• ກົມສ່ວຍສາອາກອນ
  • |
  • 2025-10-21
  • |
  • ວຽກວິຊາສະເພາະ

        ໃນວັນທີ 21 ຕຸລາ 2025, ກົມພາສີ ໄດ້ຈັດຝຶກອົບຮົມກ່ຽວກັບວຽກແຜນງານຜູ້ປະກອບການມາດຕະຖານເອອີໂອ (Authorized Economic Operator (AEO)) ຂື້ນ ເປັນເວລາ 3 ວັນ ແຕ່ວັນທີ 21 ຫາ 23 ຕຸລາ 2025. ໂດຍການເປັນປະທານ ຂອງທ່ານ ວົງວັນເພັງ ພູມສະຫວັນ ຮອງຫົວໜ້າກົມພາສີ, ມີຫົວໜ້າພະແນກ, ຮອງ​ຫົວໜ້າພະ​ແນ​ກ, ຫົວໜ້າພາສີປະຈໍາແຂວງ, ຫົວໜ້າດ່ານພາສີສາກົນ, ຜູ້ຕາງໜ້າຄະນະຮັບຜິດຊອບວຽກງານໂຄງການ ຜູ້ປະກອບການມາດຕະຖານ ເອອີໂອ, ຫົວໜ້າຂະແໜງ, ພ້ອມດ້ວຍພະນັກງານວິຊາການກົມພາສີ ເຂົ້າຮ່ວມ.

        ທ່ານ ວົງວັນເພັງ ພູມສະຫວັນ ໄດ້ໃຫ້ຄຳເຫັນວ່າ: ການ​ຝຶກ​ອົບຮົມຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນຫຼາຍ ເນື່ອງຈາກ ວຽກງານການອຳນວຍຄວາມສະດວກ ທາງດ້ານການຄ້າ ເປັນວຽກງານທີ່ມີຄວາມໝາຍຄວາມສຳຄັນ ຕໍ່ການຂະຫຍາຍຕົວຂອງລະບົບເສດຖະກິດ ໃນຍຸກຂອງການຄ້າເສລີໃນປະຈຸບັນ ຊຶ່ງກໍ່ເປັນພັນທະຂອງລັດຖະບານ ສປປ ລາວ ທີ່ມີຕໍ່ອົງການການຄ້າໂລກ ແລະ ສາກົນ, ແຜນງານຜູ້ປະກອບການມາດຕະຖານເອອີໂອ ເປັນການຮ່ວມມືກັນລະຫວ່າງ ພາກລັດ ແລະ ພາກຜູ້ປະກອບການ ເພື່ອຍົກສູງການຈັດຕັ້ງປະຕິບັດລະບຽບກົດໝາຍ, ຮັບປະກັນຄວາມປອດໄພທາງດ້ານການຄ້າສາກົນ ແລະ ເພີ່ມທະວີການອໍານວຍຄວາມສະດວກທາງດ້ານການຄ້າ ເຊິ່ງເປັນລະບຽບການທີ່ອົງການພາສີໂລກ ສ້າງຂຶ້ນ ໃນຂອບມາດຕະຖານການຮັກສາຄວາມປອດໄພ ແລະ ການອຳນວຍຄວາມສະດວກທາງການຄ້າ ລະຫວ່າງປະເທດ ( SAFE Framework of Standards ) ແລະ ແນະນໍາໃຫ້ບັນດາປະເທດສະມາຊິກທົ່ວໂລກຈັດຕັ້ງປະຕິບັດ.

        ບົດຮຽນທີ່ຝຶກອົບຮົມ ໃນຄັ້ງນີ້ ປະກອບມີ: ຄວາມ​ຄືບ​ໜ້າການ​ຈັດ​ຕັ້ງ​ປະຕິບັດ​ແຜນ​ງານ​ເອອີ​ໂອ​ຂອງ​ກົມ​ພາສີ; ການຈັດ​ຕັ້ງ​ປະຕິບັດແຜນ​ງານ​ເອອີ​ໂອຂອງ​ພາສີຍີ່ປຸ່ນ; ມາດຕະຖານ​ສາກົນ ​ແລະ ກິດຈະ​ກໍາ​ຂອງ​ແຜນ​ງານ​ເອອີ​ໂອ;ການກວດ​ສອບ​ມາດຕະຖານ ​ແລະ ຈຸດ​ສໍາຄັນ​ຂອງ​ເອອີ​ໂອ​ແຕ່ລະ​ປະ​ເພດ; ລົງ​ເລີກ​ກິດຈະ​ກໍາ​ໃນ​ການ​ສ້າງ​ຄູ່​ມື​ SAQ ການ​ປະ​ເມີນ​ເອອີ​ໂອ ສໍາລັບປະ​ເພດ​ຜູ້ສົ່ງ​ອອກ, ຜູ້ບໍລິການ​ແຈ້ງ​ພາສີ.

© 2025 Copyright: ກະຊວງການເງິນ, ສປປ ລາວ