• ສະຖາບັນການເງິນ – ການບັນຊີ
  • |
  • 2025-10-24
  • |
  • ວຽກວິຊາສະເພາະ

                                                                                                                ສວ-ບກລ ຈັດຝຶກອົບຮົມ ຫົວຂໍ້: ອາກອນລາວ

        ເພື່ອຍົກລະດັບຄວາມຮູ້ທາງດ້ານທິດສະດີ, ຄວາມສາມາດແບບຕໍ່ເນື່ອງ ໃຫ້ກັບນັກຝຶກອົບຮົມ                   ມີຄວາມເຂົ້າໃຈເລິກເຊິ່ງກ່ຽວກັບນິຕິກຳທີ່ຕິດພັນກັບອາກອນ ແລະ ຫຼັກການປະຕິບັດດ້ານອາກອນ ທີ່ຕິດພັນກັບ      ຫົວໜ່ວຍທຸລະກິດຕ່າງໆ ແລະ ເປັນຫຼັກການສ້າງຄວາມເຂົ້າໃຈໃຫ້ກັບຫົວໜ່ວຍວິສາຫະກິດທີ່ໃຫ້ບໍລິການບັນຊີ ແລະ ກວດສອບ.

        ໃນວັນທີ 24 ຕຸລາ 2025 ສະພາວິຊາຊີບ ນັກບັນຊີ ແລະ ນັກກວດສອບ (ສວ-ບກລ) ໄດ້ຈັດຝຶກອົບຮົມ ໃນຫົວຂໍ້: ອາກອນລາວ, ໂດຍການເຂົ້າຝຶກອົບຮົມ ແບບເຊິ່ງໜ້າ ແລະ ຜ່ານລະບົບອອນລາຍ ເປັນເວລາ             1 ວັນ; ເຊິ່ງປະກອບມີເນື້ອໃນ ແລະ ບົດຮຽນ ຄື: ຄວາມເຂົ້າໃຈກ່ຽວກັບອາກອນແຕ່ລະປະເພດທີ່ບັນດາທຸລະກິດຕ້ອງໄດ້ປະຕິບັດເສຍພັນທະ; ລົງເລິກກົດໝາຍວ່າດ້ວຍ ອາກອນມູນຄ່າເພີ່ມ ປັບປຸງ ເລກທີ 60/ສພຊ, ລົງວັນທີ 28 ມິຖຸນາ 2024; ລົງເລິກກ່ຽວກັບກົດໝາຍວ່າດ້ວຍອາກອນຊົມໃຊ້ ແລະ ອາກອນລາຍໄດ້; ການແຈ້ງເສຍອາກອນແຕ່ລະປະເພດປະຈຳເດືອນ; ການປະຕິບັດການໄລ່ລຽງອາກອນປະຈໍາປີ ແລະ ການອອກໃບບິນ; ການປະຕິບັດອາກອນກໍາໄລປະຈໍາປີ ແລະ ມາດຕະການການປັບໄໝຂອງອາກອນ; ການໄລ່ລຽງອາກອນກຳໄລໃນປີ ແລະ ປີຜ່ານມາ, ການໄລ່ລຽງເພື່ອຍົກຂາດທຶນຫັກກໍາໄລໃນປີ.

        ການຝຶກອົບຮົມຄັ້ງນີ້ ບັນລະຍາຍໂດຍ: ທ່ານ ບຸນຈັນ ວໍນະລາດ ພະນັກງານບໍານານ ກົມສ່ວຍສາອາກອນ ກະຊວງການເງິນ, ອາຈານຜູ້ບັນຍາຍວິຊາອາກອນ ພາກອາກອນ ສປປ ລາວ ປະຈໍາຫຼັກສູດ CPA ຂອງ ສະພາວິຊາຊີບ ນັກບັນຊີ ແລະ ນັກກວດສອບ, ມີຜູ້ເຂົ້້າຮ່ວມຝຶກອົບຮົມທັງໝົດ 273 ທ່ານ, ໂດຍມາຈາກ      ຫຼາຍພາກສ່ວນ ໃນນັ້ນ ມີພະນັກງານວິຊາການທີ່ມາຈາກ ກົມຄຸ້ມຄອງການບັນຊີ, ສະຖາບັນການເງິນ-ການບັນຊີ, ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ສະຖາບັນການທະນາຄານ, ພະນັກງານ ສວ-ບກລລວມມີ            37 ທ່ານ  ແລະ ນັກຝຶກອົບຮົມທີ່ເຂົ້າຮ່ວມໃນນາມສະມາຊິກສາມັນບຸກຄົນ ຂອງ ສວ-ບກລ 112 ທ່ານ, ສະມາຊິກສົມທົບ ສວ-ບກລ 21 ທ່ານ, ນັກຝຶກອົບຮົມ CPA 55 ທ່ານ  ແລະ ບຸກຄົນທົ່ວໄປເຂົ້າຮ່ວມ 48 ທ່ານ.

 

© 2025 Copyright: ກະຊວງການເງິນ, ສປປ ລາວ