ຫາລື ກ່ຽວກັບກົນໄກການເຮັດວຽກການຮ່ວມມືກັບ ສປ ຈີນ
ໃນວັນທີ 22 ຕຸລາ 2025, ຄະນະກໍາມະການຮ່ວມມືລາວ-ຈີນ (ຄລຈ) ໄດ້ຈັດ “ກອງປະຊຸມ ປຶກສາຫາລື ກ່ຽວກັບກົນໄກການເຮັດວຽກການຮ່ວມມືກັບ ສປ ຈີນ” ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ແສງເດືອນ ໄຊຍະສອນ, ຮອງປະທານ ຄລຈ ຜູ້ປະຈໍາການ, ຫົວໜ້າຫ້ອງການ ຄະນະກໍາມະການຮ່ວມມືລາວ-ຈີນ ແລະ ທ່ານ ວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ; ເຊິ່ງມີຕາງໜ້າບັນດາຄະນະກົມ, ຄະນະພະແນກ ຈາກ ກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມທັງພະນັກງານຫຼັກແຫຼ່ງ ຂອງ ຫ້ອງການຄະນະກໍາມະການຮ່ວມມືລາວ-ຈີນ, ກະຊວງການເງິນ ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງ ຂອງການຈັດກອງປະຊຸມດັ່ງກ່າວ ແມ່ນປຶກສາຫາລື ກ່ຽວກັບກົນໄກການເຮັດວຽກຮ່ວມກັນ ເພື່ອເພີ່ມທະວີການຊຸກຍູ້ວຽກງານການຮ່ວມມືກັບ ສປ ຈີນ ໃຫ້ມີຄວາມໂລ່ງລ່ຽນ ແລະ ຊຸກຍູ້ວຽກງານ ການສະເໜີຊ່ວຍເຫຼືອກໍ່ສ້າງຕຶກອາຄານ ເພື່ອດໍາເນີນວຽກງານຈຸດດຽວ, ປ່ອງດຽວ ພ້ອມດຽວກັນນັ້ນກໍ່ໄດ້ປຶກສາຫາລື ເພື່ອຮ່ວມກັນຍາດແຍ່ງ ການຊ່ວຍເຫຼືອແບບຫຼາຍຝ່າຍ ເປັນຕົ້ນແມ່ນ ກອງທຶນແມ່ນໍ້າຂອງ, ແມ່ນໍ້າລ້ານຊ້າງ, ກອງທຶນຮ່ວມມືການຊ່ວຍເຫຼືອໃນກອບອື່ນໆ;
ທ່ານ ນາງ ແສງເດືອນ ໄຊຍະສອນ, ໄດ້ມີຄໍາເຫັນວ່າ: ເພື່ອເຮັດໃຫ້ການປະສານງານລະຫວ່າງ ພາກສ່ວນກ່ຽວຂ້ອງ ວຽກງານດັ່ງກ່າວ ມີຄວາມຄ່ອງຕົວ ແລະ ມີປະສິດທິພາບຍິ່ງຂຶ້ນ ຈຶ່ງໃຫ້ ມີການສືບຕໍ່ປະສານງານຮ່ວມມື ແລະ ສະໜອງ ຫຼື ແລກປ່ຽນຂໍ້ມູນ ຮ່ວມກັນ ເພື່ອຊຸກຍູ້ບາງວຽກຈຸດສຸມ ໃນປັດຈຸບັນ ຄື: ການສະເໜີໂຄງການຊ່ວຍເຫຼືອ ສ້າງອາຄານກວດກາຮ່ວມ ແບບຈຸດດຽວປ່ອງດຽວ; ຫາລື ຮ່ວມກັນຍາດແຍ່ງການຊ່ວຍເຫຼືອພາຍໃຕ້ກອບກອງທຶນການຮ່ວມມື ແລະ ກອງທຶນກ່ຽວຂ້ອງຕ່າງໆ.
ໃນກອງປະຊຸມ ທ່ານ ວາລະໄຊ ເລັ່ງສະຫວັດ ໄດ້ມີຄໍາຕື່ມອີກເຫັນວ່າ: ຜ່ານມາ 3 ພາກສ່ວນແມ່ນມີຜົນງານຫຼາຍດ້ານ ຢ່າງໃດກໍ່ຕາມ ໃນທາມກາງເງື່ອນໄຂສະພາບເສດຖະກິດສັງຄົມ ແລະ ສິ່ງທ້າທາຍ ວຽກງານ ການຮ່ວມມື ດັ່ງກ່າວ ຍິ່ງຕ້ອງສຸມໃສ່ ເພີ່ມທະວີການປຶກສາຫາລື ເພື່ອເຮັດໃຫ້ກົນໄກການປະສານງານ ມີປະສິດທິພາບ, ໂລ່ງລຽນ ແລະ ທັນສະພາບການຫຼາຍຂຶ້ນ.
ພ້ອມນັ້ນ, ໃນກອງປະຊຸມກໍ່ໄດ້ ລາຍງານ ແລະ ສະເໜີບັນຫາສຳຄັນ ຈາກຜູ້ຕາງໜ້າກົມອາຊີປາຊີຟິກ ແລະ ອາຟີກກາ, ຄະນະກໍາມະການຊາຍແດນແຫ່ງຊາດ ແລະ ກົມເສດຖະກິດ ກະຊວງການຕ່າງປະເທດ ແລະ ກົມອາຊີປາຊີຟິກ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ໄດ້ຕົກລົງ ເປັນເອກະພາບກັນກ່ຽວກັບກົນໄກການເຮັດວຽກຮ່ວມກັນ ແລະ ສືບຕໍ່ຮ່ວມກັນເພີ່ມທະວີການຊຸກຍູ້ວຽກງານການຮ່ວມມືກັບ ສປ ຈີນ ຊອກຫາຊ່ອງທາງຍາດແຍ່ງ ການຊ່ວຍເຫຼືອແບບຫຼາຍຝ່າຍ ແລະ ການຊ່ວຍເຫຼືອໃນດ້ານອື່ນໆ ເຂົ້າມາສູ່ ສປປ ລາວ ໃຫ້ຫຼາຍຂຶ້ນ.