• ຫ້ອງການ
  • |
  • 2025-10-03
  • |
  • ວຽກວິຊາສະເພາະ

        ໃນວັນທີ 03 ຕຸລາ 2025 ຫ້ອງການ ກະຊວງການເງິນ ປິດຝຶກອົບຮົມວຽກງານການສ້າງແຜນງົບປະມານ, ຂັ້ນຕອນການປະກອບເອກະສານວຽກງານຄັງເງິນແຫ່ງລັດ, ວຽກງານປະເມີນຜົນ ແລະ ຈັດຊື້ຈັດຈ້າງ ໃຫ້ແກ່ພະນັກງານຂະແໜງການເງິນ ໂດຍການເປັນປະທານຂອງ ທ່ານ ພົງສະຫວັນ ລາດທິຈັກ ຮອງຫົວໜ້າຫ້ອງການ, ກະຊວງການເງິນ ມີ ຄະນະພະແນກ, ວິຊາການຈາກບັນດາກົມ ພ້ອມດ້ວຍ ນັກວິທະຍາກອນ ແລະ ນັກສຳມະນາກອນ ທີ່ຕາງໜ້າຈາກບັນດາກົມ ເຂົ້າຮ່ວມ.

         ຊຸດຝຶກອົບຮົມຄັ້ງນີ້ ດໍາເນີນເປັນເວລາ 02 ວັນ ດ້ວຍຄວາມຮັບຜິດຊອບສູງຂອງບັນດານັກວິທະຍາກອນ ແລະ ນັກສຳມະນາກອນ ຈາກບັນດາກົມ ທີ່ໄດ້ເຂົ້າຮ່ວມ, ໄດ້ຕັ້ງໜ້າປະຕິບັດຕາມວາລະທີ່ວາງໄວ້ ເອົາໃຈໃສ່ຕິດຕາມ, ຮັບຟັງ, ປະກອບສ່ວນ ແລກປ່ຽນຄໍາຄິດຄໍາເຫັນຢ່າງຕັ້ງໜ້າ, ຈິງໃຈ ແລະ ສ້າງສັນ ເຮັດໃຫ້ຊຸດຝຶກອົບຮົມ ບັນລຸຕາມລະດັບ ຄາດໝາຍທີ່ວາງໄວ້ ແລະ ໄດ້ຮັບຜົນສໍາເລັດ. 

        ໃນການດໍາເນີນຊຸດຝຶກອົບຮົມ ແມ່ນໄດ້ຮັບຟັງການນໍາສະເໜີກ່ຽວກັບ ວຽກງານການສ້າງແຜນງົບປະມານ, ຂັ້ນຕອນການປະກອບເອກະສານວຽກງານຄັງເງິນແຫ່ງລັດ, ວຽກງານປະເມີນຜົນ ແລະ ຈັດຊື້-ຈັດຈ້າງ, ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບພາລະບົດບາດ ແລະ ຄວາມຮັບຜິດຊອບກ່ຽວກັບຂອບການຈັດຕັ້ງປະຕິບັດວຽກງານ ຫຼາຍຂື້ນ. ພ້ອມທັງ ໄດ້ມີການເຜີຍແຜ່ ແລະ ແນະນໍາລະບຽບການ ດັ່ງກ່າວ, ຊຶ່ງຈະເປັນການຍົກສູງຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ກັບເນື້ອໃນອັນສໍາຄັນເພື່ອເປັນຂໍ້ມູນໃນການສືບຕໍ່ຈັດ ຕັ້ງປະຕິບັດວຽກງານຂອງຕົນ ໂດຍສະເພາະ ໃນການປະກອບເອກະສານ, ຂັ້ນຕອນຕ່າງໆ, ໃຫ້ແທດເໝາະ ກັບສະພາບຄວາມເປັນຈິງໃນແຕ່ລະໄລຍະ ເພື່ອຫາວິທີທາງແກ້ໄຂໃນຕໍ່ໜ້າຈາກຜູ້ບັນຍາຍທີ່ມີປະສົບ ປະການ ແລະ ບົດຮຽນໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ພ້ອມທັງເປັນເວທີໃນການສົນທະນາ ແລະ ແລກປ່ຽນບົດຮຽນຮ່ວມກັນ.

        ໂອກາດນີ້ ທ່ານ ພົງສະຫວັນ ລາດທິຈັກ ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດຂອງຊຸດຝຶກອົບຮົມຄັ້ງນີ້, ຊົມເຊີຍ ຜູ້ບັນຍາຍ ແລະ ນັກສຳມະນາກອນ ທີ່ເອົາໃຈໃສ່ໃນການຕິດຕາມ ແຕ່ຕົ້ນຕະຫຼອດປາຍ ແລະ ມີສ່ວນຮ່ວມໃນການປະກອບຄໍາຄິດ ຄໍາເຫັນຢ່າງກົງໄປກົງມາ ແລະ ສ້າງສັນ ພ້ອມດ້ວຍຄະນະຮັບຜິດຊອບ ທີ່ໄດ້ຫ້າງຫາກະກຽມ ດ້ວຍຄວາມຮັບຜິດຊອບສູງ ແລະ ເຮັດໃຫ້ ຊຸດຝຶກອົບຮົມໄດ້ດໍາເນີນໄປດ້ວຍຜົນສໍາເລັດຢ່າງສະຫງ່າງາມ.

© 2025 Copyright: ກະຊວງການເງິນ, ສປປ ລາວ