງປະຊຸມປະຈໍາປີຄັ້ງນີ້ ທ່ານ ຮອງລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມຫຼາຍກອງປະຊຸມທີ່ມີຄວາມສໍາຄັນ ເຊິ່ງປະກອບດ້ວຍ: ກອງປະຊຸມຄົບຄະນະຜູ້ວ່າການປະຈໍາປີ ຄັ້ງທີ 80, ກອງປະຊຸຸູມ ຫ້ອງວ່າການກຸ່ມອາຊີຕາເວັນອອກສ່ຽງໃຕ້ ຂອງ WBG ແລະ IMF (Southeast Asia Voting Group: SEAVG) ຄັ້ງທີ 56, ກອງປະຊຸມໂຕະມົນລະຫວ່າງ ຜູ້ອໍານວຍການໃຫ່ຍຂອງ IMF, ກົມອາຊີ-ປາຊີຟິກ, ລັດຖະມົນຕີການເງິນ ແລະ ຜູ້ວ່າທະນາຄານກາງຂອງກຸ່ມປະເທດອາຊຽນ (Strategic Dialogue with Asean Finance Ministers and Governors), ຄຽງຄູ່ກັນນີ້, ຍັງໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລື ແລະ ແລກປ່ຽນບົດຮຽນ ກ່ຽວກັບການກະກຽມດໍາເນີນການປະເມີນວຽກງານຄຸ້ມຄອງສ່ວຍສາອາກອນ (Tax Administration Diagnostic Assessment Tool -TADAT) ຂອງ ສປປ ລາວ ໃນປີ 2026 ຕາມກອບຮ່ວມມືລະຫວ່າງ IMF ແລະ ກົມສ່ວຍສາອາກອນ. ພ້ອມທັງບັນດາກອງປະຊຸມສອງຝ່າຍທີ່ໄດ້ພົບປະກັບກົມວິຊາການຂອງ ທະນາຄານໂລກ ເພື່ອປຶກສາຫາລືກ່ຽວກັບສະພາບເສດຖະກິດຂອງ ສປປ ລາວ ແລະ ພາກພື້ນ. ແລະ ພົບປະສອງຝ່າຍກັບກົມວິຊາການຂອງ IMFເພື່ອປຶກສາວຽກງານຕິດພັນກັບການຊ່ວຍເຫຼືອທາງດ້ານວິຊາການ. ​ພ້ອມນີ້, ຍັງປະກອບມີ ອົງການຈັດຕັ້ງສາກົນ ແລະ ພາກເອກະຊົນ, ກອງປະຊຸມສໍາມະນາປິ່ນອ້ອມຕ່າງໆ.

    ໃນການເຂົ້າຮ່ວມກອງປະຊຸມຄົບຄະນະ ສະພາຜູ້ວ່າການປະຈໍາ WBG ແລະ IMF ປີ 2025 (WBG-IMF 2025 Plenary) ໃນຄັ້ງນີ້ ແມ່ນຈະສຸມໃສ່ “ການສ້າງຄວາມທົນທານໃນໂລກທີ່ບໍ່ແນ່ນອນ”, ເຊິ່ງໄດ້ປຶກສາຫາລື ກ່ຽວກັບ ການປັບປຸງການເງິນ ງົບປະມານ, ການດຸ່ນດ່ຽງເສດຖະກິດພາຍໃນ ແລະ ພາຍນອກ, ແລະ ການຍົກລະດັບການເຕີບໂຕເພື່ອບັນລຸເປົ້າໝາຍໄລຍະກາງ. ພ້ອມນີ້ກອງປະຊຸມຍັງ ໄດ້ເນັ້ນໜັກເຖິງ 3 ເປົ້າໝາຍຫຼັກ ສຳລັບການພັດທະນາເສດຖະກິດໃນສະພາບການປັດຈຸບັນ ຄື:  ການປັບປຸງການເງິນຂອງລັດຖະບານ;  ການດຸ່ນດ່ຽງເສດຖະກິດພາຍໃນ ແລະ ພາຍນອກ ແລະ ການຍົກລະດັບແນວໂນ້ມການເຕີບໂຕເສດຖະກິດເພື່ອປັບປຸງຄວາມຍືນຍົງຂອງໜີ້ສາທາລະນະ.

