• ກະຊວງການເງິນ
  • |
  • 2025-10-09
  • |
  • ວຽກຮ່ວມມື

        ໃນວັນທີ 09 ຕຸລາ 2025  ກະຊວງ​ການເງິນ ຮ່ວມກັບ ອົງການສະຫະປະຊາຊາດ ປະຈຳ ສປປ ລາວ ໄດ້​ຈັດກອງປະຊຸມລະດັບສູງ ປະທານ ແລະ ປະທານຮ່ວມ ຂອງໜ່ວຍງານຂະແໜງການເພື່ອປຶກສາຫາລື ກັບຄູ່ຮ່ວມພັດທະນາ ເພື່ອກະກຽມໃຫ້ແກ່ ກອງປະຊຸມໂຕະມົນ ລະດັບສູງ ຄັ້ງທີ XIV ທີ່ຈະໄດ້ຈັດຂຶ້ນໃນວັນທີ 19 ພະຈິກ 2025 ທີ່ ນະຄອນຫຼວງວຽງຈັນ. ໂດຍການເປັນປະທານ ຂອງ ທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີ ກະຊວງການເງິນ ແລະ ​ທ່ານ ບັກໂຄເດັຍ ເບີຄະນ໋ອຟ ຜູ້ປະສານງານອົງການ ສະຫະປະຊາຊາດ ປະຈໍາ ສປປ ລາວ, ມີ   ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ບັນດາທ່ານ ຮອງລັດຖະມົນຕີ, ເອກອັກຄະລັດຖະທູດ, ຫົວໜ້າອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ ທີ່ມີສຳນັກງານ, ຫ້ອງການ ຕັ້ງຢູ່ ສປປ ລາວ, ຣ່າໂນຍ ສສ ຫວຽດນາມ ແລະ ບາງກອກ ປະເທດໄທ ເຂົ້າຮ່ວມ. 

        ໃນກອງປະຊຸມ ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີ ກະຊວງການເງິນ ໄດ້ກ່າວວ່າ: ການໄດ້ປືກສາຫາລືປະເດັນທີ່ສໍາຄັນ ຕໍ່ວຽກງານການພັດທະນາ ຂອງ ສປປ ລາວ, ເປັນການແລກປ່ຽນບົດຮຽນ ແລະ ສ້າງຄວາມເຂົ້າໃຈທາງດ້ານເນື້ອໃນ ໃຫ້ແກ່ກອງປະຊຸມໂຕະມົນລະດັບສູງ ຄັ້ງທີ XIV ປີ 2025 ທີ່ຈະຈັດຂື້ນໃນວັນທີ 19 ພະຈິກ ນີ້. ທ່ານ ຮອງລັດຖະມົນຕີ ໄດ້ຍົກໃຫ້ເຫັນເຖິງການເປີດກວ້າງຂອງລັດຖະບານ ສະແດງອອກຢ່າງຈະແຈ້ງໃນການປືກສາຫາລື ແລະ ປະກອບຄຳຄິດຄຳເຫັນ ຕໍ່ຮ່າງ ສະບັບທີ 5 ຂອງ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030), ຮ່າງຍຸດທະສາດດ້ານການເງິນ ແລະ ກອບການຕິດຕາມ-ປະເມີນຜົນ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030), ລາຍງານຄວາມຄືບໜ້າໃນການກະກຽມຈັດກອງປະຊຸມໂຕະມົນ ລະດັບສູງ ຄັ້ງທີ XIV ປີ 2025 ພ້ອມທັງແຈ້ງໃຫ້ຊາບກ່ຽວກັບການຈັດກອງປະຊຸມສົນທະນາລະດັບສູງ ເພື່ອນຳຜົນຂອງກອງປະຊຸມດັ່ງກ່າວ ມານຳສະເໜີໃນກອງປະຊຸມໂຕະມົນ ລະດັບສູງ ຄັ້ງທີ XIV ແລະ ນຳສະເໜີຮ່າງຖະແຫຼ່ງການວຽງຈັນ ສະບັບທີ III, ຄວາມຄືບໜ້າຂອງ 10 ໜ່ວຍງານ   ຂະແໜງການ ໃນການຈັດຕັ້ງປະຕິບັດຜົນຂອງກອງປະຊຸມໂຕະມົນ 2024 ທີ່ຜ່ານມາ ແລະ ການປະກອບສ່ວນຂອງໜ່ວຍງານຂະແໜງການ ຕໍ່ການຈັດຕັ້ງປະຕິບັດແຜນບູລິມະສິດຂອງຂະແໜງການ ກໍ່ຄືປະກອບສ່ວນໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ປະຈຳປີ 2025 ແລະ ແຜນປີ 2026, ການສ້າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030). 

