• ກະຊວງການເງິນ
  • |
  • 2025-10-15
  • |
  • ວຽກຮ່ວມມື

        ໃນວັນທີ 15 ຕຸລາ 2025. ຫ້ອງການຄະນະກໍາມະການຮ່ວມມືລາວ-ຈີນ ກະຊວງການເງິນ ຮ່ວມກັບ ວິທະຍາໄລອາຊີວະສຶກສາການຄ້າຕ່າງປະເທດ ແລະ ພາສາຕ່າງປະເທດ ແຂວງຫູນານ ສປ ຈີນ ໄດ້ເປີດຊຸດຝືກອົບຮົມ “ການນຳໃຊ້ສຳຫຼວດ ແລະ ວັດແທກ ໃນໄລຍະໄກ ຜ່ານລະບົບດາວທຽມ ລະຫວ່າງ ລາວ-ຈີນ ປະຈຳປີ 2025”, ໂດຍຮັບການສະໜັບສະໜູນຈາກ ກະຊວງການຄ້າ ສປ ຈີນ. ໃຫ້ກຽດເຂົ້າຮ່ວມເປີດຝຶກອົບຮົມໂດຍທ່ານ ຄໍາແພງ ລັດມະນີ ຮອງຫົວໜ້າຫ້ອງການຄະນະກຳມະການຮ່ວມມື ລາວ-ຈີນ, ທ່ານ ນາງ Ye Hong ຫົວໜ້າຄະນະໂຄສະນາ, ວິທະຍາໄລ ອາຊີວະສຶກສາການຄ້າຕ່າງປະເທດ ແຂວງຫູນານ ສປ ຈີນ ແລະ ທ່ານ Hai Xuan ຕ່າງໜ້າທີ່ປຶກສາເສດຖະກິດ-ການຄ້າ ສະຖານທູດ ຈີນ ປະຈຳ ລາວ, ມີຮອງຫົວໜ້າກົມແຜນທີ່ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຫ້ອງການເສດຖະກິດການຄ້າ ສະຖານທູດ ຈີນ ປະຈຳ ລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ບັນດານັກສຳມະນາກອນທີ່ມາຈາກກົມແຜນທີ່ ຫສນຍ, ຂະແໜງກະສິກໍາ ແລະ ສິ່ງແວດລ້ອມ ທັງສູນກາງ ແລະ  ບັນດາແຂວງໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ.

         ໂອກາດດັ່ງກ່າວ, ທ່ານ ຄຳແພງ ລັດມະນີ ຮອງຫົວໜ້າຫ້ອງການ ຄະນະກຳມະການຮ່ວມມື ລາວ-ຈີນ ໃຫ້ຮູ້ວ່າ: ສອງຊາດລາວ-ຈີນ ເປັນປະເທດບ້ານໃກ້ເຮືອນຄຽງທີ່ດີ, ປະຊາຊົນສອງຊາດ ມີມູນເຊື້ອຮັກແພງມາແຕ່ດົນນານ. ພາຍໃຕ້ການຊີ້ນໍາຂອງສອງພັກ-ສອງລັດ, ການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ ເປັນສ່ວນໜຶ່ງທີ່ສໍາຄັນ ຂອງການຮ່ວມມືສອງຝ່າຍ, ໂດຍການປະສານງານກັນຢ່າງໃກ້ສິດ ລະຫວ່າງ ຄະນະກໍາມະການຮ່ວມມືລາວ-ຈີນ ແລະ ກະຊວງການຄ້າ ສປ ຈີນ, ທັງສອງຝ່າຍໄດ້ຮ່ວມມືກັນດ້ານການພັດທະນາຊັບພະຍາກອນມະນຸດ ໂດຍຜ່ານຊຸດສໍາມະນາ ແລະ ຝືກອົບຮົມ ແບບສອງຝ່າຍ ແລະ ຫຼາຍຝ່າຍ ໃນຫົວຂໍ້ຕ່າງໆ. 