ພ້ອມດຽວກັນນີ້ ເຫັນໄດ້ວ່າ ບັນດາສາກົນສ່ວນໃຫຍ່ ແມ່ນ ເນັ້ນໃສ່ການອັບເດດສະພາບເສດຖະກິດ​ໂລກ ທີ່​ພວມ​ປັບ​ຕົວໃຫ້ສອດຄ່ອງກັບ​ທ່າອ່ຽງການ​ຫັນປ່ຽນ ແລະ ເພື່ອຮັບປະກັນການຮັບມືກັບສິ່ງທ້າທາຍຕ່າງໆ ​ໂດຍການນໍາໃຊ້ບັນດາ​ມາດ​ຕະການ ແລະ ​ນະ​ໂຍບາຍ​ໃໝ່ທີ່ມີຄວາມຮັດກຸມຫຼາຍຍິ່ງຂຶ້ນ. ພ້ອມນີ້, ການສະໜັບສະໜູນບັນດາປະເທດໃນກຸ່ມ SEAVG ແລະ ວາລະນະໂຍບາຍທົ່ວໂລກເຊິ່ງໄດ້ຍົກໃຫ້ເຫັນທ່າອ່ຽງເສດຖະກິດໂລກ ແລະ ພາກພື້ນ ໂດຍເນັ້ນໃຫ້ເຫັນ ຄວາມສຳຄັນ, ສິ່ງທ້າທາຍດ້ານນະໂຍບາຍ ແລະ ຍຸດທະສາດຂອງຫ້ອງການກຸ່ມທີ່ ສປປ ລາວ ສັງກັດຢູ່, ລວມທັງການ​ເຄື່ອນ​ໄຫວ​ຂອງ​ກຸ່ມ​ທະນາຄານ​ໂລກ​ໃນ​ປັດຈຸ​ບັນ, ການຮ່ວມມືກັບພາກເອກະຊົນ ແລະ ການຄໍ້ຳປະກັນ, ຍຸດ​ທະ​ສາດ​ໃນ​ອະນາຄົດ.

ນອກຈາກນີ້, ບັນດາຜູ້ວ່າການຍັງໄດ້ຮັບຟັງການລາຍງານ ກ່ຽວກັບ ການຄາດຄະເນການຂະຫຍາຍຕົວຂອງເສດຖະກິດໂລກ ເຊິ່ງສະແດງໃຫ້ເຫັນໃນບົດລາຍງານສະພາບເສດຖະກິດໂລກຂອງ IMF (World economic Outlook 2025) ຄາດວ່າ ເສດຖະກິດໂລກ ໂດຍລວມຈະມີການຂະຫຍາຍຕົວຫຼຸດລົງຈາກ 3.3% ໃນປີ 2024 ຢູ່ທີ່ລະດັບ 3.2% ໃນປີ 2025 ແລະ 3.1% ໃນປີ 2026; ເສດຖະກິດຂະໜາດໃຫຍ່ ຈະຂະຫຍາຍຕົວຢູ່ທີ່ລະດັບ 1.5% ແລະ ເສດຖະກິດຂອງປະເທດທີ່ກໍາລັງພັດທະນາ ຈະຂະຫຍາຍຕົວສູງກວ່າຢູ່ໃນລະດັບ 4%. ອັດຕາເງິນເຟີ້ໂດຍລວມ ແມ່ນຄາດວ່າຈະສືບຕໍ່ຫຼຸດລົງໃນທົ່ວໂລກ. ຢ່າງໃດກໍ່ຕາມ, IMF ຍັງເຫັນວ່າການເຕີບໂຕຍັງມີຄວາມບອບບາງ ເນື່ອງຈາກຄວາມບໍ່ແນ່ນອນດ້ານນະໂຍບາຍ, ໜີ້ສິນສາທາລະນະທີ່ສູງ ແລະ ອັດຕາເງິນເຟີ້ທີ່ຍັງຄົງສູງຢູ່.

        ໂດຍອີງໃສ່ບັນຫາສິ່ງທ້າທາຍຕ່າງໆ IMF ໄດ້ໃຫ້ຄໍາເເນະນໍາຕໍ່ການວາງນະໂຍບາຍເງິນຕາ ແລະ ການເງິນຂອງບັນດາປະເທດສະມາຊິກໃນກຸ່ມ SEAVG ວ່າ ຄວນມີການປະສານສົມທົບກັນຢ່າງກົມກຽວ ໂດຍສະເພາະການສືບຕໍ່ແກ້ໄຂບັນຫາອັດຕາເງິນເຟີ້ ໂດຍສຸມໃສ່ການວາງນະໂຍບາຍການເງິນ-ເງິນຕາ ຄຽງຄູ່ກັນກັບການຮັກສາສະຖຽນລະພາບທາງດ້ານລາຄາໃຫ້ມີຄວາມໝັ້ນຄົງ, ການຟື້ນຟູ ແລະ ສ້າງຄວາມເຂັ້ມແຂງທາງດ້ານງົບປະມານຂອງລັດຖະບານ (ຜ່ານການຫຼຸດຜ່ອນການຂາດດຸນງົບປະມານ, ການເພີ່ມລາຍຮັບ ຫຼື ການຈັດສັນງົບປະມານໃຫ້ມີປະສິດຕິພາບຫຼາຍຂຶ້ນ), ການຄຸ້ມຄອງເງິນຕາຕ່າງປະເທດ ແລະ ການໄຫຼວຽນຂອງເງິນທຶນ ໂດຍສະເພາະແມ່ນປະເທດຕະຫຼາດເກີດໃໝ່ ແລະ ປະເທດທີ່ກຳລັງພັດທະນາ. ທັງນີ້, IMF ໄດ້ຮຽກຮ້ອງໃຫ້ປະເທດສະມາຊິກ ໃນກຸ່ມ SEAVG ເອົາໃຈໃສ່ຕໍ່ກັບຄວາມເຄັ່ງຕຶງທາງດ້ານການຄ້າ ໂດຍແນະນໍາໃຫ້ມີການປັບປຸງຄືນບັນດານະໂຍບາຍການຄ້າໃຫ້ແທດເໝາະກັບສະພາບເສດຖະກິດ ເພື່ອຮັບປະກັນການຮ່ວມມືກັນຢ່າງສັນຕິວິທີ ແລະ ມີຄວາມໂປ່ງໃສ. ພ້ອມດຽວກັນນີ້້, ທັງ WBG ແລະ  IMF ຈະໄດ້ຕັ້ງໜ້າສືບຕໍ່ໃຫ້ການຊ່ວຍເຫຼືອປະເທດສະມາຊິກຂອງຕົນຢ່າງສຸດຄວາມສາມາດຕາມພາລະບົດບາດຂອງຕົນ ເພື່ອຮັກສາສະຖຽນລະພາບ ແລະ ຄວາມເຂັ້ມເເຂງຂອງເສດຖະກິດໂລກ ແລະ ບັນດາປະເທດ ພ້ອມທັງພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃນທົ່ວໂລກໃຫ້ດີຂຶ້ນ.

