ໃນວັນທີ 16 ຕຸລາ 2025 ທີ່ຫໍປະຊຸມແຫ່ງຊາດ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງອາສາສະໝັກຍີ່ປຸ່ນ ທີ່ມາປະຕິບັດໜ້າທີ່ວຽກງານ ຢູ່ ສປປ ລາວ. ໂດຍການນຳພາຂອງທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງການເງິນ ແລະ ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ພ້ອມດ້ວຍ ທ່ານ ໂຄອິຊຸມິ ຊຶໂຕມຸ (H.E Mr. KOIZUMI Tsutomu) ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາ ສປປ ລາວ, ທ່ານ ປອ ທານາກະ ອາກິຮິໂກະ (Dr. TANAKA Akihiko) ປະທານອົງການຮ່ວມມືສາກົນຍີ່ປຸ່ນ (JICA) ຈາກສຳນັກງານໃຫຍ່ ທີ່ໂຕກຽວ ປະເທດຍີ່ປຸ່ນ ແລະ ທ່ານ ນາງ ໂຄບາຢາຊິ ມິຢາໂກະ (Ms. KOBAYASHI Miyako) ຫົວໜ້າອົງການຮ່ວມມືສາກົນຍີ່ປຸ່ນ (JICA) ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ແລະ ອາສະໝັກຍີ່ປຸ່ນ ທີ່ກຳລັງປະຕິບັດໜ້າທີ່ວຽກງານ ຢູ່ ສປປ ລາວ ຈຳນວນ 49 ທ່ານ. ການເຂົ້າຢ້ຽມຂໍ່ານັບດັ່ງກ່າວ ກະຊວງການເງິນ ຮ່ວມກັບ ທ່ານເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ສປປ ລາວ ພ້ອມດ້ວຍ ທ່ານຫົວໜ້າອົງການຮ່ວມມືສາກົນຍີ່ປຸ່ນ (JICA) ປະຈຳ ສປປ ລາວ ໄດ້ຮ່ວມກັນຈັດຂຶ້ນ ທັງນີ້ກໍ່ເພື່ອເປັນການໃຫ້ໂອກາດແກ່ອາສາສະໝັກຍີ່ປຸ່ນ ໄດ້ເຂົ້າພົບການນໍາຂັ້ນສູງຂອງ ສປປ ລາວ ເພື່ອເປັນຂວັນກໍາລັງໃຈໃນການເຮັດວຽກ ແລະ ລາຍງານຜົນງານການປະຕິບັດໜ້າທີ່ ທີ່ໄດ້ປະກອບສ່ວນເຂົ້າໃນຂະແໜງການຕ່າງໆໃນໄລຍະໜຶ່ງປີຜ່ານມາ ແລະ ພ້ອມດຽວກັນນັ້ນ ຈະໄດ້ວາງແຜນວຽກງານໃນປີຕໍ່ໜ້າ. ນັບແຕ່ ປີ 2002 ເປັນຕົ້ນມາ, ພາຍຫຼັງທີ່ອາສາສະໝັກຍີ່ປຸ່ນ ທີ່ປະຕິບັດໜ້າທີ່ຢູ່ ສປປ ລາວ ເຊິ່ງແຕ່ລະປີໄດ້ຈັດປະຊຸມຖອດຖອນບົດຮຽນປະຈຳປີ. ຈາກນັ້ນ, ກໍ່ໄດ້ຖືໂອກາດດັ່ງກ່າວ ເຂົ້າຢ້ຽມຂໍ່ານັບ ພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຊິ່ງໄດ້ສະແດງເຖິງຄວາມເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນຂອງລັດຖະບານລາວ ຕໍ່ອາສາສະໝັກຍີ່ປຸ່ນ ແລະ ການມາຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ. ໃນໄລຍະທີ່ຜ່ານມາ ລັດຖະບານຍີ່ປຸນ ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ທັງການໃຫ້ການຊ່ວຍເຫຼືອລ້າ ແລະ ການກູ້ຢືມ. ນອກຈາກການຊ່ວຍເຫຼືອດັ່ງກ່າວແລ້ວ, ຍີ່ປຸ່ນ ຍັງໃຫ້ການຊ່ວຍເຫຼືອໃນຮູບແບບອື່ນອີກ ເຊັ່ນ: ການສົ່ງອາສາສະຫມັກມາປະຕິບັດໜ້າທີ່ ຢູ່ຕາມຂະແໜງການ ແລະ ທ້ອງຖິ່ນ ທີ່ກ່ຽວຂ້ອງເກືອບທຸກແຂວງ ໃນທົ່ວປະເທດ, ການຊວ່ຍເຫຼືອຮູບແບບດັ່ງກ່າວນີ້ ຖືວ່າເປັນການຊ່ວຍເຫຼືອທີ່ສຳຄັນ ທາງດ້ານວິຊາການໃນການຖ່າຍທອດຄວາມຮູ້, ຄວາມສາມາດ ແລະ ເທັກໂນໂລຊີ ໃຫ້ແກ່ຂະແໜງການ ແລະ ທ້ອງຖິ່ນຊົນນະບົດ ເຊິ່ງເປັນການປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນແຕ່ລະໄລຍະ ເຊິ່ງບໍ່ສາມາດຄິດໄລ່ເປັນມູນຄ່າໄດ້. ການສົ່ງອາສາສະໝັກ ມາປະຕິບັດໜ້າທີ່ວຽກງານ ເຫັນໄດ້ວ່າມີການພັດທະນາ ເປັນລຳດັບຢ່າງຕໍ່ເນື່ອງ ເຊັ່ນ: ໃນປີ 1965 ມີອາສາສະຫມັກພຽງແຕ່ 5 ຄົນ, ໃນເວລານັ້ນ ສປປ ລາວ ເປັນໜຶ່ງໃນ 4 ປະເທດທຳອິດ ທີ່ລັດຖະບານຍີ່ປຸ່ນ ໄດ້ສົ່ງອາສາສະໝັກຂອງຕົນມາປະຕິບັດວຽກງານ ແລະ ມາຮອດປະຈຸບັນ ອາສາສະໝັກຍີ່ປຸ່ນ ທີ່ມາປະຕິບັດໜ້າທີ່ ຢູ່ ສປປ ລາວ ລວມທັງໝົດມີ 1110 ຄົນ, ສະເພາະປີ 2025 ນີ້ ມີອາສາສະໝັກອາວຸໂສ ແລະ ອາສາສະຫມັກໜຸ່ມ ຈໍານວນ 49 ຄົນ ທີ່ປະຈໍາຢູ່ຂະແໜງການຕ່າງໆ ເຊັ່ນ: ຂະແໜງການສຶກສາທິການ ແລະ ກິລາ, ສາທາລະນະສຸກ, ກະສິກຳ-ປ່າໄມ້, ພັດທະນາຊົນນະບົດ ແລະ ຂົງເຂດ ອື່ນໆ ໃນ 09 ແຂວງ ຂອງ ສປປ ລາວ ຄື: ແຂວງຈໍາປາສັກ, ແຂວງສາລະວັນ, ແຂວງສະຫວັນນະເຂດ, ແຂວງວຽງຈັນ, ແຂວງບໍລິຄຳໄຊ, ແຂວງຫຼວງພະບາງ, ແຂວງອຸດົມໄຊ, ແຂວງຊຽງຂວາງ ແລະ ນະຄອນຫຼວງວຽງຈັນ. ເຊິ່ງໃນອານາຄົດຍັງມີແຜນຈັດສົ່ງອາສາສະໝັກມາປະຕິບັດໜ້າທີ່ຢູ່ ສປປ ລາວ ຕື່ມອີກ.
