ໃນວັນທີ 10 ຕຸລາ 2025 ຄະນະກໍາມະການຮ່ວມມືລາວ-ຈີນ ພ້ອມດ້ວຍ ກົມກວດກາລັດ, ກົມຄຸ້ມຄອງ ການບັນຊີ ແລະ ສູນສະຖິຕິແຫ່ງຊາດ ໄດ້ຮ່ວມກັນຈັດກອງປະຊຸມວິທະຍາສາດ ໃນຫົວຂໍ້: ວຽກງານການເກັບລາຍຮັບ ຫັນເປັນທັນສະໄໝ, ໂດຍການເຂົ້າຮ່ວມ ແລະ ເປັນປະທານຂອງທ່ານ ນາງ ແສງເດືອນ ໄຊຍະສອນ ຮອງປະທານຜູ້ປະຈໍາການ, ທັງເປັນຫົວໜ້າຫ້ອງການຄະນະກໍາມະການຮ່ວມມືລາວ-ຈີນ; ທ່ານ ອຸດອນ ທຳມະວົງສາ ຮັກສາການຫົວໜ້າກົມຄຸ້ມຄອງການບັນຊີ, ທ່ານ ພູສະຫວັນ ຈັນທະສົມບັດ ຮອງຫົວໜ້າກົມສະຖິຕິສິ່ງແວດລ້ອມ ແລະ ຄວາມໝັ້ນຄົງ, ທ່ານ ນາງ ຄຳເມີງ ບັນນາລາດ ຮອງຫົວໜ້າກົມສະຖິຕິເສດຖະກິດ ແລະ ສັງຄົມ ແລະ ຜູ້ຕາງໜ້າຈາກ ກົມກວດກາລັດ ກະຊວງການເງີນ. ພ້ອມນີ້, ມີບັນດາທ່ານຮອງຫົວໜ້າກົມ, ຮອງຫົວໜ້າຫ້ອງການ ແລະ ພະນັກງານ ທັງ 4 ພາກສ່ວນເຂົ້າຮ່ວມ. ຈຸດປະສົງ ໃນການຈັດກອງປະຊຸມ ເພື່ອເປັນການສ້າງຂະບວນການ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກຂອງກະຊວງການເງິນ ສະໄຫມທີ IV. ກອງປະຊຸມ ໄດ້ແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາ ປຶກສາຫາລືຮ່ວມກັນໃນການຈັດເກັບລາຍຮັບ ໂດຍການຫັນເປັນທັນສະໄໝ. ຜູ້ຕາງໜ້າຈາກ ກົມຄຸ້ມຄອງການບັນຊີ, ກະຊວງການເງີນ ໄດ້ລາຍງານໃຫ້ຊາບວ່າ: ການພັດທະນາເຄື່ອງມືທັນສະໄໝ ກໍຄື ການພັດທະນາລະບົບຄຸ້ມຄອງຂໍ້ມູນການບັນຊີຂອງຫົວໜ່ວຍຖືບັນຊີວິສາຫະກິດ ແລະ ລະບົບຄຸ້ມຄອງຂໍ້ມູນຂ່າວສານການເງິນແຫ່ງລັດ ແບບເຊື່ອມໂຍງ ແມ່ນມີຄວາມຊັກຊ້າກວ່າທີ່ຄວນ ແລະ ໃນປະຈຸບັນ ຍັງມີ 130.000 ຫົວໜ່ວຍທຸລະກິດ ທີ່ບໍ່ມີລະບົບບັນຊີ ແຕ່ເຖິງຢ່າງໃດກໍຕາມເພື່ອໃຫ້ຖືກຕ້ອງສອດຄ່ອງກັບວິໃສທັດ ແລະ ຍຸດທະສາດພັດທະນາຂອງຂະແໜງການເງີນ ກໍແມ່ນການສຸມໃສ່ລະບົບການບັນຊີແຫ່ງລັດ, ການບັນຊີວິສາຫະກິດ ແລະ ການກວດສອບອິດສະຫຼະ ໃຫ້ສອດຄ່ອງກັບມາດຕະຖານສາກົນ ຖືເປັນເປົ້າໝາຍໜຶ່ງທີ່ທາງກົມໄດ້ກຳນົດໄວ້ແລ້ວ ເພື່ອຕອບສະໜອງໃຫ້ ລັດວິສາຫະກິດ ແລະ ວິສາຫະກິດຂອງ ສປປ ລາວ ມີຄວາມສະຖຽນລະພາບທາງດ້ານບັນຊີ ເຮັດໃຫ້ ຜູ້ໃຊ້ມີຄວາມເຊື່ອຖື ຮັບປະກັນດ້ານຜົນປະໂຫຍດ. ກົມກວດກາລັດ, ກະຊວງການເງີນ ໄດ້ໃຫ້ທັດສະນະວ່າ: ໃນເງື່ອນໄຂການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ໃນຍຸກແຫ່ງເທັກໂນໂລຊີທີ່ທັນສະໄໝ, ຫຼາຍຂະແໜງການ ໂດຍສະເພາະ ກະຊວງການເງິນ ໄດ້ປະເຊີນໜ້າກັບບັນດາປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນແມ່ນ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ອື່ນໆ. ສະນັ້ນ, ເພື່ອເຮັດໃຫ້ການຄຸ້ມຄອງການເງິນແຫ່ງລັດ ມີຄວາມເຂັ້ມແຂງ, ໂປ່ງໃສ ແລະ ທັນສະໄໝ ວຽກງານກວດກາ ຂອງຂະແໜງການເງິນ ຕ້ອງໄດ້ຮັບການພັດທະນາຢ່າງຮອບດ້ານໃຫ້ມີຄວາມເຂັ້ມແຂງ, ທັນສະໄໝ, ທັນກັບສະພາບການ, ການກວດກາ ເຫັນໄດ້ທາດແທ້ຂອງບັນດາປະກົດການຫຍໍ້ທໍ້ດ້ານຕ່າງໆ ໃນຂະແໜງການເງິນ ເພື່ອຊອກວິທີຕ້ານ ແລະ ສະກັດກັ້ນໃຫ້ທັນເວລາ. ຜ່ານມາ ພາຍໃຕ້ການຊີ້ນຳ-ນຳພາຂອງຄະນະພັກ ຄະນະນຳ ກະຊວງການເງິນ ແລະ ຄະນະນຳກົມກວດກາລັດ ພະນັກງານກົມກວດກາລັດ ພວກເຮົາ ແມ່ນໄດ້ນຳໃຊ້ເຕັກນິກ, ວິທີການ, ປະສົບການ ແລະ ບັນດາບົດຮຽນການກວດກາ ເພື່ອເປັນຂອດໃນການດຳເນີນການຕິດຕາມ-ກວດກາ ໃນແຕ່ລະເປົ້າໝາຍ, ເຖິງວ່າປະສິດທິພາບຂອງໜ້າວຽກຈະບໍ່ທັນຕອບສະໜອງໄດ້ເຖິງການປະຕິບັດຕົວຈິງເຕັມຮ້ອຍເປີເຊັນ ແຕ່ພວກເຮົາກໍ່ເຫັນວ່າມັນສາມາດເຮັດໃຫ້ ການປະຕິບັດໜ້າທີ່ວຽກງານຂອງບັນດາເປົ້າໝາຍທີ່ຖືກກວດກາ ເຂົ້າສູ່ລະບຽບການໄດ້ໃນລະດັບໃດໜື່ງ ແລະ ດີຂື້ນເທື່ອລະກ້າວເລື້ອຍໆມາ. ຫ້ອງການຄະນະກຳມະການຮ່ວມມື ລາວ-ຈີນ ໄດ້ຍົກໃຫ້ເຫັນ ຜົນສໍາເລັດຂອງ ສປ ຈີນ ໃນການພັດທະນາເສດຖະກິດ-ສັງຄົມ ໄປຄຽງຄູ່ກັບການປັບປຸງລະບົບການເກັບລາຍຮັບງົບປະມານ ຫັນເປັນທັນສະໄໝ, ເພື່ອໃຫ້ມີຄວາມໂປ່ງໃສ ແລະ ສາມາດຕິດຕາມກວດສອບໄດ້, ການສະໜອງທຶນສໍາມະນາ ແລະ ຝຶກອົບຮົມໄລຍະສັ້ນ, ສາມາດຍາດແຍ່ງທຶນການຊ່ວຍເຫຼືອເພື່ອພັດທະນາ ແລະ ກໍ່ສ້າງຊັບພະຍາກອນມະນຸດ ໂດຍຜ່ານການສໍາມະນາ ແລະ ຝືກອົບຮົມໄລຍະສັ້ນ ໃຫ້ແກ່ພະນັກງານລັດຖະກອນ ແລະ ຈາກລັດວິສາຫະກິດຂອງລາວ ທັງໃນຮູບແບບສອງຝ່າຍ ແລະ ຫຼາຍຝ່າຍ, ທັງ ຈັດຢູ່ ລາວ ແລະ ຢູ່ ຈີນ, ກວມເອົາຫຼາຍຂົງເຂດຂະແໜງການ ບໍ່ວ່າຈະເປັນຂົງເຂດການສ້າງແຜນພັດທະນາເສດຖະກິດ-ສັງຄົມ, ການເງິນສາທາລະນະ, ການຮ່ວມມືດ້ານການຄ້າສາກົນ, ການປຸງແຕ່ງຜະລິດຕະພັນກະສິກໍາ, ການແກ້ໄຂຄວາມທຸກຍາກ, ການນໍາໃຊ້ເຕັກນິກທັນສະໄໝ ເຂົ້າໃນວຽກງານຕ່າງໆ ແລະ ອື່ນໆ, ສະເລ່ຍ ປີໜຶ່ງ ບໍ່ຫຼຸດ 1000 ເທື່ອຄົນ, ຫຼ້າສຸດ ໃນປີ 2024 ແມ່ນບັນລຸໄດ້ຫຼາຍກວ່າ 2000ເທື່ອຄົນ