        ພ້ອມນີ້ຍັງໄດ້ມີການພົບປະສອງຝ່າຍກັບ ທ່ານ  ກາຣ໌ໂລສ ຟິລີເປ ຮາຣາມີລໂຢ (Mr. Carlos Felipe Jaramillo) ຮອງປະທານທະນາຄານໂລກ (WB) ປະຈໍາພາກພື້ນອາຊີຕະເວັນອອກ ແລະ ປາຊິຟິກ ຜູ້ໃໝ່ ປ່ຽນແທນ ນາງ ມານູເອວລາ ເຟີໂຣ (Ms. Manuela Ferro) ທີ່ສິ້ນສຸດໜ້າທີ່ໃນເດືອນ ກັນຍາ 2025 ເຊິ່ງ ການພົບປະດັ່ງກ່າວໄດ້ປຶກສາຫາລືກ່ຽວກັບສະພາບເສດຖະກິດມະຫາພາກ ແລະ ໜີ້ສິນ ຂອງ ສປປ ລາວ, ການຈັດຕັ້ງປະຕິັບດ Portfolio, ການວາງແຜນວຽກໃນ ສົກປີ 2026 ແລະ ວຽກງານບູລິມະສິດໃນອະນາຄົດ, ວຽກງານການພັດທະນາພາກເອກະຊົນ, ແລະ ການສະໜັບສະໜູນເພື່ອຫຼຸດພົ້ນອອກຈາກປະເທດທີ່ກໍາລັງພັດທະນາ.

         ທັງນີ້, ຍັງໄດ້ພົບປະກັບ ທ່ານ ປີລາເມດ ວຸດທິທອນເນຕິລັກ (Mr. Perames Vudthitornetiraks) ປະທານສຳນັກງານ ການຮ່ວມມື ເພື່ອການພັດທະນາເສດຖະກິດກັບປະເທດເພື່ອນບ້ານ (NEDA) ເພື່ອປຶກສາຫາລືການຮ່ວມມືສອງຝ່າຍ ແລະ ຮັບຟັງການລາຍງານຄວາມຄືບໜ້າສະພາບການຈັດຕັ້ງປະຕິບັດບັນດາໂຄງການທີ່ກຳລັງດຳເນີນການ ເປັນຕົ້ນ: ການປັບປຸງ ແລະ ກໍ່ສ້າງເສັ້ນທາງ R12 ແລະ ການກະກຽມກໍ່ສ້າງຂົວຢູ່ຊຽງແມນ ແຂວງຫຼວງພະບາງ; ປຶກສາຫາລືກ່ຽວກັບການກໍ່ສ້າງຂົວຂ້າມນຳ້ຂອງ ເຊື່ອມຕໍ່ທາງລົດໄຟ ລາວ-ຈີນ ແລະ ໄທ, ສຳລັບ ການຮ່ວມມືໃນຕໍ່ໜ້າແມ່ນທັງຝ່າຍ ຈະສຸມໃສ່ວຽກງານໂຄງລ່າງພື້ນຖານສີຂຽວ ແລະ ພະລັງງານສະອາດ.

         ສຳລັບກອງປະຊຸມຂອງສະພາຜູ້ວ່າການ ກຸ່ມທະນາຄານໂລກ (WBG) ແລະ ກອງທຶນການເງິນສາກົນ(IMF) ປະຈຳປີ 2026 ຄັ້ງທີ 81 ແມ່ນຈະຈັດຂຶ້ນຢູ່ ບາງກອກ (Bangkok), ປະເທດ ໄທ (Thailand) ເຊິ່ງຈະຈັດຂຶ້ນໃນເດືອນ ຕູລາ 2026.

© 2025 Copyright: ກະຊວງການເງິນ, ສປປ ລາວ