ໃນວັນທີ 06 ຕຸລາ 2025, ຄະນະບໍລິຫານງານພັກ ກະຊວງການເງິນ ໄດ້ເປີດກອງປະຊຸມ ປະກອບຄໍາເຫັນຕໍ່ ຮ່າງ ລາຍງານການເມືອງ, ແຜນພັດທະນາຂະແໜງການເງິນ, ບົດສໍາຫຼວດການນໍາພາລວມ ແລະ ທາບທາມບຸກຄະລາກອນເຂົ້າໃນໂຄງປະກອບ ຄະນະບໍລິຫານງານພັກ ກະຊວງການເງິນ ສະໄໝທີ IV (ຮອບທີ III ) ໂດຍການເປັນປະທານຂອງສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີ ສະຫາຍ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງການເງິນ, ສະຫາຍ ປອ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍຄະນະບໍລິຫານງານພັກ ກະຊວງ ແລະ ບັນດາສະຫາຍຜູ້ແທນກອງປະຊຸມ ເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ສັນຕິພາບ ພົມວິຫານ ໄດ້ລາຍງານຜົນ ການດໍາເນີນຊີວິດການເມືອງ ທ້າຍສະໄໝທີ III ຂອງຄະນະບໍລິຫານງານພັກ ກະຊວງການເງິນ. ອີງໃສ່ ສະພາບເສດຖະກິດ-ການເງິນ ມີສິ່ງທ້າທາຍຫຼາຍປະການ ທີ່ສົ່ງຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ການຈັດຕັ້ງປະຕິບັດວຽກງານຂອງອົງຄະນະພັກ ກໍຄືກະຊວງການເງິນ, ແຕ່ພາຍໃຕ້ການນໍາພາ-ຊີ້ນໍາໂດຍກົງຂອງສູນກາງພັກ ເຊິ່ງມີການປະກອບສ່ວນສໍາຄັນທາງສູນກາງ ແລະ ທ້ອງຖິ່ນ ລວມທັງປະເທດເພື່ອນມິດຍຸດທະສາດ ແລະ ອົງການຈັດຕັ້ງສາກົນ ໄດ້ເຮັດໃຫ້ການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຄະນະພັກ ກະຊວງການເງິນ ໄດ້ມີຜົນສໍາເລັດໃນຫຼາຍດ້ານ.
ໃນກອງປະຊຸມ ຍັງໄດ້ຜ່ານ ຮ່າງ ບົດລາຍງານການເມືອງ, ຮ່າງ ບົດສໍາຫຼວດການນໍາພາລວມ ແລະ ຮ່າງ ແຜນພັດທະນາຂະແໜງການເງິນ ພ້ອມທັງປະກອບຄໍາເຫັນຕໍ່ ຮ່າງ ເອກະສານດັ່ງກ່າວ ເພື່ອປະກອບໃສ່ ບັນດາ ຮ່າງ ເອກະສານດັ່ງກ່າວ ໃຫ້ສົມບູນຂຶ້ນກວ່າເກົ່າ ໂດຍກໍານົດທິດທາງລວມ, ຂາດໝາຍມະຫາພາກ ໃຫ້ມີຈຸດສຸມໃນແຕ່ລະດ້ານ, ມີຄວາມຊັດເຈນ, ພາວະວິໄສ ດັ່ງຄໍາຂວັນ “ຍົກສູງບົດບາດການນໍາພາຂອງພັກ, ຕັ້ງໜ້າເປັນເຈົ້າຕົນເອງ, ບຸກທະລຸ ຄຸ້ມຄອງການເງິນພາກລັດ ເປັນທັນສະໄໝ, ຍູ້ແຮງການພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມເຂັ້ມແຂງ, ສີຂຽວ ແລະ ຍືນຍົງ”.
ໂອກາດນີ້, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມຄັ້ງນີ້ວ່າ: ບັນດາສະຫາຍຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ເພື່ອໃຊ້ສິດ ປະຊາທິປະໄຕຂອງຕົນ ເພີ່ມທະວີຄວາມຮັບຜິດຊອບສູງ ໃນການຄັດເລືອກບຸກຄະລາກອນ ທີ່ມີຄວາມຮູ້, ຄວາມສາມາດ, ມີເງື່ອນໄຂຄົບຖ້ວນ ເຂົ້າໃນຄະນະບໍລິຫານງານພັກ ກະຊວງການເງິນ ສະໄໝທີ IV ເພື່ອນໍາພາ-ຊີ້ນໍາ ວຽກງານຂະແໜງການເງິນ ໃນຂອບເຂດທົ່ວປະເທດ ໃຫ້ມີໃບໜ້າໃໝ່, ພ້ອມກັນແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃຫ້ມີຄວາມຄ່ອງຕົວ ແລະ ເຂັ້ມແຂງຂຶ້ນເທື່ອລະກ້າວ. ພ້ອມກັນນັ້ນ, ສະຫາຍ ຍັງໄດ້ເນັ້ນໃຫ້ຄະນະພັກ, ຄະນະນໍາກະຊວງການເງິນ ສືບຕໍ່ປັບປຸງໂຄງປະກອບຂອງ 03 ເອກະສານດັ່ງກ່າວ ໃຫ້ຖືກຕ້ອງຕາມເອກະສານແນະນໍາຂອງຄະນະພັກຂັ້ນເທິງ; ເນື້ອໃນຕ້ອງສ່ອງແສງເຖິງຜົນງານອັນພົ້ນເດັ່ນ, ບັນດາຂໍ້ຄົງຄ້າງ ໃນໄລຍະໜຶ່ງສະໄໝຜ່ານມາ ຢ່າງພາວະວິໄສ ແລະ ຖືກຕ້ອງ ສອດຄ່ອງກັບສະພາບຄວາມເປັນຈິງ ເປັນຕົ້ນແມ່ນການປະຕິບັດວຽກງານວິຊາສະເພາະ; ໃນນັ້ນ, ໃຫ້ບູລິມະສິດໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ. ສໍາລັບທິດທາງແຜນການ ແລະ ວຽກຈຸດສຸມໃນຕໍ່ໜ້າ ຕ້ອງກໍານົດຈະແຈ້ງບັນດາໜ້າວຽກ ເປັນຕົ້ນແມ່ນການຊຸກຍູ້ວຽກງານຂະແໜງການເງິນຫັນເປັນທັນສະໄໝ.
ໃນຕອນທ້າຍຂອງກອງປະຊຸມ ໄດ້ມີການປ່ອນບັດທາບທາມ ຄະນະບໍລິຫານງານພັກກະຊວງ ຮອບທີ III ແລະ ທາບທາມ ຄະນະປະຈໍາພັກ, ເລຂາ, ຮອງເລຂາ, ປະທານ ແລະ ຮອງປະທານ ຄະນະກວດກາພັກ ກະຊວງ ຮອບທີ II ໂດຍອີງຕາມມາດຖານ ເງື່ອນໄຂທີ່ໄດ້ວາງອອກ.