         ການຝຶກອົບຮົມໃນຄັ້ງນີ້ ແມ່ນເປັນຫົວຂໍ້ທໍາອິດທີ່ຈັດຂຶ້ນຢູ່ລາວໃນປີ 2025 ແລະ ເປັນຫົວຂໍ້ໜຶ່ງທີ່ສໍາຄັນ, ໃນປະຈຸບັນ ວຽກງານດ້ານການສຳຫຼວດ ແລະ ວັດແທກ ດ້ວຍລະບົບທາງໄກ ມີຄວາມສຳຄັນຫຼາຍ ທາງດ້ານພັດທະນາພື້ນຖານໂຄງລ່າງ, ເຊິ່ງພະນັກງານວິຊາການທີ່ກ່ຽວຂ້ອງຂອງລາວ ຈະຕ້ອງສ້າງຄວາມເຂົ້າໃຈ ແລະ ມີຄວາມຮູ້ພຶ້ນຖານກ່ຽວກັບ ການສຳຫວດ ແລະ ວັດແທກດ້ວຍລະບົບສັນຍານທາງໄກ ທີ່ຜ່ານດາວທຽມ. ພ້ອມທັງນໍາເອົາໂອກາດນີ້ ປຶກສາຫາລືແລກປ່ຽນຄໍາເຫັນ ລະຫວ່າງນັກສໍາມະນາກອນລາວ ກັບ ຊ່ຽວຊານຄູອາຈານ ທີ່ມີຄວາມຮູ້, ຄວາມຊຳນານງານ ແລະ ປະສົມການ ຈາກ ສປ ຈີນ,​ ເຊິ່ງ ສປ ຈີນ ມີຄວາມຮູ້ຄວາມສາມາດທາງດ້ານການນຳໃຊ້ສຳຫຼວດ ແລະ ວັດແທກ ໃນໄລຍະໄກ ທີ່ຢູ່ໃນອັນດັບຕົ້ນໆຂອງໂລກ.

         ຊຸດຝຶກອົບຮົມດັ່ງກ່າວ ຈະໄດ້ຈັດຂຶ້ນເປັນເວລາ 20 ວັນ, ເລີ່ມຈາກວັນທີ 15 ຕຸລາ 2025 ຫາ ວັນທີ 03 ພະຈິກ  2025. ໂດຍໄດ້ເຊື້ອເຊີນຜູ້ຊ່ຽວຊານ ແລະ ນັກວິທະຍາກອນ ທີ່ມີຄວາມສາມາດຈາກ ສປ ຈີນ ຜັດປ່ຽນກັນມາບັນລະຍາຍເພື່ອໃຫ້ຄວາມຮູ້ທີ່ກ່ຽວຂ້ອງໃນດ້ານນີ້ ໃຫ້ແກ່ນັກສໍາມະນາກອນລາວ. ນອກນັ້ນ, ຍັງຈະໄດ້ມີການແລກປ່ຽນຄໍາຄິດຄໍາເຫັນ ແລະ ແບ່ງປັນປະສົບການ ການພັດທະນາດ້ານການສ້າງແຜນທີ່ ດ້ວຍການໃຊ້ລະບົບສັນຍານທາງໄກຂອງ ສປ ຈີນ.

          ການຮ່ວມມືເພື່ອການພັດທະນາຊັບພະຍາກອນມະນຸດລາວ-ຈີນ ໂດຍຜ່ານການຈັດ ແລະ ເຂົ້າຮ່ວມຊຸດສໍາມະນາ ແລະ ຝືກອົບຮົມ ທັງຢູ່ລາວ ແລະ ຈີນ ຖືເປັນວຽກງານໜຶ່ງທີ່ສໍາຄັນຂອງການຮ່ວມມື ລະຫວ່າງ ລັດຖະບານລາວ ແລະ ລັດຖະບານຈີນ, ໂດຍມີຄະນະກໍາມະການຮ່ວມມືລາວ-ຈີນ ເປັນຜູ້ຮັບຜິດຊອບປະສານງານຫຼັກ. ສໍາລັບໃນປີ 2025 ສອງຝ່າຍກໍ່ໄດ້ມີການຮ່ວມມືກັນດ້ວຍຫຼາຍຮູບແບບ ແລະ ຫຼາຍຮູບການ, ນັບແຕ່ເດືອນມັງກອນ ຫາ ເດືອນກັັນຍາ ຂອງປີ 2025 ນັກສໍາມະນາກອນລາວ ໄດ້ເຂົ້າຮ່ວມສໍາມະນາ ແລະຝືກອົບຮົມ ຢູ່ຈີນ ລວມມີຫຼາຍກວ່າ 1.500 ເທື່ອຄົນ, ໃນຈໍານວນ 126 ຫົວຂໍ້ ສໍາມະນາ ແລະ ຝືກອົບຮົມ, ເປັນການສ້າງໂອກາດສໍາຄັນ ໃຫ້ພະນັກງານບຸຄະລາກອນລາວ ໄດ້ຮຽນຮູ້ ແລະ ແລກປ່ຽນປະສົບການ ກັບຊ່ຽວຊານຈີນ, ເພື່ອສ້າງຄວາມຮູ້ຄວາມສາມາດດ້ານວິຊາສະເພາະໃຫ້ແກ່ບຸກຄາລາກອນລາວ.

© 2025 Copyright: ກະຊວງການເງິນ, ສປປ ລາວ