ໃນວັນທີ 16 ຕຸລາ 2025 ກະຊວງການເງິນ, ສະຖານມທູດລຸກຊຳບວກ ແລະ ອົງການສະຫະປະຊາຊາດ ໄດ້ຈັດກອງປະຊຸມ ໃນຫົວຂໍ້ “ຄະນະຊີ້ນຳ ແຜນງານຮ່ວມ ວ່າດ້ວຍການປະສານງານ ຂອງອົງການ ສະຫະປະຊາຊາດ ເພື່ອໃຫ້ການສະໜັບສະໜູນ ລັດຖະບານ ສປປ ລາວ ໃນຂົງເຂດການເງິນສີຂຽວ ແລະ ການເງິນດ້ານການປ່ຽນແປງດິນຟ້າອາກາດ” ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງການເງິນ, ທ່ານ ໂທມັສ ລາມາ ອຸປະທູດແຫ່ງລາຊະອານາຈັກ ລຸກຊຳບວກ ປະຈຳ ສປປ ລາວ ແລະ ທ່ານ ບາໂຄເດຍ ເບີຄານ໋ອຟ ຜູ້ປະສານງານ ອົງການສະຫະປະຊາຊາດ ປະຈຳ ສປປ ລາວ ພ້ອມດ້ວຍ ພາກສ່ວນທີກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ. ຈຸດປະສົງ ເພື່ອປຶກສາຫາລືກ່ຽວກັບການກະກຽມຈັດຕັ້ງປະຕິບັດຕົວຈິງຂອງ ແຜນງງານຮ່ວມວ່າດ້ວຍການປະສານງານ ຂອງອົງການ ສະຫະປະຊາຊາດ, ການສະໜັບສະໜູນ ລັດຖະບານ ສປປ ລາວ ໃນຂົງເຂດການເງິນສີຂຽວ ແລະ ການເງິນດ້ານການປ່ຽນແປງດິນຟ້າອາກາດ ເຊິ່ງມີຄວາມສຳຄັນຢ່າງຍິ່ງຕໍ່ການເລັ່ງຈັດຕັ້ງປະຕິບັດປີສຸດທ້າຍຂອງ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ເປັນໄລຍະກະກຽມກ້າວເຂົ້າສູ່ການຈັດຕັ້ງປະຕິບັດ ແຜນການ 5 ປີ ຄັ້ງທີ X (2026-2030) ເຊິ່ງຈະສືບຕໍ່ເປັນໄລຍະທີ່ມີຄວາມຫຍຸ້ງຍາກ, ຄວາມບໍ່ແນ່ນອນດ້ານການສະໜອງງົບປະມານທັງພາຍໃນ ແລະ ພາຍນອກ ອັນເຮັດໃຫ້ການຄົ້ນຄວ້ານະໂຍບາຍ ມາດຕະການທີ່ມີນະວັດຕະກໍາມີຄວາມຈຳເປັນ ເພີ່ມທະວີການເງິນສາທາລະນະ, ສົ່ງເສີມການເຕີບໂຕແບບທົ່ວເຖິງ ແລະ ການພັດທະນາທີ່ທົນທານຕໍ່ການປ່ຽນແປງດິນຟ້າອາກາດ. ສະນັ້ນ. ແຜນງານຮ່ວມໃນຄັ້ງນີ້ ທີ່ໄດ້ຮັບການສະໜັບສະໜູນດ້ານທຶນຈາກ ລຸກຊຳບວກ ແລະ ການສະໜັບສະໜູນດ້ານວິຊາການຈາກ UNDP, UNEP, FAO, ແລະ UN-Habitat ຈຶ່ງເປັນບາດກ້າວສໍາຄັນ ໃນການຮ່ວມການປະເມີນຊ່ອງຫວ່າງດ້ານວິຊາການ ສ້າງຄວາມພ້ອມໃຫ້ແກ່ ສປປ ລາວ ໃນການຫຼຸດພົ້ນອອກຈາກສະຖານະດ້ອຍພັດທະນາຢ່າງເຂັ້ມແຂງ ລວມທັງການຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ.
