• ກະຊວງການເງິນ
  • |
  • 2025-10-09
  • |
  • ວຽກວິຊາສະເພາະ

       ສູນສະຖິຕິແຫ່ງຊາດ (ສຖຕ), ກະຊວງການເງິນ ໄດ້ຈັດກອງປະຊຸມເຜີຍແຜ່ຜົນຜະລິດສະຖິຕິທາງການດ້ານ ສິ່ງແວດລ້ອມ ຂຶ້ນ ໃນວັນທີ 9 ຕຸລາ 2025 ໂດຍການເປັນປະທານຂອງ ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີ ກະຊວງການເງິນ, ທ່ານ ນາງ ເພັດສະໝອນ ສອນ ຫົວໜ້າສູນສະຖິຕິແຫ່ງຊາດ, ກະຊວງການເງິນ, ທ່ານ frank peiffer  ຜູ້ຮັບຜິດຊອບວຽກງານຮ່ວມມືເພື່ອການ ພັດທະນາ, ສະຖານທູດລຸກຊໍາບວກ ປະຈຳ ສປປ ລາວ, ທ່ານ Dr. Olivier Thunus, ຜູ້ຕາງໜ້າຈາກຫ້ອງການ ສະຖາບັນຄົ້ນຄ້ວາ ສະຖິຕິ ແລະ ເສດຖະກິດ ປະເທດລູກຊຳບວກ (STATEC) ມີ ບັນດາ ຫົວໜ້າກົມ, ຮອງຫົວໜ້າກົມ, ຜູ້ຕາງໜ້າຈາກກະຊວງຂະແໜງການ ແລະ ແຂກຖືກເຊີນເຂົ້າຮ່ວມ ການສ້າງຜົນຜະລິດສະຖິຕິສິ່ງແວດລ້ອມດັ່ງກ່າວນີ້ ແມ່ນດໍາເນີນພາຍໃຕ້ ໂຄງການຮ່ວມມືສະຖິຕິລາວ-ລຸກຊຳບວກ ໄລຍະ 2 (LLPS2).

        ກອງປະຊຸມ ແມ່ນເຜີຍແຜ່ຂໍ້ມູນສະຖິຕິທາງການດ້ານສິ່ງແວດລ້ອມຄື:ຜົນການສໍາຫຼວດການຄຸ້ມຄອງຂີ້ເຫຍື້ອພາກຄົວເຮືອນປະຈຳປີ 2024 (LHSWMS); ບົດລາຍງານການວິໄຈຕົວຊີ້ບອກຕົ້ນຕໍດ້ານສະຖິຕິສິ່ງແວດລ້ອມໃນ ສປປ ລາວ (Pooketbook)ແລະ ບັນຊີເສດຖະກິດ-ສິ່ງແວດລ້ອມ. ເພື່ອນໍາໃຊ້ເຂົ້າໃນການວາງແຜນພັດທະນາຂອງບັນດາຂະແໜງການຕ່າງໆ ເປັນບ່ອນອີງອັນສໍາຄັນໃນການບັນລຸຄາດໝາຍແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX, ການເຕີບໂຕສີຂຽວ ແລະ ເປົ້າໝາຍການພັດທະນາແບບຍືນຍົງ (SDGs) ຂອງລັດຖະບານ. ໃນກອງປະຊຸມໄດ້ນໍາສະເໜີຜະລິດຕະພັນສະຖິຕິ ດ້ານສິ່ງແວດລ້ອມຮູບແບບໃໝ່ ທີ່ໄດ້ອອກແບບມາ ເພື່ອເຮັດໃຫ້ຂໍ້ມູນດ້ານສິ່ງແວດລ້ອມ ໃນ ສປປ ລາວ ໃຫ້ສາມາດເຂົ້າເຖິງໄດ້ງ່າຍ, ມີຄວາມເຊື່ອມໂຍ່ງກັນ ແລະ ເປັນປະໂຫຍດຕໍ່ການ ກຳນົດນະໂຍບາຍ ແລະ ການຮັບຮູ້ຢ່າງກ້ວາງຂວາງໃນທົ່ວສັງຄົມ.

        ໂອກາດນີ້ ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີ ກະຊວງການເງິນ ໄດ້ສະແດງໃຫ້ເຫັນເຖິງຄວາມມຸ້ງໝັ້ນຂອງລັດຖະບານ ໃນການນໍາຂໍ້ມູນອັນເປັນຫຼັກຖານ ເພື່ອເປັນບ່ອນອີງໃນ ການວາງແຜນນະໂຍບາຍ ເພື່ອເຮັດໃຫ້ການນໍາໃຊ້ຊັບພະຍາກອນທຳມະຊາດມີຄວາມຍືນຍົງ ແລະ ເປັນຂໍ້ມູນທີ່ສໍາຄັນໃນການຕິດຕາມ ແລະ ປະເມີນແຜນພັດທະນາເສດຖະກິດ ສັງຄົມແຫ່ງຊາດ ແລະ ເປົ້າໝາຍໃນການພັດທະນາຂອງປະເທດແຕ່ລະໄລຍະ.

        ກົມສະຖິຕິສິ່ງແວດລ້ອມ ແລະ ຄວາມໝັ້ນຄົງ, ສູນສະຖິຕິແຫ່ງຊາດ ແມ່ນໄດ້ສັງລວມເອົາບັນດາຂໍ້ມູນສະຖິຕິດ້ານສິ່ງແວດລ້ອມ ໂດຍມີການສັງລວມຂໍ້ມູນຈາກບັນດາກະຊວງ, ຂະແໜງການຕ່າງໆ ທົ່ວລະບົບສະຖິຕິແຫ່ງຊາດ ເຊິ່ງໄດ້ນໍາມາສັງລວມ ແລະ ເຜີຍແຜ່ເຂົ້າໃນເວັບໄຊ LaoSIS ຂອງສູນສະຖິຕິແຫ່ງຊາດ, ເຊິ່ງເປັນເວັບໄຊທີ່ຮວບຮວມຂໍ້ມູນສະຖິຕິທາງການໄວ້.

© 2025 Copyright: ກະຊວງການເງິນ, ສປປ ລາວ