• ກະຊວງການເງິນ
  • |
  • 2025-10-24
  • |
  • ວຽກວິຊາສະເພາະ

ປະກາດນຳໃຊ້ ປື້ມຄູ່ມືວິທີຄິດໄລ່ GDP ຂອງແຂວງ ແລະ GO ລະດັບເມືອງ

        ໃນວັນທີ 24 ຕຸລາ 2025 ສູນສະຖິຕິແຫ່ງຊາດ ກະຊວງການເງິນ ໄດ້ຈັດກອງປະຊຸມປະກາດນໍາໃຊ້ປື້ມຄູ່ມື ວິທີຄິດໄລ່ລວມຍອດຜະລິດຕະພັນພາຍໃນ (GDP) ຂອງແຂວງ ແລະ ຄູ່ມືວິທີການສັງລວມຄິດໄລ່ ລວມຍອດຜະລິດຕະຜົນ (GO)  ລະດັບເມືອງ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງການເງິນ, ທ່ານ ປອ ບຸນທະວີ ສີສຸພັນທອງ ອາດີດຮອງລັດຖະມົນຕີ, ກະຊວງແຜນການ ແລະ ການລົງທຶນ, ພ້ອມດ້ວຍ ຫ້ອງວ່າການແຂວງ ພະແນກການເງິນທົ່ວປະເທດ ກົມກ່ຽວຂ້ອງເຂົ້າຮ່ວມແບບເຊິ່ງໜ້າ ແລະ ອອນລາຍ.

        ໂອກາດນີ້ ທ່ານ ນາງ ພອນວັນ ອຸທະວົງ ໄດ້ມີຄໍາເຫັນວ່າ:  ຜ່ານການຮັບຟັງການລາຍງານຂອງສູນສະຖິຕິແຫ່ງຊາດ. ຕາງໜ້າຄະນະນຳກະຊວງ ຕີລາຄາສູງຕໍ່ຜົນສໍາເລັດຂອງການສ້າງຄູ່ມືນີ້ ເຊິ່ງເປັນເຄື່ອງມືທີ່ສໍາຄັນ ໃຫ້ແກ່ ການຕິດຕາມປະເມີນການຂະຫຍາຍຕົວຂອງເສດຖະກິດ ໃນຂັ້ນທ້ອງຖິ່ນ ໃຫ້ຖືກຫຼັກວິທະຍາສາດ ແລະ                  ເອກະພາບສອດຄ່ອງຄວາມເປັນຈິງ.

        ຂະແໜງການເງິນມີພາລະບົດບາດໜັກໜ່ວງໃນການຂຸດຄົ້ນລາຍຮັບ ແລະ ທັງຫັດແໜ້ນລາຍຈ່າຍ ໃນເວລາດຽວກັນ ກໍ່ເປັນເສນາທິການໃນການຕິດຕາມການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ກໍ່ຄືບັນດາຂະແໜງການ ແລະ ທ້ອງຖີ່ນ. ໃນໄລຍະຜ່ານມາກະຊວງການເງິນ ໄດ້ສຸມໃສ່ປັບໂຄງສ້າງງົບປະມານແຫ່ງລັດ                 ຕາມຄຳຂວັນ “ລາຍຮັບພາຍໃນ ກຸ່ມລາຍຈ່າຍພາຍໃນ ມີສ່ວນສະສົມ ເພື່ອຊຳລະໜີ້ສິນ ແລະ ບຸກທະລຸການ                  ຄຸ້ມຄອງງົບປະມານລັດ ເປັນທັນສະໄໝ”. ຂໍ້ມູນສະຖິຕິ ຈຶ່ງເປັນເຄື່ອງມືສໍາຄັນ ໃນການຕິດຕາມການປະຕິບັດບັນດາຄາດໝາຍສູ້ຊົນຂອງ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ເວົ້າສະເພາະ ຄາດໝາຍສູ້ຊົນຂອງແຜນການຂະແໜງການເງິນ.

