ໃນວັນທີ 10 ຕຸລາ 2025 ກະຊວງການເງິນ ຈັດກອງປະຊຸມ ຄົບຄະນະບໍລິຫານງານພັກກະຊວງການເງິນ ທ້າຍສະໄໝທີ III ຂື້ນ, ໂດຍການເປັນປະທານ ຂອງສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງການເງິນ, ມີ ສະຫາຍ ຮອງເລຂາ ຄະນະບໍລິຫານງານພັກ, ກຳມະການປະຈຳພັກ, ຄະນະບໍລິຫານງານພັກ ກະຊວງການເງິນ, ຄະນະຕິດຕາມກອງປະຊຸມ ຈາກຄະນະຈັດຕັ້ງສູນກາງພັກ ແລະ ອະນຸກໍາມະການກອງເລຂາ ເຂົ້າຮ່ວມ. ກອງປະຊຸມຄົບຄະນະບໍລິຫານງານພັກ ກະຊວງການເງິນ ທ້າຍສະໄໝທີ III ນີ້ ແມ່ນເພື່ຶອຮັບຟັງການລາຍງານຄວາມພ້ອມຮອບດ້ານ ໃນການກະກຽມ ແລະ ດໍາເນີນກອງປະຊຸມໃຫ່ຍ ຜູ້ແທນສະມາຊິກພັກ ຄັ້ງທີ IV ຂອງແຕ່ລະອະນຸກໍາມະການທີ່ການົດໃນ ມະຕິຕົກລົງຂອງຄະນະ ປະຈຳພັກ ສະບັບເລກທີ 187/ຄປຈ.ກງ, ລົງວັນທີ 18 ກໍລະກົດ 2025. ເປັນຕົ້ນແມ່ນ: ອະນຸກຳມະການ ດ້ານເນື້ອໃນ; ດ້ານຂະບວນການ ແລະ ປ້ອງກັນ; ການກະກຽມດ້ານບຸກຄະລາກອນ; ອະນຸກໍາມະການ ບໍລິຫານ, ພິທີການ, ງົບປະມານ ແລະ ກອງເລຂາ. ຮັບຮອງເອົາເນື້ອໃນ ເອກະສານ: (ຮ່າງ) ລາຍງານ ການເມືອງ; (ຮ່າງ) ແຜນພັດທະນາຂະແໜງການເງິນ; (ຮ່າງ)ບົດສຳຫຼວດການນໍາພາລວມ ແລະ ຮັບຮອງເອົາເປົ້າໝາຍບຸກຄະລາກອນ ອອກສະໝັກຮັບ ເລືອກຕັ້ງ ຄະນະບໍລິຫານງານພັກກະຊວງການເງິນ ສະໄໝທີ IV. ພ້ອມນີ້ ທ່ານ ປະທານກອງປະຊຸມ ໄດ້ມີຄຳເຫັນຕໍ່ກອງປະຊຸມວ່າ: ໃຫ້ແຕ່ລະອະນຸກໍາມະການ ຕາມມະຕິຕົກລົງ ສະບັບເລກທີ 187/ຄປຈ.ກງ, ລົງວັນທີ 18 ກໍລະກົດ 2025 ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາລວມ ແລະ ອະນຸກໍາມະການຊ່ວຍວຽກການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີIV ຂອງອົງຄະນະພັກກະຊວງການເງິນ ລາຍງານການກະກຽມຕາມການແບ່ງຄວາມຮັບຜິດຊອບ ແລະ ຢືນຢັນຄວາມພ້ອມ ຕໍ່ກອງປະຊຸມ ພ້ອມທັງ ມີຄໍາເຫັນແລກປ່ຽນ ເພື່ອສ້າງຄວາມເປັນເອກະພາບ.
