ໃນວັນທີ 17 ຕຸລາ 2025 ທີ່ ກະຊວງການເງິນ ໄດ້ມີ ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ກະຊວງການເງິນ ແລະ ກະຊວງສາທາລະນະສຸກ ໂດຍການເປັນປະທານຂອງ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ, ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງສາທາລະນະສຸກ ມີທ່ານ ຫົວໜ້າຫ້ອງການ, ຄະນະກົມທີ່ກ່ຽວຂ້ອງ ຈາກສອງກະຊວງ ເຂົ້າຮ່ວມ. ໃນກອງປະຊຸມ ກະຊວງສາທາລະນະສຸກ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດງົບປະມານໃນໄລຍະຜ່ານມາ ພ້ອມທັງ ສະເໜີ ແລະ ປືກສາຫາລືຊອກວິທີແກ້ໄຂ ຄວາມຫຍຸ້ງຢາກດ້ານການເງິນ ຂອງຂະແໜງສາທາລະນະສຸກ ພ້ອມທັງໃຫ້ ຜູ້ເຂົ້າຮ່ວມ ສົນທະນາແລກປ່ຽນ ເພື່ອປຶກສາຫາລື ແລະ ຊອກຫາວິທີເພື່ອແກ້ໄຂບັນຫາດັ່ງກ່າວ. ໂອກາດນີ້ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ມີຄຳເຫັນເຈາະຈິ້ມ ແລະໃຫ້ບັນດາກົມ, ພາກສ່ວນກ່ຽວຂ້ອງ ຂອງສອງກະຊວງ ປະກອບຄຳເຫັນ ແລະ ຕອບຄໍາຖາມເຈາະຈິ້ມດ້ວຍຄວາມຮັບຜິດຊອບສູງ ແລະ ເປັນເອກະພາບ.
