1. ຫ້ອງການ ຂໍເຊີນບັນດາ ບໍລິສັດ ທີ່ສິນໃຈ ແລະ ມີຄຸນນະວຸດທິເໝາະສົມ ເຂົ້າຍື່ນຊອງປະມູນ ສໍາລັບ ການ ຈັດຊື້-ຈັດຈ້າງ ການປັບປຸງປ່ຽນຖ່າຍແກ້ວ ຢູ່ (ຕຶກ A) ຄັງເງິນແຫ່ງລັດ ແລະ ກົມງົບປະມານແຫ່ງລັດ ກະຊວງການເງິນ. ໄລຍະການຈັດຕັ້ງປະຕິບັດແມ່ນ 45 ວັນ;
2. ການປະມູນຈະດໍາເນີນຕາມຂັ້ນຕອນການປະມູນເປີດກວ້າງທີ່ໄດ້ກຳນົດໄວ້ຢູ່ໃນກົດໝາຍວ່າດ້ວຍການ ຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ສະບັບເລກທີ 30/ສພຊ, ລົງວັນທີ 2 ພະຈິກ 2017 ແລະ ຄໍາແນະນຳກ່ຽວ ກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ສະບັບເລກທີ 0477/ກງ. ລົງວັນທີ 13 ກຸມພາ 2019;
3. ການປະມູນນີ້ ອະນຸຍາດໃຫ້ທຸກໆ ບໍລິສັດ ທີ່ມີຄຸນນະວຸດທິເຫມາະສົມ ສົນໃຈສາມາດຕິດຕໍ່ພົວພັນໄດ້ທີ່ ພະ ແນກບໍລິຫານ ຫ້ອງການ, ຜູ້ປະສານງານ ທ. ສຸດໃຈ ກອງນະລົງ ເບີໂທຕິດຕໍ່: 020 59472998 ແລະ ກວດກາເບິ່ງຊອງ ປະມູນໄດ້ ໃນວັນ ແລະ ເວລາລັດຖະການ;
4. ເອກະສານປະມູນຄົບຊຸດທີ່ເປັນພາສາລາວສາມາດຊື້ໄດ້ທີ່ພະແນກບໍລິຫານ ຫ້ອງການ ຢູ່ຊັ້ນ 1 ດຶກ B ກະຊວງການເງິນ ໃນວັນລັດຖະການ, ເລີ່ມແຕ່ວັນທີ 2/101.20.25-05/11 ມັນຕົ້ນໄປ, ໃນລາຄາ 2,000,000 ກີບ ຈໍານວນເງິນດັ່ງກ່າວນີ້ ຈະບໍ່ມີການສົ່ງຄືນ. ວິທີການຊຳລະຕ້ອງຈ່າຍເປັນ ເງິນສົດ.
5. ຊອງປະມູນຕ້ອງສິ່ງທີ່ຢູ່ລຸ່ມນີ້, ໃນເວລາ ຫຼື ກ່ອນເວລາ 10:00...ໂມງ, ຊອງປະມູນທີ່ສົ່ງມາທາງເອເລັກໂຕຼນິກຈະບໍ່ອະນຸຍາດ, ຊອງປະມູນໃດທີ່ສົ່ງຊ້າກວ່າເວລາທີ່ກຳນົດໄວ້ຈະບໍ່ຮັບເອົາ ແລະ ຈະສົ່ງຄືນ ໂດຍບໍ່ມີການເປີດຊອງ. ຊອງປະມູນທຸກໆຊອງຈະໄດ້ເປີດໃນເວລາ... 10:00 ໂມງ ແລະ ຢູ່ຫ້ອງປະຊຸມ ນ້ອຍຊັ້ນ 4 ຕຶກ B ກະຊວງການເງິນ, ໂດຍຊ້ອງໜ້າຄະນະກຳມະການປະມູນ ແລະ ຕົວແທນຂອງຜູ້ປະມູນ ທີ່ສົນໃຈເຂົ້າຮ່ວມນໍາ;
6. ທຸກຊອງປະມູນຕ້ອງໄດ້ປະກອບໜັງສືຄ້ຳປະກັນການປະມູນດ້ວຍກຽດ ຫຼື ໜັງສືຄໍ້າປະກັນການປະມູນຈາກ ທະນາຄານ ຊຶ່ງມູນຄ່າຂອງການຄໍ້າປະກັນບໍ່ໃຫ້ຫຼຸດ 2% (ສ່ວນຮ້ອຍ) ຂອງລາຄາປະມູນ ມາພ້ອມ