• ກະຊວງການເງິນ
  • |
  • 2025-10-22
  • |
  • ວຽກຮ່ວມມື

        ໃນວັນທີ 22 ຕຸລາ 2025  ກະຊວງການເງິນ ຕາງໜ້າ ລັດຖະບານ ແຫ່ງ ສປປ ລາວ ຮ່ວມກັບອົງການສະຫະປະຊາຊາດ ປະຈຳ ສປປ ລາວ, ຈັດເວທີສົນທະນາລະດັບສູງ ເພື່ອປຶກສາຫາລື ແລະ ກະກຽມຄວາມພ້ອມຮອບດ້ານໃນການຈັດກອງປະຊຸມໂຕະມົນລະດັບສູງ ຄັ້ງທີ XIV (14th HL-RTM 2025) ພາຍໃຕ້ຫົວຂໍ້: “ພາຍຫຼັງການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC), ການເປີດກວ້າງຄວາມມຸ່ງມາດປາດຖະໜາໃໝ່ໃນການພັດທະນາ - ການເຕີບໂຕ, ສົ່ງເສີມວຽກເຮັດງານທໍາ ແລະ ເຕັກໂນໂລຊີ”  ເຊິ່ງໄດ້ກຳນົດຈັດກອງປະຊຸມໂຕະມົນຂຶ້ນ ໃນວັນທີ 19 ພະຈິກ 2025, ທີ່ ນະຄອນຫຼວງວຽງຈັນ. ໃຫ້ກຽດກ່າວເປີດກອງປະຊຸມໂດຍ ທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີກະຊວງການເງິນ, ທ່ານ ບັກໂຮເດັຍ ເບີຄະນ໋ອຟ ຜູ້ປະສານງານອົງການສະຫະຊະຫະປະຊາຊາດ   ປະຈຳ ສປປ ລາວ, ມີຜູ້ຕາງໜ້າຈາກບັນດາກະຊວງຂະແໜງການ, ອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາສອງຝ່າຍ ແລະ ຫຼາຍຝ່າຍ, ພາກເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ, ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ເຂົ້າຮ່ວມ.

       ເວທີສົນທະນາລະດັບສູງຄັ້ງນີ້, ບັນດາຜູ້ແທນໄດ້ພ້ອມກັນສົນທະນາເນື້ອໃນຫົວຂໍ້ທີ່ສໍາຄັນ ເຊັ່ນ: ບາດກ້າວອັນສໍາຄັນ ກ່ຽວກັບອະນາຄົດຂອງການພັດທະນາໃນ ສປປ ລາວ; ປຶກສາຫາລືບັນດາຍຸດທະສາດທີ່ສໍາຄັນ ເພື່ອກຳນົດແນວທາງການພັດທະນາຂອງ ສປປ ລາວ ພາຍຫຼັງການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ; ການປະກອບສ່ວນໃນຂະບວນການສ້າງ ແລະ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X, ການກຽມຄວາມພ້ອມ ເພື່ອຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ໃນປີ 2026 ແລະ ຖະແຫຼງການວຽງຈັນ ສະບັບທີ 3.

        ໃນພິທີ ທ່ານ ສຸລິວັດ ສຸວັນນະຈູມຄໍາ ໄດ້ກ່າວມີຄຳເຫັນວ່າ: “ກອງປະຊຸມໂຕະມົນ ລະດັບສູງ ຄັ້ງທີ XIVແມ່ນເວທີປຶກສາຫາລືທີ່ສໍາຄັນໃນການລະດົມຂົນຂວາຍທຶນຊ່ວຍເຫຼືອ ເພື່ອການພັດທະນາ (ຊ.ກ.ພ) ເພື່ອຮັບປະກັນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ X ໃຫ້ບັນລຸຕາມຈຸດປະສົງ ແລະ ເປົ້າໝາຍທີ່ວາງໄວ້, ໂດຍສຸມໃສ່ການສ້າງຄວາມເຂັ້ມແຂງ ແລະ ການພັດທະນາ ເພື່ອກ້າວເຂົ້າສູ່ການຫຼຸດພົ້ນຈາກສະຖານະພາບດ້ວຍພັດທະນາຢ່າງມີຄຸນນະພາບ ແລະ ຍືນຍົງ”.

        ພ້ອມນີ້, ທ່ານ ບັກໂຮເດັຍ ເບີຄະນ໋ອຟ ໄດ້ກ່າວມີຄໍາເຫັນຕື່ມວ່າ: “ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ ແມ່ນໄດ້ກຳນົດໄວ້ໃນ ເດືອນ ພະຈິກ 2026. ການວິເຄາະເບື້ອງຕົ້ນຊີ້ໃຫ້ເຫັນເຖິງການສູນເສຍທາງດ້ານການຄ້າທີ່ອາດຈະເກີດຂຶ້ນໂດຍສະເພາະໃນຕະຫຼາດສະຫະພາບເອີຣົບເຊິ່ງຄາດຄະເນວ່າອາດຈະຫຼຸດລົງເຖິງ $66.3 ລ້ານ ໂດລາສະຫະລັດ. ແຕ່ຢ່າງໃດກໍ່ຕາມ, ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ບໍ່ແມ່ນຈຸດສິ້ນສຸດຂອງການພັດທະນາແຕ່ເປັນການລິເລີ່ມບໍລິບົດໃໝ່  ແຫ່ງການພັດທະນາການຫັນປ່ຽນດັ່ງກ່າວ ຈະນຳມາເຊິ່ງການສິ້ນສຸດມາດຕະການສະໜັບສະໜູນສາກົນ ລວມທັງ, ສິດທິພິເສດທາງດ້ານການຄ້າ ແລະ ການສະໜອງທຶນເພື່ອການພັດທະນາ ຢ່າງຄ່ອຍເປັນຄ່ອຍໄປ. ສະນັ້ນ, ເພື່ອຮັບປະກັນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຢ່າງໝັນທ່ຽງ, ຍືນຍົງ ແລະ ຈະບໍ່ກັບມາເປັນປະເທດດ້ອຍພັດທະນາອີກ ເວທີປຶກສາຫາລືໃນຄັ້ງນີ້ ແມ່ນມີຄວາມສຳຄັນ ແລະ ເປັນສິ່ງຈໍາເປັນທີ່ສຸດ ທີ່ພວກເຮົາຈະຮ່ວມກັນ ກຳນົດ ແລະ ຂັບເຄື່ອນນະໂຍບາຍ ໃຫ້ເປັນຮູບປະທຳ ແລະ ເປັນນະໂຍບາຍທີ່ຮັບໃຊ້ຜົນປະໂຫຍດຂອງປະຊາຊົນ, ປັບປຸງວຽກງານການຮ່ວມມື ເພື່ອການພັດທະນາ ຂອງ ສປປ ລາວ ໃຫ້ກ້າວເຂົ້າສູ່ລວງເລິກ ເພື່ອປົກປ້ອງຜົນໂຫຍດທີ່ພວກເຮົາໄດ້ສູ້ຊົນ ແລະ ຍາດມາໄດ້ຢ່າງຍາກລໍາບາກ ທັງເປັນການຫຼຸດຜ່ອນຄວາມສ່ຽງທີ່ເກີດຈາກຜົນກະທົບພາຍນອກ ໄປພ້ອມໆກັນ.

© 2025 Copyright: ກະຊວງການເງິນ, ສປປ ລາວ