ກອງປະຊຸມແລກປ່ຽນດ້ານວິຊາການ
ລະຫວ່າງ ກົມປະເມີນ ແລະ ຈັດຊື້-ຈັດຈ້າງ ແລະ ກົມງົບປະມານແຫ່ງລັດ
ເພື່ອເປັນການສ້າງຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບກົນໄກຈໍລະຈອນເອກະ ສານ ແລະ ຂະບວນການສ້າງແຜນງົບປະມານປະຈຳປີຕາມ ພາລະບົດບາດ, ສິດ, ໜ້າທີ່, ວຽກງານວິຊາສະເພາະຂອງແຕ່ລະພາກສ່ວນ.
ໃນວັນທີ 17 ຕຸລາ 2025 ທີ່ກະຊວງການເງິນ ໄດ້ຈັດກອງປະຊຸມ ແລກປ່ຽນບົດຮຽນທາງດ້ານວິຊາການ ລະຫວ່າງກົມປະເມີນ ແລະ ຈັດຊຶ້-ຈັດຈ້າງ ແລະ ກົມງົບປະມານແຫ່ງລັດ ໂດຍການເປັນປະທານຮ່ວມຂອງທ່ານ ອຸຕະແກ້ວ ແກ້ວດວງສິນ ຫົວໜ້າກົມ ປະເມີນ ແລະ ຈັດຊຶ້-ຈັດຈ້າງ ແລະ ທ່ານ ໜູເຊີຍ ພົມສີຈັນ ຫົວໜ້າກົມງົບປະມານແຫ່ງລັດ ພ້ອມດ້ວຍຄະນະກົມ, ຄະນະພະແນກ ແລະ ວິຊາການຂອງສອງພາກສ່ວນເຂົ້າຮ່ວມ.
ໂດຍປະຕິບັດຕາມພາລະບົດບາດຂອງກົມປະເມີນ ແລະ ຈັດຊຶ້ຈັດຈ້າງ ແລະ ກົມງົບປະມານແຫ່ງລັດ ໃນນາມເປັນເສນາທິການໃຫ້ຄະນະນຳກະຊວງ, ກໍ່ຄືການສ້າງແຜນຈັດຕັ້ງປະຕິບັດບັນດາໜ້າວຽກທີ່ສຳຄັນ ເປັນຕົ້ນ ກົນໄກການປະສານງານ, ການຄຸ້ມຄອງຈໍລະຈອນ,ການຄຸ້ມຄອງງົບປະມານ ແລະ ບໍລິການສຳຄັນປິ່ນອ້ອມອື່ນໆທີ່ກ່ຽວຂ້ອງກັບສອງພາກສ່ວນ.
ພ້ອມນັ້ນໃນກອງປະຊຸມ ວິຊາການທັງສອງພາກສ່ວນໄດ້ສະເໜີ ແລະ ແລກປ່ຽນວຽກງານທາງດ້ານວິຊາການເຊິ່ງກັນ ແລະ ກັນ ໂດຍການລົງເລິກ ບາງໜ້າວຽກ, ບາງກົນໄກການເຮັດວຽກ ຢ່າງກົງໄປກົງມາ ເພື່ອສ້າງຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ເພື່ອເຮັດໃຫ້ການປະສານວຽກງານມີຄວາມ ຖືກຕ້ອງສອດຄ່ອງ ລະບຽບຫຼັກການຕາມພາລະບົດບາດ ກໍ່ຄືມີຄວາມເອກກະພາບທາງຫຼັກການ, ກົນໄກປະຕິບັດວຽກງານຮ່ວມກັນ ຊຶ່ງໃນນັ້ນ, ໄດ້ມີການຍົກບັນຫາວຽກງານ ລາຍຮັບ-ລາຍຈ່າຍ ແລະ ການປະກອບເອກະສານ ໂດຍສະເພາະການສ້າງແຜນງົບປະມານໃຫ້ມີຄວາມຖືກຕ້ອງ ສອດຄ່ອງ ຕາມກົນໄກ ແລະ ລະບຽບການທີ່ວາງໄວ້.