ໃນວັນທີ 13 ຕຸລາ 2025, ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ຈັດຊຸດຝຶກອົບຮົມ ສ້າງຄູຝຶກການນໍາໃຊ້ລະບົບຂໍ້ມູນຂ່າວສານຄຸ້ມຄອງການເກັບລາຍຮັບສ່ວຍສາອາກອນ (TaxRIS) ປະຈໍາປີ 2025 ໂດຍການເປັນປະທານຂອງ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວໜ້າກົມສ່ວຍສາອາກອນ, ມີວິທະຍາກອນຂອງກົມສ່ວຍສາອາກອນ ແລະ ນັກສໍາມະນາກອນ ຈາກຂະແໜງສ່ວຍສາອາກອນ ຂັ້ນສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.
ທ່ານ ສາຍມະໂນລິນ ສິນບັນດິດ ໃຫ້ຮູ້ວ່າ: ການຈັດຝຶກອົມຮົມ ຄັ້ງນີ້ ເປັນການທວນຄືນບົດຮຽນ ໃຫ້ແກ່ນັກສໍາມະນາກອນ ທີ່ເຄີຍໄດ້ຮັບການຝຶກມາແລ້ວ ແຕ່ປີ 2018, ພ້ອມທັງ ເພີ່ມເຕີມບາງບົດຮຽນອັ່ນໃໝ່ ເພື່ອນໍາໄປຈັດຕັ້ງຜັນຂະຫຍາຍ ແລະ ຖ່າຍທອດໃຫ້ແກ່ພະນັກງານສ່ວຍສາອາກອນຂອງແຂວງ ແລະ ຊ່ວຍເປັນຄູຝຶກອົບຮົມໃຫ້ແກ່ຊຸດຕໍ່ໆໄປ. ເຊິ່ງຈະໄດ້ຝຶກໃນຫົວຂໍ້:
1. ການຄຸ້ມຄອງຜູ້ເສຍອາກອນ;
2. ຄຸ້ມຄອງການແຈ້ງມອບອາກອນ;
3. ຄຸ້ມຄອງລາຍຮັບສ່ວຍສາອາກອນ ແລະ ຄຸ້ມຄອງກວດກາບັນຊີ.
ທ່ານ ຮອງຫົວໜ້າກົມສ່ວຍສາອາກອນ ໃຫ້ຮູ້ຕື່ມວ່າ: ລະບົບ TaxRIS ໄດ້ເລີ່ມຈັດຕັ້ງ ແລະ ຜັນຂະຫຍາຍໄປໃນຂອບເຂດທົ່ວປະເທດສຳເລັດ ແຕ່ປີ 2018 ເປັນຕົ້ນມາ ຮອດ 2022, ມາຮອດປັດຈຸບັນ ສາມາດຈັດຕັ້ງການນໍາໃຊ້ລະບົບໄດ້ແລ້ວ ຢູ່ກົມສ່ວຍສາອາກອນ, ສ່ວຍສາອາກອນ ປະຈໍານະຄອນຫຼວງຽງຈັນ ແລະ 17 ແຂວງ, 148 ເມືອງ (ລວມທັງ 3 ນະຄອນ) ແລະ 6 ເຂດເສດຖະກິດພິເສດ. ເຊິ່ງຫຼັງຈາກຕິດຕັ້ງລະບົບສໍາເລັດທົ່ວປະເທດ ໃນປີ 2022 ແລະ ຈັດຝຶກອົບຮົມ ລົງເລິກໃນຫົວຂໍ້ ການນໍາໃຊ້ລະບົບດັ່ງກ່າວ. ລະບົບ TaxRIS ໄດ້ມີການປັບປຸງ ແລະ ປ່ຽນແປງຕາມສະພາບການຈັດເກັບລາຍຮັບແຕ່ລະໄລຍະ ເປັນຕົົ້ນແມ່ນການປັບປຸງກົດໝາຍ, ການຫັນເອົາວຽກງານເກັບລາຍຮັບຊັບສິນມາເຂົ້າໃນລະບົບ, ການປັບປຸງກົນໄກ ການແຈ້ງ-ການມອບ ໃຫ້ມີຂໍ້ສະດວກ ແລະ ງ່າຍຂຶ້ນ, ລວມທັງການປັບປຸງລະບົບໃຫ້ເກັບກໍາຂໍ້ມູນໄດ້ກວ້າງຂວາງຂຶ້ນ ເພື່ອເປັນຂໍ້ມູນໄປນໍາໃຊ້ໃນການວິເຄາະ, ວິໄຈ ຕົວຢ່າງຂໍ້ມູນພັນທະທີ່ໄດ້ຮັບການຍົກເວັ້ນອາກອນ ລວມທັງການເພີ່ມການເຊື່ອມຕໍ່ ກັບລະບົບຕ່າງໆ ເຂົ້າໃນລະບົບຂໍ້ມູນຂ່າວສານຄຸ້ມຄອງການເກັບລາຍຮັບສ່ວຍສາອາກອນ.
ການຝຶກອົບຮົມຄັ້ງນີ້ ຈະໄດ້ຝຶກເປັນເວລາ 05 ວັນ ແຕ່ວັນທີ 13-17 ຕຸລາ 2025 ໂດຍໄດ້ຮັບການສະໜັບໜູນ ຈາກ ໂຄງການປັບປຸງການຄຸ້ມຄອງການເງິນແຫ່ງລັດ ໄລຍະ 3 ຈາກ ກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕຣາລີ ແລະ ສະຫະພາບເອີລົບ ຜ່ານທະນາຄານໂລກ.