• ສະຖາບັນການເງິນ – ການບັນຊີ
  • |
  • 2025-10-03
  • |
  • ວຽກວິຊາສະເພາະ

      ໃນວັນທີ 03 ຕຸລາ 2025 ສະຖາບັນເສດຖະກິດ-ການເງິນ ກະຊວງການເງິນ ໄດ້ຈັດພິທີປິດຊຸດຝຶກອົບຮົມ “ວຽກງານບັນຊີອົງການຈັດຕັ້ງລັດໃຫ້ແກ່ພະນັກງານ-ລັດຖະກອນຂະແໜງການເງິນ ຂັ້ນເມືອງ 05 ແຂວງ ພາກກາງ” ໂດຍການເປັນປະທານ ແລະ ມອບໃບຢັ້ງຢືນ ຂອງທ່ານ ຟອງສີສຸພັນ ພົມມະວົງ ຫົວໜ້າສະຖາບັນເສດຖະກິດ-ການເງິນ, ມີວິທະຍາກອນ ພ້ອມດ້ວຍນັກສໍາມະນາກອນ ແລະ ແຂກທີ່ໄດ້ຮັບເຊີນ ເຂົ້າຮ່ວມ.

       ໃນພິທີ, ທ່ານ ຟອງສີສຸພັນ ພົມມະວົງ ໄດ້ສະ​ແດງ​ຄວາມ​ຊົມ​ເຊີຍ ​ມາຍັງຄະນະຮັບຜິດຊອບຊຸດຝຶກອົບຮົມ ໂດຍສະເພາະແມ່ນກົມຈັດຕັ້ງ, ກົມຄຸ້ມຄອງການບັນຊີ, ບໍລິສັດ APIS, ສະຖາບັນເສດຖະກິດ-ການເງິນ ແລະ ທຸກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ຈັດຕັ້ງປະຕິບັດແຜນການຝຶກອົບຮົມໃຫ້ສໍາເລັດຕາມກໍານົດໝາຍ. ເຊິ່ງການຈັດຝຶກອົບຮົມຄັ້ງນີ້ ເປັນການຈັດຕັ້ງຜັນຂະຫຍາຍແຜນພັດທະນາຊັບພະຍາກອນມະນຸດຂອງກະຊວງການເງິນກໍຄືການຍົກລະດັບພັດທະນາພະນັກງານ–ລັດຖະກອນ ໃນທົ່ວຂະແໜງການເງິນ ຕໍ່ກັບວຽກງານບັນຊີອົງການຈັດຕັ້ງລັດ ເປັນຕົ້ນການເຊື່ອມຊຶມບັນດາກົດໝາຍ, ຄໍາແນະນໍາ, ພ້ອມທັງໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ໃນຂັ້ນຕອນເຕັກນິກຂະບວນການລົງບັນຊີ ໃຫ້ປະຕິບັດໄດ້ຢ່າງຖຶກຕ້ອງຖຶກວິທີແລະ ມີຄວາມສອດຄ່ອງ ຕາມລະບຽບຫຼັກການຂອງວຽກງານບັນຊີອົງການຈັດຕັ້ງລັດ.

       ທ່ານ ຫົວໜ້າສະຖາບັນ ຍັງໄດ້ເນັ້ນໃຫ້ນັກສໍາມະນາກອນ ສືບຕໍ່ຮັດແໜ້ນຄວາມສາມັກຄີ ແລະ ແລກປ່ຽນບົດຮຽນ-ປະສົບການ ເພື່ອພັດທະນາວຽກງານຂອງຂະແໜງການການເງິນ ໃຫ້ນັບມື້ມີຄວາມເຂັ້ມແຂງ, ໜັກແໜ້ນ ເຊິ່ງຈະເປັນການປະກອບສ່ວນອັນສຳຄັນເຂົ້າໃນການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການຄຸ້ມຄອງການເງິນຂອງລັດ ທັງເປັນການອັດຊ່ອງວ່າງການຮົ່ວໄຫຼໃຫ້ແກ່ລັດຖະບານ ກໍຄືຂອງປະເທດຊາດຢ່າງມີສິດທິຜົນ ແລະ ຫວັງຢ່າງຍິງວ່ານັກສໍາມະນາກອນ ຈະນໍາເອົາບົດຮຽນໄປຜັນຂະຫຍາຍເຂົ້າໃນວຽກງານວິຊາສະເພາະຕົວຈິງ ໃນການປະຕິບັດໜ້າທີ່ການເມືອງໃນໄລຍະໃໝ່ໃຫ້ມີຜົນສໍາເລັດແລະ ໄດ້ຮັບຜົນປະໂຫຍດສຸງສຸດ.

       ຊຸດຝຶກອົບຮົມຄັ້ງນີ້ ໄດ້ດໍາເນີນມາເປັນເວລາ 10 ວັນລັດຖະການ (ແຕ່ວັນທີ 22 ກັນຍາ - 03 ຕຸລາ 2025) ເຊິ່ງມີນັກສໍາມະນາກອນ ຈາກບັນດາເມືອງຂອງນະຄອນຫຼວງວຽງຈັນ; ແຂວງວຽງຈັນ;ບໍລິຄໍາໄຊ; ຄໍາມ່ວນ ແລະ ແຂວງໄຊສົມບູນ ເຂົ້າຮ່ວມ.

© 2025 Copyright: ກະຊວງການເງິນ, ສປປ ລາວ