• ຂ່າວທ້ອງຖິ່ນ
  • |
  • 2025-10-22
  • |
  • ວຽກວິຊາສະເພາະ

        ໃນວັນທີ 22 ຕຸລາ 2025 ພະແນກການເງິນ ນະຄອນຫຼວວຽງຈັນ ໄດ້ຈັດປາຖະກະຖາ ວັນປະກາດເອກະລາດ, ວັນສ້າງຕັ້ງການທູດ (12 ຕຸລາ 1945-12 ຕຸລາ 2025) ຄົບຮອບ 80 ປີ ແລະ ປະດັບຫຼຽນພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ໂດຍການປາຖະກະຖາ ແລະ ມອບຫຼຽນພັກ 70 ປີ ຂອງ ທ່ານ ຊົງເລົ່າ ຢົງນູ ຮອງເລຂາຄະນະບໍລິຫານງານພັກ ນະຄອນຫຼວວຽງຈັນ, ມີຮອງຫົວໜ້າພະແນກການເງິນ ນະຄອນຫຼວງວຽງຈັນ, ຫົວໜ້າຂະແໜງການ 3 ສາຍຕັ້ງ, ຫົວໜ້າ-ຮອງຫົວໜ້າຂະແໜງການອ້ອມຂ້າງ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂະແໜງການເງິນ ນວ ແລະ ພະນັກງານບໍານານ  ຂະແໜງການເງິນ ນະຄອນຫຼວວຽງຈັນ ເຂົ້າຮ່ວມ.

        ໂອກາດດັ່ງກ່າວ, ທ່ານ ຊົງເລົ່າ ຢົງນູ ໄດ້ປາຖະກະຖາໃຫ້ເຫັນໄດ້ ຄວາມໝາຍຄວາມສໍາຄັນຂອງວັນປະກາດເອກະລາດ 12 ຕຸລາ 1945, ບັນດາປັດໄຈສໍາຄັນທີ່ສ້າງເງື່ອນໄຂໃຫ້ແກ່ການປະກາດເອກະລາດ, ທັງການສືບຕໍ່ເສີມຂະຫຍາຍມູນເຊື້ອອັນພິລະອາດຫານຂອງປະຊາຊົນລາວບັນດາເຜົ່າ ທີ່ບໍ່ຍອມໃຫ້ປະເທດຊາດອັນແສນຮັກຂອງຕົນ ຕົກຢູ່ພາຍໃຕ້ການປົກຄອງ ຂອງຈັກກະພັດຜູ້ຮຸກຮານ ແລະ ສາມາດປະກາດຄວາມເປັນເອກະລາດ ໃຫ້ໂລກຮັບຮູ້ຄວາມເປັນຊາດລາວ, ຄືຄວາມມຸ່ງມາດປາຖະໜາ ຂອງຊາດລາວ ທີ່ສ້າງປະຫວັດສາດ ແລະ ແມ່ນຄວາມພາກພູມໃຈ ຂອງປະຊາຊົນລາວບັນດາເຜົ່າ ໃນຍຸກແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ສະນັ້ນ, ພວກເຮົາຈະຕ້ອງສືບຕໍ່ເສີມຂະຫຍາຍມູນເຊື້ອດັ່ງກ່າວ ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນ ໃຫ້ມີຜົນສໍາເລັດ.

        ພ້ອມກັນນັ້ນ, ທ່ານຍັງໃຫ້ເຫັນໄດ້ຕົ້ນກໍາເນີດ ປະຫັວດສາດການທູດລາວ ແລະ ຕິດພັນກັບການຂະຫຍາຍຕົວຂອງປະຫວັດສາດຂອງຊາດລາວໃນແຕ່ລະໄລຍະ, ການເຄື່ອນໄຫວວຽກງານການຕ່າງປະເທດພາຍໃຕ້ການນໍາພາຂອງພັກ ກ່ອນປົດປ່ອຍ, ແນວທາງການຕ່າງປະເທດຂອງລາວໃນໄລຍະໃໝ່, ຜົນສໍາເລັດໃນການເປີດກວ້າງການພົວພັນສາກົນຂອງ ສປປ ລາວ, ທັງໃຫ້ເຫັນໄດ້ບາງຂໍ້ຄົງຄ້າງ ແລະ ບົດຮຽນຖອດຖອນໄດ້ຈາກການເຄື່ອນໄຫວວຽກງານການຕ່າງປະເທດ ຂອງ ສປປ ລາວ ນໍາອີກດ້ວຍ.

        ຫຼັງຈາກນັ້ນ, ທ່ານ ຊົງເລົ່າ ຢົງນູ ກໍ່ໄດ້ປະດັບຫຼຽນພັກປະຊາຊົນ ປະຕິວັດລາວ 70 ປີ ໃຫ້ແກ່ອະດີດຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າພະແນກການເງິນ, ອະດີດເລຂາ, ຮອງເລຂາໜ່ວຍພັກ, ກໍາມະການໜ່ວຍພັກ (ທີ່ເປັນພະນັກງານບໍານານ) ເຊິ່ງບັນດາທ່ານ ທີ່ໄດ້ຮັບການປະດັບຫຼຽນຄັ້ງນີ້ ລ້ວນແລ້ວແຕ່ເປັນນບຸກຄົນທີ່ມີຜົນງານ, ຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕະຫຼອດໄລຍະເວລາຜ່ານມາ ແລະ ເພື່ອເປັນການສະແດງໃຫ້ເຫັນເຖິງຄວາມຮູ້ບຸນຄຸນຢ່າງສຸດຊຶ້ງ, ເປັນການຈາລຶກ ແລະ ຈົດຈໍາຜົນງານອັນໃຫຍ່ຫຼວງ ທີ່ໄດ້ອຸທິດເລືອດເນື້ອເຫື່ອແຮງ, ສະຕິປັນຍາໃຫ້ແກ່ພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ ແລະ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເປັນການຍ້ອງຍໍສັນລະເສີນ, ເປັນຄວາມທະນົງໃຈຂອງພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ.

 

 

© 2025 Copyright: ກະຊວງການເງິນ, ສປປ ລາວ