• ກະຊວງການເງິນ
  • |
  • 2025-10-14
  • |
  • ວຽກຮ່ວມມື

        ໃນວັນທີ 14 ຕຸລາ 2025 ກະຊວງການເງິນ ໄດ້ຈັດພິທີເປີດໂຕ ແລະ ເຜີຍແຜ່ຍຸດທະສາດການຄຸ້ມຄອງ ແລະ ນໍາໃຊ້ງົບປະມານການລົງທຶນຂອງລັດ ເພື່ອຟື້ນຟູໂຄງລ່າງພື້ນຖານຫຼັງໄພພິບັດທາງທໍາມະຊາດ ຮອດປີ 2035 ພາຍໃຕ້ໂຄງການຄວບຄຸມຄວາມສ່ຽງໄພພິບັດທຳມະຊາດ ໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ (SEA-DRM Project), ໂດຍການເປັນປະທານຂອງທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງການເງິນ ປະທານຄະນະຊີ້ນໍາໂຄງການ, ມີທ່ານ ເຮມັງ ກາລາເລຍ ຫົວໜ້າທີມງານຈາກທະນາຄານໂລກ, ມີບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ ແລະ ບັນດາທ່ານຜູ້ຕາງ   ໜ້າຂອງກະຊວງທີກ່ຽວຂ້ອງເຂົ້າຮ່ວມ, ພ້ອມດ້ວຍຊ່ຽວຊານ ແລະ ຄູ່ພັດທະນາທະນາຈາກອົງການສາກົນ ເຂົ້າຮ່ວມ.

        ໃນພິທີ ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ  ກະຊວງການເງິນ ໄດ້ກ່າວມີຄຳເຫັນວ່າ: ໄລຍະຜ່ານມາປະເທດເຮົາໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດນັບມື້ນັບຮຸນແຮງຂື້ນ ລັດຖະບານ ກໍຄືກະຊວງການເງິນ ຈຶ່ງເຫັນໄດ້ເຖິງຄວາມຈຳເປັນ ແລະ ຄວາມສໍາຄັນ, ສະນັ້ນ ໃນນາມເປັນໃຈກາງປະສານ ມັນໃຈກາງປະສານ ສົມທົບກັບຂະແໜງການ ແລະ ທ້ອງຖິ່ນ ຈຶ່ງໄດ້ສ້າງຍຸດທະສາດການຄຸ້ມຄອງ ແລະ ນໍາໃຊ້ງົບປະມານ ການລົງທຶນຂອງລັດ ເພື່ອຟື້ນຟູ ໂຄງລ່າງພື້ນຖານຫຼັງໄພພິບັດທາງທຳມະຊາດ ຮອດປີ 2035 ໂດຍໄດ້ຮັບ ການສະໜັບສະໜູນຈາກໂຄງການຊ່ວຍເຫລືອທາງດ້ານການພັດທະນາຂອງທະນາຄານໂລກ ແລະ ການຮ່ວມມືກັບບັນດາຂະແໜງການທີ່ກ່ຽວຂ້ອງ ພາຍໃຕ້ໂຄງການຄວບຄຸມຄວາມສ່ຽງໄພພິບັດ ທາງທຳມະຊາດໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ (The Lao PDR SEA DRM Project); ພື່ອແນໃສ່ເຮັດໃຫ້ການຟື້ນຟູໂຄງລ່າງພື້ນຖານຂອງລັດ ທີ່ໄດ້ຮັບຜົນກະທົບຈາກໄພພິບັດ ທາງທຳມະຊາດ ໃຫ້ກັບຄືນສູ່ສະພາບປົກກະຕິ ແລະ ມີຄວາມທົນທານເພື່ອສາມາດຫຼຸດຜ່ອນຜົນກະທົບຕໍ່ ເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ ເຮັດໃຫ້ການລົງທຶນໃສ່ໂຄງລ່າງພື້ນຖານ ມີປະສິດທິພາບ, ປະສິດທິຜົນ ແລະ ນໍາໃຊ້ງົບປະມານການລົງທຶນຂອງລັດໃຫ້ເກີດຜົນປະໂຫຍດ ສູງສຸດ ເພື່ອປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງຕາມທິດສີຂຽວ ເຊິ່ງຂະບວນການຈັດຕັ້ງປະຕິບັດໄດ້ເລີ່ມແຕ່ປີ 2021 ໂດຍໄດ້ປະສານສົມທົບກັບ ຂະແໜງການ ແລະ ທ້ອງຖິ່ນ ຢ່າງໄກ້ສິດ, ໄດ້ມີການແລກປ່ຽນຄວາມຄິດຄໍາເຫັນຈາກບັນດາກະຊວງທີ່ກ່ຽວຂ້ອງເປັນຕົ້ນ: ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ກະຊວງ ສຶກສາທິການ ແລະ ກິລາ, ກະຊວງ ສາທາລະນະສຸກ ແລະ ບັນດາກະຊວງ ທີ່ກ່ຽວຂ້ອງ.

