• ກະຊວງການເງິນ
  • |
  • 2025-10-09
  • |
  • ວຽກວິຊາສະເພາະ

ຫາລືກະກຽມເນື້ອໃນ ກອງປະຊຸມ ຄັ້ງທີ XV ຂອງຄະນະປະສານງານຮ່ວມມື 

ລະຫວ່າງ ພາກເໜືອ ສປປ ລາວ ກັບ ແຂວງຢູນນານ ສປ ຈີນ 

        ໂດຍປະຕິບັດຕາມກົນໄກຄະນະປະສານງານຮ່ວມມື ລະຫວ່າງ ພາກເໜືອ ສປປ ລາວ ກັບ ແຂວງຢູນນານ ສປ ຈີນ ທີ່ລັດຖະບານ ຂອງສອງປະເທດ ລາວ ແລະ ຈີນ ໄດ້ຕົກລົງເປັນເອກະພາບສ້າງຕັ້ງຂື້ນ ແຕ່ປີ 2004 ເປັນຕົ້ນມາ. ໃນວັນທີ 09 ຕຸລາ 2025 ທີ່ຫ້ອງປະຊຸມທັນສະໄໝ ກະຊວງການເງິນ, ຫ້ອງການຄະນະກໍາມະການຮ່ວມມືລາວ-ຈີນ ໃນນາມກອງເລຂາຂອງຄະນະປະສານງານດັ່ງກ່າວ ໄດ້ຈັດກອງປະຊຸມປຶກສາຫາລືເພື່ອກະກຽມເນື້ອໃນ ໃຫ້ແກ່ກອງປະຊຸມ ຄັ້ງທີ XV ຂອງຄະນະປະສານງານຮ່ວມມື ລະຫວ່າງ ພາກເໜືອ ສປປ ລາວ ກັບ ແຂວງຢູນນານ ສປ ຈີນ ຂື້ນ. ໂດຍການເປັນປະທານຂອງ ທ່ານ ນາງ ແສງເດືອນ ໄຊຍະສອນ ຮອງປະທານ ຜູ້ປະຈໍາການ, ຫົວໜ້າຫ້ອງການ ຄະນະກໍາມະການຮ່ວມືລາວ-ຈີນ, ຜູ້ຕາງໜ້າ ຈາກກະຊວງຂະແໜງການຂັ້ນສູນກາງ ທີ່ກ່ຽວຂ້ອງ ແລະ ຜູ້ຕາງໜ້າ ພະແນກການເງິນ ຈາກ 10 ແຂວງພາກເໜືອຂອງລາວ ເຂົ້າຮ່ວມປຶກສາຫາລືກະກຽມວຽກງານ ຜ່ານລະບົບທາງໄກ.

