• ກະຊວງການເງິນ
  • |
  • 2025-10-20
  • |
  • ວຽກວິຊາສະເພາະ

        ໃນວັນທີ 20-24 ຕຸລາ 2025, ກົມສະຖິຕິສິ່ງແວດລ້ອມ ແລະ ຄວາມໝັ້ນຄົງ ສູນສະຖິຕິແຫ່ງຊາດ, ກະຊວງການເງິນ ໄດ້ຈັດກອງປະຊະມກ່ຽວກັບການກໍານົດເປົ້າໝາຍ, ກວດແກ້ ແລະ ປຸງແຕ່ງຂໍ້ມູນ ສໍາລັບການຜະລິດຕົວຊີ້ບອກສະຖິຕິຄວາມໝັ້ນຄົງ ໂດຍນຳໃຊ້ຂໍ້ມູນຈາກການສໍາຫຼວດການຊົມໃຊ້ ແລະ ການໃຊ້ຈ່າຍຄົວເຮືອນ ຄັ້ງທີ VII ຂຶ້ນທີ່ແຂວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ວິໄຊ ສັນຕິວົງ ຫົວໜ້າກົມສະຖິຕິສິ່ງແວດລ້ອມ ແລະ ຄວາມໝັ້ນຄົງ, ມີຂັ້ນກົມ, ຂັ້ນພະແນກ, ວິຊາການ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

        ໃນກອງປະຊຸມຄັ້ງນີ້ທ່ານ ວິໄຊ ສັນຕິວົງ ປະທານກອງປະຊຸມໄດ້ມີຄຳເຫັນໃຫ້ຮູ້ວ່າ: “ການກໍານົດເປົ້າໝາຍ, ກວດແກ້ ແລະ ປຸງແຕ່ງຂໍ້ມູນ ສໍາລັບການຜະລິດຕົວຊີ້ບອກສະຖິຕິຄວາມໝັ້ນຄົງ” ໃຫ້ມີປະສິດທິພາບສູງ, ເພື່ອເຮັດໃຫ້ການຜະລິດຂໍ້ມູນສະຖິຕິທາງການ ທີ່ສາມາດສະໜອງຂໍ້ມູນຕາມຄວາມຕ້ອງການ ຂອງຜູ້ນໍາໃຊ້ໄດ້ຢ່າງເປັນປົກກະຕິ ພ້ອມທັງຮັບປະກັນຄຸນນະພາບຂອງຂໍ້ມູນໃຫ້ມີຄວາມຖືກຕ້ອງ, ສາມາດເຊື່ອຖືໄດ້, ເຂົ້າເຖິງໄດ້ ແລະ ສາມາດທຽບກັບມາດຖານສະຖິຕິສາກົນ, ເຊິ່ງປະກອບມີ 6 ຂົງເຂດໃຫຍ່ ທີ່ຈະວິໄຈ ແລະ ຜະລິດຂໍ້ມູນສະຖິຕິຄວາມໝັ້ນຄົງ ເຊັ່ນ: ການຕັ້ງຖິ່ນຖານຂອງມະນຸດ ແລະ ສຸຂະພາບສິ່ງແວດລ້ອມ, ການປະກັນ ແລະ ສະຫວັດດີການສັງຄົມ, ໂພສະນາການ, ໄພພິບັດ ແລະ ລະເບີດບໍ່ທັນແຕກ.

         ກອງປະຊຸມຝຶກອົບຮົມຄັ້ງນີ້ເປັນການສ້າງຂີດຄວາມອາດສາມາດ ແລະ ຄວາມເຂັ້ມແຂງທາງດ້ານວິຊາການ ໃຫ້ກັບພະນັກງານຂັ້ນສູນກາງ ແລະ ຂະແໜງການທີ່ກ່ຽວຂ້ອງໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ກັບການຜະລິດສະຖິຕິຄວາມໝັ້ນຄົງ, ໂດຍນຳໃຊ້ດ້ວຍການນໍາໃຊ້ໂປຣແກຣມ STATA ແລະ ຖານຂໍ້ມູນຈາກການສໍາຫຼວດການຊົມໃຊ້ ແລະ ການໃຊ້ຈ່າຍຄົວເຮືອນ ຄັ້ງທີ VII ເພື່ອຜະລິດຕົວຊີ້ບອກສະຖິຕິຄວາມໝັ້ນຄົງ ທີ່ຕິດພັນກັບການຕິດຕາມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X ແລະ ຕອບສະໜອງໃຫ້ແກ່ການຕິດຕາມເປົ້າໝາຍການພັດທະນາແບບຍືນຍົງ ຂອງ ສປປ ລາວ (SDGs).

 

© 2025 Copyright: ກະຊວງການເງິນ, ສປປ ລາວ