        ນອກນັ້ນ ຍັງໄດ້ກຳນົດແຂວງເປົ້າໝາຍຢູ່ໃນ 3 ພາກ (ພາກກາງ, ພາກເໜືອ ແລະ ພາກໃຕ້) ຄື: ແຂວງໄຊຍະບູລີ, ແຂວງສາລະວັນ ແລະ ແຂວງບໍລິຄຳໄຊ ເພື່ອລົງເລິກການຈັດຕັ້ງ ປະຕິບັດຕົວຈິງຂອງບັນດາແຂວງໃນການຮັບມືກັບໄພພິບັດ, ກົນໄກໃນການຈັດຕັ້ງປະຕິບັດໄລຍະ ເກີດໄພພິບັດ ແລະ ການຟື້ນຟູຄືນຫຼັງໄພພິບັດ ເພື່ອເປັນບ່ອນອີງ ແລະ ເປັນຖານຂໍ້ມູນໃນການສ້າງຍຸດທະສາດດັ່ງກ່າວ.

        ໂອກາດນີ້ ທ່ານ ອຸລາ ສົມຈັນມະວົງ ຮອງຫົວໜ້າກົມແຜນການ ກະຊວງການເງິນ, ໄດ້ນຳສະເໜີກ່ຽວກັບຍຸດທະສາດການຄຸ້ມຄອງ ແລະ ນໍາໃຊ້ງົບປະມານການລົງທຶນ ເພື່ອຟື້ນຟູໂຄງລ່າງພື້ນຖານຫຼັງໄພພິບັດທາງທຳມະຊາດ ຮອດປີ 2035 ເຊິ່ງປະກອບມີ 5 ອົງປະກອບທີ່່ສຳຄັນຄື: 1) ສ້າງ ແລະ ຄຸ້ມຄອງການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍກ່ຽວກັບການຟື້ນຟູໂຄງລ່າງພື້ນຖານຫຼັງໄພພິບັດທາງທໍາມະຊາດ; 2) ປັບປຸງກົນໄກການປະສານງານຂອງຂະແໜງການທີ່ກ່ຽວຂ້ອງ ໃນການຟື້ນຟູໂຄງລ່າງພື້ນຖານຫຼັງໄພພິບັດທາງທໍາມະຊາດໃຫ້ມີປະສິດທິພາບ; 3) ສ້າງລະບົບຄຸ້ມຄອງ ແລະ ຕິດຕາມກວດກາ ໂຄງການຟື້ນຟູໂຄງລ່າງພື້ນຖານຫຼັງໄພພິບັດທາງທໍາມະຊາດ; 4) ນໍາໃຊ້ງົບປະມານ ສໍາລັບການຟື້ນຟູໂຄງລ່າງພື້ນຖານຫຼັງໄພພິບັດທາງທໍາມະຊາດ; 5) ສ້າງ ແລະ ຈັດຕັ້ງປະຕິບັດແຜນປະຕິບັດງານການຟື້ນຟູໂຄງລ່າງພື້ນຖານຫຼັງໄພພິບັດທາງທໍາມະຊາດ.

        ພ້ອມດຽວກັນນີ້, ໂດຍປະຕິບັດຕາມຂໍ້ຕົກລົງ ສະບັບເລກທີ 3045/ກງ,ລົງວັນທີ 16 ກັນຍາ 2025 ກະຊວງການເງິນ ຈຶ່ງຂໍປະກາດໃຊ້ຍຸດທະສາດການຄຸ້ມຄອງ ແລະ ນໍາໃຊ້ງົບປະມານການລົງທຶນ ຂອງລັດ ເພື່ອຟື້ນຟູໂຄງລ່າງພື້ນຖານຫຼັງໄພພິບັດທາງທຳມະຊາດ ຮອດປີ 2035 ຢ່າງເປັນທາງການ.

© 2025 Copyright: ກະຊວງການເງິນ, ສປປ ລາວ