        ໂດຍອີງໃສ່ຫຼັກການວິທະຍາສາດ ຕາມມາດຖານສາກົນ ແລະ ໄປຕາມທິດທາງການຫັນເປັນທັນສະໄໝຂອງຂະແໜງການເງິນ, ເຊິ່ງໄດ້ມີແຜນສ້າງລະບົບການເຊື່ອມໂຍງຂໍ້ມູນຮອດທ້ອງຖິ່ນ ແລະ ສ້າງຖານຂໍ້ມູນລວມສູນຂອງຂະແໜງການເງິນ ລວມທັງຂໍ້ມູນສະຖິຕິຂັ້ນທ້ອງຖິ່ນ ການປະຕິບັດຕາມຄູ່ມືແນະນໍາສະບັບນີ້ ຖືເປັນຂະບວນການ ໜື່ງທີ່ທາງແຂວງ ແລະ ເມືອງ ຕ້ອງໄດ້ນໍາໄປຜັນຂະຫຍາຍໃນແຕ່ລະຂັ້ນ ຮັບປະກັນການລາຍງານຂໍ້ມູນສະຖິຕິໃຫ້ສອດຄ່ອງ ເປັນເອກະພາບ, ຮັບປະກັນການລາຍງານຂໍ້ມູນ ຕົວຊີ້ວັດ ຄາດໝາຍສູ້ຊົນ ໃຫ້ແກ່ການນໍາແຕ່ລະຂັ້ນ ໃນການປະເມີນເສດຖະກິດ ຂັ້ນແຂວງ ແລະ ເມືອງ.

        ພ້ອມນີ້, ທ່ານ ຍັງໄດ້ເນັ້ນຕື່ມວ່າ: ມອບໃຫ້ສູນສະຖິຕິແຫ່ງຊາດ ສືບຕໍ່ແຈກຢາຍຄູ່ມື, ເຄື່ອງມືໃຫ້ບັນດາແຂວງ             ໃຫ້ສໍາເລັດ, ເຫັນດີໃຫ້ສືບຕໍ່ຈັດຝຶກອົບຮົມສ້າງຄວາມອາດສາມາດໃຫ້ບັນດາແຂວງ ແລະ ຫ້ອງການເມືອງ; ໃຫ້ການນໍາຂັ້ນແຂວງນໍາເອົາເນື້ອໃນຈິດໃຈ ກອງປະຊຸມໃນມື້ນີ້ ໄປຈັດຕັ້ງຜັນຂະຫຍາຍໃຫ້ທົ່ວເຖິງເລິກເຊິ່ງ,                   ສ້າງກົນໄກປະສານງານ ພາລະບົດບາດ ຜຸ້ຮັບຜີດຊອບຕົວຈິງ; ໃຫ້ພະແນກການເງິນແຂວງ, ແລະ ຫ້ອງການການເງິນເມືອງ ນໍາເອົາຄູ່ມືສະບັບນີ້ ໄປຈັດຕັ້ງປະຕິບັດ ສ້າງແຜນປັບປຸງການຄີດໄລ່ຄາດຄະເນ GDP ແລະ ລວມຍອດ             ມູນຄ່າຜົນຜະລິດຂອງເມືອງ (GO) ຕາມພາລະບົດບາດຕົນຮັບຜີດຊອບ ໂດຍປະສານສົມທົບກັບສູນສະຖິຕິ                 ແຫ່ງຊາດ ເພື່ອສາມາດຄິດໄລ່ຕົວຊີ້ວັດນີ້ໃຫ້ຊັດເຈນ ເປັນບ່ອນອີງພື້ນຖານໃນການຄາດຄະເນລາຍຮັບ-ລາຍຈ່າຍ        ໃນແຕ່ລະຂັ້ນ. 

© 2025 Copyright: ກະຊວງການເງິນ, ສປປ ລາວ