• ກະຊວງການເງິນ
  • |
  • 2025-10-20
  • |
  • ວຽກວິຊາສະເພາະ

        ໃນວັນທີ 20 ຕຸລາ 2025, ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງ ການເງິນ ໄດ້ຈັດກອງປະຊຸມ ເຜີຍແຜ່ ແລະ ຝຶກອົບຮົມວຽກງານຈັດຊື້ ຕາມກອບຕົກລົງໃຫ້ 04 ກະຊວງ ຄື: ກະຊວງ ການເງິນ, ກະຊວງ ການຕ່າງປະເທດ, ກະຊວງ ສາທາລະນະສຸກ, ກະຊວງ ສຶກສາທິການ ແລະ ກິລາ ໂດຍການເປັນປະທານຂອງທ່ານ ອຸຕະແກ້ວ ແກ້ວດວງສິນ ຫົວໜ້າກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ມີ ທ່ານ ສົມບູນ ແກ່ນປະເສິດ ຮອງຫົວໜ້າກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ, ຄະນະຊ່ຽວຊານຕາງໜ້າຈາກຫ້ອງການທະນາຄານໂລກ, ຄະນະກົມ, ຄະນະພະແນກ, ວິຊາການຕາງໜ້າຈາກ 4 ກະຊວງ ແລະ ແຂກຖືກເຊີນເຂົ້າຮ່ວມ ກອງປະຊຸມດັ່ງກ່າວ ໄດ້ຮັບການສະໜັບສະໜູນຈາກ ໂຄງການປັບປຸງຄຸ້ມຄອງການເງິນແຫ່ງລັດ ໄລຍະ 3 ຈາກກະຊວງ ການຕ່າງປະເທດ ແລະ ການຄ້າອົດສະຕຣາລີ ແລະ ສະຫະພາບເອີລົບ ຜ່ານທະນາຄານໂລກ.

         ການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດແມ່ນ ຂະບວນການ ທີ່ ລັດຖະບານນໍາໃຊ້ທຶນຂອງລັດເຂົ້າຈັດຊື້ສິນຄ້າ, ການບໍລິການ ແລະ ວຽກງານຕ່າງໆຈາກພາກເອກະຊົນ, ລັດວິສະຫະກິດ ເພື່ອສະໜອງໃຫ້ສັງຄົມ ທາງທະນາຄານໂລກ ເຫັນໄດ້ ຄວາມສໍາຄັນໃນວຽກງານ ດັ່ງກ່າວ ຈິ່ງໄດ້ສ້າງການຈັດຊື້ຕາມກອບຕົກລົງ 4 ສະບັບ ແລະ ການນໍາໃຊ້ເຄື່ອງມືປະເມີນຜົນ.

         ໂອກາດນີ້ ທ່ານ ອຸຕະແກ້ວ ແກ້ວດວງສິນ ມີຄຳເຫັນ ໃຫ້ຮູ້ວ່າ: ກອງປະຊຸມເຜີຍແຜ່ເອກະສານໃນຄັ້ງນີ້ ຈະເປັນພື້ນຖານອັນດີ ໃຫ້ແກ່ທຸກພາກສ່ວນ ໄດ້ນຳໄປຜັນຂະຫຍາຍ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານ ຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ໃນຂະແໜງການຕ່າງໆ ຂອງຂົງເຂດຄວາມຮັບຜິດຊອບຂອງບັນດາທ່ານ, ເພື່ອເປັນການປະຢັດ ແລະ ນຳໃຊ້ງົບປະມານຂອງລັດໃຫ້ມີປະສິດທິຜົນ ຖືກຕ້ອງຕາມລະບຽບ, ກົດໝາຍ, ແຜນພັດທະນາເສດຖະກິດ ສັງຄົມແຫ່ງຊາດ, ຍ້ອນເຫັນວ່າ ຄ່າໃຊ້ຈ່າຍໃນຮ່ວງບໍລິຫານຂອງລັດ ໂດຍສະເພາະການຈັດຊື້ເຄື່ອງໃຊ້ຫ້ອງການ, ການສ້ອມແປງບຳລຸງຮັກສາ ລວມທັງພາຫະນະຂອງລັດ ແມ່ນກວມເອົາມູນຄ່າສູງຂອງ ງົບປະມານໃນແຕ່ລະປີ ທາງທະນາຄານໂລກ ຈຶ່ງຄຳນືງເຫັນວ່າ ການສ້າງເອກະສານປະມູນຈັດຊື້ຕາມກອບຕົກລົງ ເປັນກິດຈະກຳໜື່ງໃນການປັບປຸງແຜນງານການເງິນພາກລັດ ເປັນໜຶ່ງໃນນະໂຍບາຍຂອງພັກ ແລະ ລັດ ກ່ຽວກັບວຽກງານຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ໄດ້ມີການສົ່ງເສີມວຽກງານດັ່ງກ່າວ ດ້ວຍການກຳນົດມາດຕະການ, ວິທີທີ່ເໝາະສົມໃນການຈັດຊື້-ຈັດຈ້າງ, ການບຳລຸງສ້າງບຸກຄະລາກອນ, ການສະໜອງວັດຖຸອຸປະກອນ ແລະ ສິ່ງອຳນວຍຄວາມສະດວກ ໃຫ້ແກ່ການກໍ່ສ້າງພື້ນຖານໂຄງລ່າງ ເພື່ອຮັບປະກັນໃຫ້ວຽກງານດັ່ງກ່າວເຄື່ອນໄຫວຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ ພ້ອມດຽວກັນນັ້ນ ຍັງໄດ້ມີການຊຸກຍູ້ສົ່ງເສີມ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມໃນການປະມູນ ໃນການກໍ່ສ້າງ, ສ້ອມແປງ, ສະໜອງສິນຄ້າ, ການບໍລິການວຽກງານ ແລະ ການບໍລິການທີ່ປຶກສາ ບົນພື້ນຖານສິດສະເໝີພາບ ແລະ ເທົ່າທຽມກັນ.

© 2025 Copyright: ກະຊວງການເງິນ, ສປປ ລາວ