• ກະຊວງການເງິນ
  • |
  • 2025-10-15
  • |
  • ວຽກວິຊາສະເພາະ

        ໃນວັນທີ 15 ຕຸລາ 2025 ແຂວງສາລະວັນ ໄດ້ຈັດພິທີໂຮມຊຸມນຸມປະກາດເປີດບັ້ນການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ຂື້ນ ໂດຍເຂົ້າຮ່ວມເປັນປະທານຂອງ ທ່ານ ປອ ດາວວົງ ພອນແກ້ວ ເລຂາພັກແຂວງ, ເຈົ້າແຂວງ ແຂວງສາລະວັນ, ຫົວໜ້າຄະນະຊີ້ນຳການສຳຫຼວດພົນລະເມືອງ ຂັ້ນແຂວງ ແລະ ທ່ານ ນາງ ເພັດສະໝອນ ສອນ ຫົວໜ້າສູນສະຖິຕິແຫ່ງຊາດ ກະຊວງການເງິນ, ມີຄະນະຊີ້ນໍາລະດັບຊາດ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງແຂວງ ແລະ ເມືອງ ເຂົ້າຮ່ວມ.

        ໂອກາດນີ້ ນາງ ເພັດສະໝອນ ສອນ ໄດ້ມີຄຳເຫັນວ່າ: ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ນີ້ ເປັນບັ້ນການສຳຫຼວດທີ່ມີຄວາມໝາຍຄວາມສຳຄັນ ເຊິ່ງຈະສາມາດສະໜອງຂໍ້ມູນທີ່ຖືກຕ້ອງຊັດເຈນ ແລະ ກວ້າງຂວາງເລິກເຊິ່ງ ໃຫ້ແກ່ຂະບວນການສ້າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຂອງປະເທດລາວເຮົາ ກໍ່ຄື ການຕິດຕາມ ແລະ ປະເມີນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແລະ ການສ້າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X. ພ້ອມນີ້, ກໍຈະເປັນບ່ອນອີງ ທີ່ໜັກແໜ້ນ ແລະ ໜ້າເຊື່ອຖືໃນການສ້າງນະໂຍບາຍສົ່ງເສີມການພັດທະນາແບບຍືນຍົງ (SDGs) ແລະ ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ ໃນ ສປປ ລາວ.

        ຂໍ້ມູນຈາກການສຳຫຼວດພົນລະເມືອງດັ່ງກ່າວ, ບໍ່ພຽງແຕ່ ເປັນການສະແດງໃຫ້ເຫັນເຖິງການຂະຫຍາຍຕົວຂອງພົນລະເມືອງ ທຽບໃສ່ 40 ປີ ຫຼື 10 ປີ ທີ່ຜ່ານມາເທົ່ານັ້ນ, ແຕ່ຍັງສະແດງໃຫ້ເຫັນເຖິງ ການຂະຫຍາຍຕົວທາງດ້ານເສດຖະກິດ ແລະ ການພົວພັນຮ່ວມມື ທີ່ມີບົດບາດ. ຂໍ້ມູນທີ່ເກັບກໍາ ແລະ ລວບລວມຈາກການສໍາຫຼວດໃນຄັ້ງນີ້ ຈະມີບົດບາດສຳຄັນ ໃນການສົ່ງເສີມບົດບາດຂອງພົນລະເມືອງ ແລະ ການພັດທະນາແບບຍືນຍົງ ຂອງ ສປປ ລາວ, ພາກພື້ນ ແລະ ສາກົນ ໃນຂົງເຂດການເຕີບໂຕ, ການປ່ຽນແປງຂອງພົນລະເມືອງ, ການຍົກຍ້າຍຖິ່ນຖານ, ການພັດທະນາຕົວເມືອງ ແລະ ການປ່ຽນແປງໃນການດຳລົງຊີວິດທີ່ສຳຄັນອື່ນໆ.
        ໃນພິທີ ໄດ້ຜ່ານຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍການເປີດບັ້ນສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ຂອງແຂວງສາລະວັນ, ຜ່ານບົດລາຍງານຄວາມຄືບໜ້າ ແລະ ຜົນສໍາເລັດ ການກະກຽມ ສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025 ຂັ້ນແຂວງ, ພ້ອມນັ້ນ ກໍ່ໄດ້ມີການເປີດປ້າຍ ເພື່ອເປັນການປະກາດເປີດບັ້ນສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັ້ງທີ V ປີ 2025 ຂອງແຂວງສາລະວັນ ຢ່າງເປັນທາງການ.

© 2025 Copyright: ກະຊວງການເງິນ, ສປປ ລາວ