ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ ຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບຂອງ ທ່ານ Jean Gabriel Duss), ຫົວໜ້າຫ້ອງການຮ່ວມມື ເພື່ອການພັດທະນາ ສະວິດເຊີແລນ ປະຈຳພາກພື້ນແມ່ນ້ຳຂອງ (SDC) ພ້ອມດ້ວຍຄະນະ, ການພົບກັນຄັ້ງນີ້ ເປັນການພົບປະທາງການຄັ້ງທຳອິດ ເພື່ອປຶກສາຫາລືກ່ຽວກັບວຽກງານການຮ່ວມມືສອງຝ່າຍ ພາຍໃຕ້ແຜນຍຸດທະສາດແຜນງານ/ໂຄງການຮ່ວມມືສະວິດເຊີແລນໃນເຂດພາກພື້ນແມ່ນ້ຳຂອງ. ໃນໂອກາດດັ່ງກ່າວ, ທ່ານ Jean Gabriel Duss, ຫົວໜ້າຫ້ອງການຮ່ວມມື ເພື່ອການພັດທະນາ ສະວິດເຊີແລນ ປະຈຳພາກພື້ນແມ່ນ້ຳຂອງ ໄດ້ຕີລາຄາສູງຕໍ່ການຮ່ວມມືອັນດີງາມທີ່ມີມາຍາວນານ ຂອງສອງປະເທດ ລາວ-ສະວິດເຊີແລນ ໃນໄລຍະຜ່ານມາ ພ້ອມທັງຖືໂອກາດດັ່ງກ່າວລາຍງານ ກ່ຽວກັບ ບັນດາໂຄງການ/ແຜນງານ ພາຍໃຕ້ແຜນຍຸດທະສາດການຮ່ວມມືສະວິດເຊີແລນ ໃນເຂດພາກພື້ນແມ່ນ້ຳຂອງ ແລະ ໂຄງການອື່ນໆ ຈຳນວນໜຶ່ງ ທີ່ໃຫ້ການສະໜັບສະ ໜູນ ດ້ານທຶນຮອນ ແລະ ວິຊາການ ທີ່ກໍາລັງຈັດຕັ້ງປະຕິບັດໃນຂະແໜງບູລິມະສິດ ເຊັ່ນ: ການຄຸ້ມຄອງຄວາມປອດໄພຂອງເຂື່ອນ, ການສຳຫຼວດພົນລະເມືອງ, ວຽກງານຄຸ້ມຄອງວາງແຜນຈັດສັນ ແລະ ອອກໃບຕາດິນ ໃຫ້ປະຊາຊົນໃນ 3 ປະເພດປ່າ, ການລົງທຶນດ້ານກະສິກຳແບບມີຄວາມຮັບຜິດຊອບ ແລະ ການປະກອບສ່ວນເຂົ້າໃນວຽກງານກອງທຶນຫຼຸດຜ່ອນຄວາມທຸກຍາກ ເປັນຕົ້ນ, ຊື່ງເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. ທ່ານ ລັດຖະມົນຕີ ກະຊວງການເງິນ ໄດ້ສະແດງຄວາມຂອບໃຈຕໍ່ ລັດຖະບານ ແລະ ປະຊາຊົນສະວິດເຊີແລນ ຕໍ່ການສະໜັບສະໜູນດັ່ງກ່າວ ພ້ອມທັງຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມື ລາວ-ສະວິດເຊີແລນ ໃນໄລຍະຜ່ານມາ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນພັດທະນາສາດຖະກິດ-ສັງຄົມແຫ່ງຊາດ. ນອກຈາກນີ້, ຍັງໄດ້ສະເໜີໃຫ້ທັງສອງຝ່າຍສືບຕໍ່ຮັກສາກົນໄກເພື່ອທົບທວນການຮ່ວມມື, ການປະສານງານ ແລະ ການຄຸ້ມຄອງຕິດຕາມບັນດາໂຄງການ/ແຜນງານທີ່ກຳລັງຈັດຕັ້ງປະຕິບັດ ໃຫ້ມີປະສິດທິຜົນ. ໃນຕອນທ້າຍ, ທ່ານ ລັດຖະມົນຕີ ກະຊວງການເງິນ ໄດ້ສະແດງຄວາມຂອບໃຈຕໍ່ ລັດຖະບານ ສະວິດເຊີແລນສຳລັບການຊ່ວຍເຫຼືອ ແລະ ສືບຕໍ່ສະໜັບສະໜູນ ໃຫ້ແກ່ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໂດຍຜ່ານອົງການ SDC ແລະ ພ້ອມທີ່ຈະໃຫ້ການຮ່ວມມືສະໜັບສະໜູນວຽກງານການຮ່ວມມື ຂອງ ສອງປະເທດ ໃຫ້ເຕີບໃຫຍ່ຍິ່ງຂຶ້ນ.