        ພ້ອມດ່ຽວກັນນີ້ ທ່ານ ບັກໂຄເດັຍ ເບີຄະນ໋ອຟ ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ ໄດ້ໃຫ້ຄຳເຫັນວ່າ: ການຈັດສັນບູລິມະສິດເຂົ້າໃນ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແມ່ນມີຄວາມສຳຄັນ ໂດຍສະເພາະ ໃນທາມກາງບັນຍາກາດໂລກກໍາລັງປະເຊີນ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ການເມືອງ ແລະ ໄພພິບັດ ການລະດົມ ແລະ ນຳໃຊ້ແຫຼ່ງທຶນ ການຊ່ວຍເຫຼືອທາງການ ເພື່ອການພັດທະນາ ແມ່ນພົບກັບຄວາມຫຍູ້ງຍາກ ແລະ ເປັນສິ່ງທ້າທາຍ. ດັ່ງນັ້ນ, ພວກເຮົາຈະຕ້ອງຮ່ວມກັນສຸມແນວຄວາມຄິດ ເພື່ອແກ້ໄຂຂໍ້ຫຍຸ້ງຍາກດັ່ງກ່າວ ໃຫ້ບັນລຸໄດ້ຕາມຈຸດປະສົງເປົ້າໝາຍ. ໃນໂອກາດທີ່ ລັດຖະບານ ມີການປັບປຸງກົງຈັກການຈັດຕັ້ງໃໝ່ ຖືໄດ້ວ່າເປັນກາລະໂອກາດອັນດີ ທີ່ພວກເຮົາ (ອົງການ ສະຫະປະຊາຊາດ, ປະເທດເພື່ອນມິດ ແລະ ຄູ່ຮ່ວມພັດທະນາ) ຈະໄດ້ຮ່ວມກັນສ້າງກົນໄກການເຮັດວຽກທີ່ດີໃນອະນາຄົດ ໂດຍສະເພາະດ້ານນະໂຍບາຍ, ຂອດການປະສານງານ ແລະ ການວາງແຜນ ໃຫ້ສອດຄ່ອງ ແລະ ມີປະສິດທິຜົນຍິ່ງຂືຶ້ນ. 

        ໃນຕອນທ້າຍຂອງກອງປະຊຸມ ກໍ່ໄດ້ສົນທະນາແລກປ່ຽນ ແລະ ປະກອບຄຳເຫັນ ໂດຍສະເໜີແຜນປະຕິບັດງານ ເພື່ອຕອບຮັບແນວທາງການປ່ຽນແປງໃໝ່ຂອງ ລັດຖະບານ ໃນນັ້ນ, ໄດ້ກະກຽມຄວາມພ້ອມໃນດ້ານນະໂຍບາຍ, ການປັບປຸງກົນໄກການປະສານງານ, ຂອບໜ້າວຽກ ແລະ ນິຕິກຳອື່ນໆທີ່ກຽວຂ້ອງ ຂອງໜ່ວຍງານຂະແໜງການ ເພື່ອປຶກສາຫາລືກັບ ຄູ່ຮ່ວມພັດທະນາ ເພື່ອເສີມສ້າງການຈັດຕັ້ງປະຕິບັດວຽກງານ ໜ່ວຍງານຂະແໜງການ ໃຫ້ດີຂຶ້ນ ແລະ ມີປະສິດທິຜົນຫຼາຍກວ່າເກົ່າ ໂດຍສອດຄ່ອງກັບ ກົງຈັກການຈັດຕັ້ງຂອງ ລັດຖະບານ. 

© 2025 Copyright: ກະຊວງການເງິນ, ສປປ ລາວ