• ກົມສ່ວຍສາອາກອນ
  • |
  • 2025-10-20
  • |
  • ວຽກວິຊາສະເພາະ

ຊຸດຝຶກອົບຮົມ

ການນໍາໃຊ້ລະບົບ (TaxRIS) ຊຸດທີ 2 ປະຈໍາປີ 2025

       ໃນວັນທີ 20 ຕຸລາ 2025,​ ໄດ້ມີພິທີເປີດຊຸດການນໍາໃຊ້ລະບົບຂໍ້ມູນຂ່າວສານຄຸ້ມຄອງເກັບລາຍຮັບສ່ວຍສາອາກອນ (TaxRIS) ປະຈໍາປີ 2025, ໂດຍການເປັນປະທານ ຂອງທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວໜ້າກົມສ່ວຍສາອາກອນ ໂດຍມີນັກສຳມະນາກອນ ຈາກສ່ວຍສາອາກອນ ທົ່ວປະເທດແລະ ເຈົ້າໜ້າທີ່ສ່ວຍສາອາກອນ ຈາກກົມສ່ວຍສາອາກອນເຂົ້າຮ່ວມ ໂດຍໄດ້ຮັບການອຳນວຍຄວາມສະດວກໂດຍ ທະນາຄານໂລກ.

        ທ່ານ ສາຍມະໂນລິນ ສິນບັນດິດ ໄດ້ມີຄຳເຫັນວ່າ: ດັ່ງທີ່ພວກທ່ານຮູ້ນຳກັນ ລະບົບ TaxRIS ໄດ້ເລີ່ມຈັດຕັ້ງຜັນຂະຫຍາຍໄປໃນຂອບເຂດທົ່ວປະເທດ ນັບແຕ່ປີ 2018 ເປັນຕົ້ນມາ ແລະ ໄດ້ສຳ ເລັດໃນ 2022 ຊຶ່ງພວກເຮົາ ສາມາດນໍາໃຊ້ລະບົບ ຢູ່ ກົມສ່ວຍສາອາກອນ, ນະຄອນຫຼວງວຽງຈັນ ແລະ 17 ແຂວງ, 148 ເມືອງ (ລວມ 3 ນະຄອນ) ແລະ 6 ເຂດເສດຖະກິດພິເສດ. ສະນັ້ນ, ພາຍຫຼັງສຳເລັດການຜັນຂະຫຍາຍລະບົບໃນຂອບເຂດທົ່ວປະເທດ ໃນປີ 2022, ພວກເຮົາ ກໍໄດ້ມີການຈັດຝຶກອົບຮົມ ລົງເລິກກ່ຽວກັບ ການນໍາໃຊ້ລະບົບ TaxRIS ສະເພາະ ໃຫ້ 58 ເມືອງ ໃນຕົ້ນປີ 2023 ຊຶ່ງຖືເປັນຄັ້ງທ້າຍໆ ຂອງການຈັດຝຶກອົບຮົມ. ນັບຈາກນັ້ນມາ, ການຝຶກອົບຮົມ ກໍແມ່ນການຈັດຝຶກ ໃນຫົວຂໍ້ອື່ນໆ ຊຶ່ງບໍ່ແມ່ນການລົງເລິກລະບົບ TaxRIS ເປັນອັນສະເພາະ ເປັນຕົ້ນ ການຝຶກກ່ຽວກັບ ວຽກງານ ອາກອນມູນຄ່າເພີ່ມ (ໄລຍະ 3 ເດືອນ), ການຝຶກຫົວຂໍ້ ປະຈຳປີທີ່ເປັນລັກສະນະລວມ ຂອງວຽກງານສ່ວຍສາອາກອນ ທີ່ພະແນກຝຶກອົມຮົມ ຈັດຂຶ້ນ ແລະ ກໍຫົວຂໍ້ອື່ນໆ.

ການຝຶກອົບຮົມຄັ້ງນີ້ ນັກສຳມະນາກອນ ແມ່ນຈະໄດ້ຮຽນຮູ້ ລົງເລິກກ່ຽວກັບ ຈຸດທີ່ໄດ້ມີການປັບປຸງ ຫຼື ອັບເດດຂໍ້ມູນ ຈາກ 4 ໂມດູນຫຼັກ ຂອງລະບົບ TaxRIS ຄື: ໂມດູນ ຄຸ້ມຄອງຜູ້ເສຍອາກອນ;ໂມດູນ ຄຸ້ມຄອງການແຈ້ງ; ໂມດູນ ຄຸ້ມຄອງລາຍຮັບ; ແລະ ໂມດູນການກວດກາບັນຊີ. ເຊິ່ງການອັບເດດໃໝ່ ຂອງແຕ່ລະໂມດູນ ປະກອບມີ: ການປັບປຸງຂໍ້ມູນຜູ້ເສຍອາກອນ; ການໂອນຫົວໜ່ວຍ; ການເບິ່ງສະຖິຕິ; ການອອກໃບແຈ້ງມອບ ອາກອນມູນຄ່າເພີ່ມ; (ປ່ຽນຈາກ 28 ຫ້ອງມາເປັນ 21 ຫ້ອງ) ການອອກໃບແຈ້ງມອບລາຍຮັບຊັບສິນ (ຟອມ N); ການອອກໃບແຈ້ງມອບອາກອນປະເພດອື່ນໆ (ຟອມ ທີ່ມີການປັບປຸງ ກົນໄກການປ້ອນຂໍ້ມູນເພີ່ມເຕີມ); ການເບິ່ງບົດລາຍງານ ຈາກແຕ່ລະໂມດູນ; ການດັດແກ້ ແລະ ຍົກເລີກໃບແຈ້ງ; ການຍົກເລີກຄ່າປັບໄໝຕ່າງໆ; ລວມທັງ ການອອກບົດບັນທຶກກວດກາ ແລະ ການດຶງເອົາຂໍ້ມູນ ຈາກລະບົບ ເພື່ອໄປເຮັດການກວດກາໄລ່ລຽງຕ່າງໆ.

© 2025 Copyright: ກະຊວງການເງິນ, ສປປ ລາວ