• ກະຊວງການເງິນ
  • |
  • 2025-10-21
  • |
  • ວຽກວິຊາສະເພາະ

        ໃນວັນທີ 17 ຕຸລາ 2025 ກະຊວງການເງິນ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ປະຈໍາ 09 ເດືອນຕົ້ນ ແລະ ທິດທາງແຜນການ 03 ເດືອນທ້າຍປີ 2025 ຂອງຂະແໜງການເງິນທົ່ວປະເທດ ຜ່ານລະບົບແບບເຊິ່ງໜ້າ ແລະ ລະບົບອອນໄລ ໂດຍການເປັນປະທານຂອງທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີ ກະຊວງການເງິນ, ມີ ຫ້ອງການ, ບັນດາກົມ, ສູນສະຖິຕິແຫ່ງຊາດ, ຫ້ອງການຄະນະກຳມະການຮ່ວມມືລາວ-ຈີນ, ຫ້ອງການຄະນະກຳມະການຮ່ວມມືລາວ-ຫວຽດນາມ, ພະແນກການເງິນແຂວງ, ນະຄອນຫຼວງ ແລະ 3 ຂະແໜງສາຍຕັ້ງ ເຂົ້າຮ່ວມ.

        ໃນກອງປະຊຸມ ທ່ານ ອຸລາ ສົມຈັນມະວົງ ຮອງຫົວໜ້າກົມແຜນການ ໄດ້ລາຍງານໃຫ້ຮູ້ວ່າ: ໃນໄລຍະ 09 ເດືອນ ປີ 2025 ລັດຖະບານ ໄດ້ສຸມໃສ່ຈັດຕັ້ງປະຕິບັດມະຕິຂອງສະພາແຫ່ງຊາດ ສະບັບເລກທີ 153/ສພຊ, 154/ສພຊ, 169/ສພຊ, ບັນດາວຽກຈຸດສຸມຂອງວາລະແຫ່ງຊາດວ່າດ້ວຍການແກ້ໄຂ ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ບັນຫາເຄັ່ງຮ້ອນ ຕິດພັນກັບມະຕິ 04/ກມສພ ເຊິ່ງມີ ຜົນສໍາເລັດທີ່ພົ້ນເດັ່ນໃນຫຼາຍດ້ານ ຄື: ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງ, ລວມຍອດຜະລິດຕະພັນພາຍໃນ (GDP) ໄຕມາດ 1 ຂະຫຍາຍຕົວ 4.5%, ໄຕມາດ II ຂະຫາຍຕົວ 4.5% ແລະ ໄຕມາດ III ຄາດວ່າຈະຂະຫຍາຍຕົວ 4.3%,  ລວມຍອດຜະລິດຕະພັນພາຍໃນ ສະເລ່ຍ 9 ເດືອນ ຢູ່ໃນລະດັບ 4.3%, ເປັນມູນຄ່າ 264,924 ຕື້ກີບ, ເທົ່າກັບ 70.5% ຂອງແຜນການ ໃນນີ້ປະກອບມີ: ຂະແໜງກະສິກຳ ຂະຫຍາຍຕົວ 3.5%, ຂະແໜງອຸດສາຫະກໍາ ຂະຫຍາຍຕົວ 4.3%, ຂະແໜງບໍລິການ ຂະຫຍາຍຕົວ 4.6% ແລະ ພາສີອາກອນຜະລິດຕະພັນສຸດທິ ຂະຫຍາຍຕົວ 4.3%. ເຊິ່ງປັດໄຈຕົ້ນຕໍທີ່ຊຸກຍູ້ການເຕີບໂຕ ແມ່ນການທ່ອງທ່ຽວ, ການຜະລິດຂະແໜງໄຟຟ້າ ແລະ ບໍ່ແຮ່ ແລະ ການກໍ່ສ້າງໂຄງລ່າງພື້ນຖານ, ອຸດສາຫະກຳປຸງແຕ່ງ ແລະ ການຂົນສົ່ງ. ສຳລັບ, ທິດທາງໃນໄລຍະ 03 ເດືອນທ້າຍປີ 2025 ບັນດາຂະແໜງການ ແລະ ທ້ອງຖິ່ນ ແມ່ນສືບຕໍ່ສຸມໃສ່ປະຕິບັດຄາດໝາຍ ແລະ ວຽກງານບູລິມະສິດ ຕາມທີ່ໄດ້ກຳນົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2025, ມະຕິຂອງສະພາແຫ່ງຊາດ ສະບັບເລກທີ 153/ສພຊ, ເລກທີ 154/ສພຊ, ເລກທີ 169/ສພຊ, ວຽກງານຈຸດສຸມຂອງວາລະແຫ່ງຊາດ, ການແກ້ໄຂບັນຫາເຄັ່ງຮ້ອນ ໃຫ້ໄດ້ຮັບໝາກຜົນສູງ. ນອກນີ້, ກອງປະຊຸມ ຍັງໄດ້ຮັບຟັງການສະຫຼຸບລາຍງານຫຍໍ້ກ່ຽວກັບຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ຂອງຂະແໜງການເງິນ ທົ່ວປະເທດ, ນະຄອນຫຼວງ ແລະ ບັນດາກົມ.

        ພ້ອມນີ້, ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີ ກະຊວງການເງິນ ໄດ້ມີຄຳເຫັນຕໍ່ກອງປະຊຸມວ່າ: ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ດ້ານຕົວເລກມະຫາພາກ, ບັນດາຕົວຊີ້ວັດເປົ້າໝາຍທີ່ຄາດຄະເນບໍ່ໄດ້ຕາມແຜນການ ຈະມີມາດຕະການ ແລະ ກົນໄກຄືແນວໃດ ເພື່ອໃຫ້ບັນລຸໄດ້ຕາມແຜນການລວມ ທັງແຜນໄລຍະສັ້ນ, ໄລຍະກາງ, ໄລຍະຍາວ ແລະ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ເພື່ອເປັນແນວທາງໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ງົບປະມານແຫ່ງລັດ ໃຫ້ໄດ້ຮັບຜົນສຳເລັດຕາມແຜນການທີ່ວາງໄວ້.

© 2025 Copyright: ກະຊວງການເງິນ, ສປປ ລາວ