• ກະຊວງການເງິນ
  • |
  • 2025-10-21
  • |
  • ວຽກຮ່ວມມື

        ໃນວັນທີ 20 ຕຸລາ 2025, ໄດ້ມີພິທີເປີດບັ້ນໂຄສະນາ ແລະ ດຳເນີນຂະບວນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ໂດຍການເຂົ້າຮ່ວມຂອງ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025, ມີທ່ານ ປອ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ນາງ ເພັດສະໜອນ ສອນ ຫົວໜ້າສູນສະຖິຕິແຫ່ງຊາດ, ທ່ານ ບັກຕີຢໍ ຄາດີລອບ (Bakhtiyor Kadyrov) ຜູ້ຕາງໜ້າຂອງອົງ ການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ແລະ ທ່ານ ບັກຄໍເດຍ ເບີຄານອບ (Bakhodir Burkhanov) ຜູ້ປະສານງານອົງການສະຫະປະຊາຊາດ (UNCR) ປະຈຳ ສ ປປ ລາວ.

        ໂອກາດນີ້ ທ່ານ ສັນຕິພາບ ພົມວິຫານ ໄດ້ມີຄຳເຫັນຕໍ່ພິທີຄັ້ງນີ້ວ່າ: ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ເປັນຂີດໝາຍປະຫວັດສາດຂອງຊາດ ແລະ ເປັນວຽກບູລີມະສິດໜຶ່ງຂອງລັດຖະບານ ເຊິ່ງມາຮອດປະຈຸບັນ ການສຳຫຼວດດັ່ງກ່າວ ແມ່ນໄດ້ຍັບຈໍ້ເຂົ້າມາເຕັມທີແລ້ວ. ໂດຍປະຕິບັດຕາມການຕົກລົງເຫັນດີໃນກອງປະຊຸມຄະນະຊີ້ນຳລະດັບຊາດ ແລະ ຄະນະຊີ້ນຳຂັ້ນແຂວງ ຄັ້ງວັນທີ 6/8/2025 ພວກເຮົາຈະໄດ້ດຳເນີນການຝຶກອົບຮົມນັກກວດກາ ແລະ ນັກເດີນສຳຫຼວດໃນວັນທີ 20 ຫາ 30 ຕຸລາ 2025  ແລະ ດໍາເນີນການເກັບກໍາຂໍ້ມູນພາກສະໜາມ ເອກກະພາບໃນຂອບເຂດທົ່ວປະເທດໃນວັນທີ 3 ພະຈິກ ຫາ 28 ທັນວາ 2025. 

        ມາຮອດປະຈຸບັນ, ຖືວ່າພວກເຮົາໄດ້ມີຄວາມພ້ອມ ທາງດ້ານ ບຸກຄະລະກອນເພື່ອເຂົ້າຮ່ວມຝຶກອົບຮົມເປັນຄູຝຶກ, ນັກກວດກາ, ນັກເດີນສຳຫຼວດ ແລະ ໃນການລົງເກັບກໍາຂໍ້ມູນພາກສະໜາມແລ້ວ. ສະນັ້ນ, ເພື່ອຮັບປະກັນເຮັດໃຫ້ ປະຊາຊົນລາວບັນດາເຜົ່າທຸກຊັ້ນຄົນ ທົ່ວສັງຄົມໄດ້ຮັບຮູ້, ເຂົ້າໃຈ ແລະ ໃຫ້ການຮ່ວມມື ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດການສຳຫຼວດໃນຄັ້ງນີ້ຢ່າງກວ້າງ ແລະ ທົ່ວເຖິງ, ພວກເຮົາຈິ່ງພ້ອມກັນໂຮມຊຸມນຸມໃນມື້ນີ້ ເພື່ອປະກາດບັ້ນໂຄສະນາການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ຢ່າງເປັນທາງການ.  

        ໃນນາມຮອງ ຫົວໜ້າຄະນະຊີ້ນຳລະດັບຊາດ, ຕາງໜ້າໃຫ້ລັດຖະບານ ຂໍຮຽກຮ້ອງມາຍັງທຸກພາກສ່ວນອົງການຈັດຕັ້ງພາກລັດ, ພາກເອກະຊົນ, ອຳນາດການປົກຄອງທ້ອງຖິ່ນ ແລະ ທຸກພາກສ່ວນໃນສັງຄົມຈົ່ງເປັນເຈົ້າການຮ່ວມແຮງຮ່ວມໃຈ ສະໜັບສະໜູນຢ່າງຕັ້ງໜ້າ ເພື່ອເຮັດໃຫ້ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ V ປີ 2025 ໄດ້ຮັບຜົນສໍາເລັດຕາມວັດຖຸປະສົງ ແລະ ລະດັບຄາດໝາຍ. 

          ຫ້ອງການ ສຳຫຼວດ ແຕ່ລະຂັ້ນນໍາເອົາເນື້ອໃນສີ່ງໂຄສະນາຕ່າງໆ ທີ່ ທ່ານ ຫົວຫນ້າ ສູນສະຖິຕິແຫ່ງຊາດ, ຄະນະຊີ້ນຳ ລະດັບຊາດ ຜູ້ປະຈຳການ ຈະນຳສະເຫນີ ຕໍ່ກອງປະຊຸມ ເປັນຕົ້ນແມ່ນ: ປ້າຍໂຄສະນາໄປຕິດຕັ້ງຕາມຖະໜົນ ຫົນທາງຢູ່ນະຄອນຫຼວງວຽງຈັນ, ບັນດາເທດສະບານແຂວງ, ເມືອງ ແລະ ສະຖານທີ່ຕ່າງໆ ໃນຂອບເຂດທົ່ວປະເທດ, ນໍາເອົາສື່ໂຄສະນາ ອອກໂທລະພາບ, ອອກກະຈ່າຍສຽງທາງວິທະຍຸ, ອອກກະຈ່າຍຜ່ານໂທລະໂຄ່ງ, ອອກຂໍ້ຄວາມສັ້ນຜ່ານໂທລະສັບມືຖື ແລະ ຮູບແບບການໂຄສະນາຕ່າງໆ ໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງກັນ.

© 2025 Copyright: ກະຊວງການເງິນ, ສປປ ລາວ