• ຂ່າວທ້ອງຖິ່ນ
  • |
  • 2025-10-15
  • |
  • ວຽກວິຊາສະເພາະ

 

   ໃນວັນທີ 15 ຕຸລາ 2025 ພະແນກການເງິນ ແຂວງອັດຕະປື ໄດ້ຈັດຊຸດອົບຮົມວຽກງານໄອທີ ການຄຸ້ມຄອງນໍາໃຊ້ໂປແກຼມພຶ້ນຖານ ໂອໂຕເມເຊິນ ແລະ ການແກ້ໄຂບັນຫາພຶ້ນຖານລະບົບຄອມພິວເຕີ ໃຫ້ແກ່ພະນັກງານ-ລັດຖະກອນ ຂົງເຂດການເງິນແຂວງ ແລະ ເມືອງ, ໂດຍການເປັນປະທານຂອງ ທ່ານ ບຸນເພັງ ພົມມະຈັນ ຫົວໜ້າຄັງເງິນປະຈໍາແຂວງອັດຕະປື, ມີວິທະຍາກອນ ແລະ ສຳມະນາກອນມາຈາກຂົງເຂດການເງິນທັງຂັ້ນແຂວງ ແລະ 5 ຕົວເມືອງເຂົ້າຮ່ວມ.

 

       ທ່ານ ບຸນເພັງ ພົມມະຈັນ ຫົວໜ້າຄັງເງິນ ປະຈຳແຂວງອັດຕະປື ໄດ້ກ່າວວ່າ: ການຈັດຊຸດຝຶກອົບຮົມ ຄັ້ງນີ້ແມ່ນເພື່ອຍົກລະດັບຄວາມຮູ້ ແລະ ທັກສະດ້ານເຕັກໂນໂລຊີຂໍ້ມູນຂ່າວສານ, ເພື່ອປັບປຸງປະສິດທິພາບໃນການເຮັດວຽກງານການເງິນ, ເພື່ອກະກຽມຄວາມພ້ອມໃນການນໍາໃຊ້ເຄື່ອງມືໄອທີ ໃນຍຸກດີຈິຕອນ ເພື່ອກະກຽມການຈັດຕັ້ງປະຕິບັດວຽກງານໃນລະບົບຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານ, ອີກຢ່າງໜຶ່ງແມ່ນ ເພື່ອເພີ່ມຄວາມຮູ້ ແລະ ຄວາມເຂົ້າໃຈໃນການນຳໃຊ້ໂປຣແກຼມຄອມພິວເຕີ ຢ່າງຖືກຕ້ອງ ແລະ ປອດໄພ ພ້ອມທັງສາມາດແກ້ໄຂບັນຫາທີ່ເກີດຂຶ້ນໃນຂະນະໃຊ້ງານໄດ້ດ້ວຍຕົນເອງ, ການຈັດອົບຮົມໃນຄັ້ງນີ້ ເປັນສ່ວນໜຶ່ງໃນການພັດທະນາທັກສະດ້ານໄອທີ ໃຫ້ແກ່ບຸກຄະລາກອນ ເພື່ອໃຫ້ສາມາດປັບຕົວເຂົ້າກັບເຕັກໂນໂລຊີໃນຍຸກດີຈິຕອນ ແລະ ນຳຄວາມຮູ້ ໄປປະຍຸກໃຊ້ໃນວຽກງານໃຫ້ເກີດປະໂຫຍດສູງສຸດ.

      ຊຸດອົບຮົມດັ່ງກ່າວ ຈະດໍາເນີນເປັນເວລາ 3 ວັນ, ເຊິ່ງນັກສໍາມະນາກອນທີ່ເຂົ້າຮ່ວມ ຈະໄດ້ຮຽນຮູ້ບົດຮຽນການນໍາໃຊ້ ໂປແກຼມ ໂອໂຕ ເມເຊິນ ປະກອບ ມີ 4 ຫົວຂໍ້ຍ່ອຍຄື: ໄມໂຄຣຊັອບເວີດ; ໄມໂຄຣຊັອບເອັກເຊວ; ໄມໂຄຣຊັອບພາວເວີຟອຍ ແລະ ກູໂກຄາວ ແລະ ບົດຮຽນການຄຸ້ມຄອງນໍາໃຊ້ ແລະ ແກ້ໄຂບັນຫາຄອມພິວເຕີ ປະກອບ ມີ 4 ຫົວຂໍ້ຍ່ອຍ ຄື: ພື້ນຖານຄຸ້ມຄອງການນຳໃຊ້ ແລະ ແກ້ໄຂບັນຫາຄອມພິວເຕີ; ພື້ນຖານການເຊື່ອມຕໍ່ລະບົບພື້ນຖານໂຄງລ່າງເຄື່ອຂ່າຍ; ພື້ນຖານຄວາມປອດໄພຄອມພິວເຕີ ແລະ ການຕິດຕັ້ງລະບົບປະຕິບັດການວິນໂດ. 

 

© 2025 Copyright: ກະຊວງການເງິນ, ສປປ ລາວ