        ເພື່ອຮັບປະກັນໃຫ້ແກ່ການກະກຽມເນື້ອ ກອງປະຊຸມ ຄັ້ງທີ XV ຂອງຄະນະປະສານງານດັ່ງກ່າວ ທີ່ມີແຜນຈະຈັດຂື້ນ ໃນລະຫວ່າງ ວັນທີ 23-25 ພະຈິກ 2025 ທີ່ຈະມາເຖິງນີ້ ໃຫ້ມີຄວາມຄົບຖ້ວນສົມບູນ, ໃນກອງປະຊຸມ ແມ່ນໄດ້ແຈ້ງໃຫ້ຊາບໂດຍລວມຕໍ່ກັບ ຄວາມໝາຍຄວາມສໍາຄັນ ຂອງການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຈີນ, ໂດຍສະເພາະແມ່ນການໝູນໃຊ້ທ່າແຮງທີ່ໄດ້ປຽບດ້ານພູມສັນຖານ ກໍ່ຄືການຮ່ວມມື ລະຫວ່າງ ບັນດາແຂວງພາກເໜືອຂອງລາວ ກັບ ແຂວງຢູນນານຂອງຈີນ ທີ່ມີຊາຍແດນຕິດຈອດກັນ; ພ້ອມນັ້ນ ກໍ່ໄດ້ແຈ້ງໃຫ້ຊາບຕໍ່ກັບການກະກຽມຄວາມພ້ອມເບື້ອງຕົ້ນ ໃຫ້ແກ່ກອງປະຊຸມ, ໂດຍສະເພາະ ການກໍານົດຮູບແບບ ແລະ ແຜນດໍາເນີນກອງປະຊຸມ, ເຊິ່ງກອງປະຊຸມຄັ້ງທີ XV ຂອງຄະນະປະສານງານດັ່ງກ່າວນີ້ ແມ່ນຈະປະກອບດ້ວຍບັນດາກອງປະຊຸມຍ່ອຍ ແລະ ກິດຈະກໍາປິ່ນອ້ອມ ຄື: ກອງປະຊຸມແບ່ງກຸ່ມສົນທະນາ (ຜ່ານລະບົບທາງໄກ), ກອງປະຊຸມພົບປະພາກທຸລະກິດລາວ ແລະ ແຂວງຢູນນານ, ການວາງສະແດງຜະລິດຕະພັນ ແລະ ສິນຄ້າ, ກອງປະຊຸມໃຫຍ່ຄົບຄະນະປະສານງານ ແລະ ພິທີເຊັນບົດບັນທຶກກອງປະຊຸມ ພ້ອມດ້ວຍເອກະສານຮ່ວມມືສອງຝ່າຍ. ໃນນີ້, ປະທານ ກອງປະຊຸມ ໄດ້ລົງເລິກນໍາພາປຶກສາຫາລື ກ່ຽວກັບການກະກຽມກອງປະຊຸມແບ່ງກຸ່ມສົນທະນາ ຜ່ານລະບົບທາງໄກ ທີ່ປະກອບດ້ວຍ 8 ກຸ່ມວິຊາສະເພາະຄື: ກຸ່ມພື້ນຖານໂຄງລ່າງຄົມມະນາຄົມ ແລະ ການສື່ສານ; ກຸ່ມການຮ່ວມມືດ້ານການຄ້າ, ການປູກພືດທົດແທນການປູກຝິ່ນ, ການເງິນ-ການທະນາຄານ ແລະ ການກໍ່ສ້າງເຂດຮ່ວມມືເສດຖະກິດ; ກຸ່ມກະສິກໍາ-ປ່າໄມ້ ແລະ ຫຼຸດຜ່ອນຄວາມທຸກຍາກ; ກຸ່ມຮ່ວມມືຂົງເຂດການລົງທຶນດ້ານພະລັງງານ, ບໍ່ແຮ່ ແລະ ຄວາມອາດສາມາດການຜະລິດ; ກຸ່ມວິທະຍາສາດການສຶກສາ ແລະ ສາທາລະນະສຸກ; ກຸ່ມຮ່ວມມືດ້ານວັດທະນະທຳ ແລະ ການທ່ອງທ່ຽວ; ກຸ່ມຮ່ວມມືຂົງເຂດສິ່ງແວດລ້ອມ, ອຸຕຸນິຍົມ ແລະ ອຸທົກກະສາດ; ກຸ່ມຄຸ້ມຄອງຊາຍແດນ.

        ກອງປະຊຸມໄດ້ຮ່ວມກັນຄົ້ນຄວ້າ ແລະ ປະກອບຄໍາເຫັນ ດ້ວຍຄວາມເປັນເຈົ້າການ, ກົງໄປກົງມາ ແລະ ມີລັກສະນະສ້າງສັນ ຕໍ່ກັບ ເນື້ອໃນຫົວຂໍ້ສົນໃຈຂອງແຕ່ລະກຸ່ມ ທີ່ຝ່າຍແຂວງຢູນນານ ສະເໜີຕໍ່ຝ່າຍລາວ, ພ້ອມທັງປຶກສາຫາລືກະກຽມຫົວຂໍ້ ແລະ ຂໍ້ສະເໜີ ໃນຂະແໜງການຂອງຕົນ ເພື່ອປະກອບເປັນເນື້ອໃນຫົວຂໍ້ສົນໃຈຂອງຝ່າຍລາວ ນໍາສົ່ງໃຫ້ຝ່າຍຈີນຮັບຊາບ ແລະ ກະກຽມ. ນອກນັ້ນ, ກໍ່ໄດ້ປຶກສາຫາລື ຕົກລົງແຕ່ງຕັ້ງ ຫົວໜ້າກຸ່ມ, ຮອງຫົວໜ້າກຸ່ມ, ຄະນະ ແລະ ກອງເລຂາ ຂອງແຕ່ລະກຸ່ມ ເພື່ອຮີບຮ້ອນກະກຽມເນື້ອໃນ ແລະ ຮ່ວມກັບ ຝ່າຍແຂວງຢູນນານ ຈັດກອງປະຊຸມແບ່ງກຸ່ມ ໃຫ້ສໍາເລັດພາຍໃນເດືອນຕຸລາ 2025 ນີ້. ພາຍຫຼັງສໍາເລັດແລ້ວ ແຕ່ລະກຸ່ມຂອງສອງຝ່າຍ ຈະຮ່ວມກັນລົງນາມໃນບົດບັນທຶກກອງປະຊຸມກຸ່ມ ເພື່ອເປັນບ່ອນອີງ ແລະ ເນື້ອໃນສໍາຄັນ ໃຫ້ແກ່ ກອງປະຊຸມໃຫຍ່ຄົບຄະນະປະສານງານ ທີ່ຈະຈັດຂື້ນ ໃນໄລຍະທ້າຍເດືອນພະຈິກ 2025.  

 

 

© 2025 Copyright: ກະຊວງການເງິນ, ສປປ ລາວ