• ຫ້ອງການ
  • |
  • 2025-10-02
  • |
  • ວຽກວິຊາສະເພາະ

          ໃນວັນທີ 02 ຕຸລາ 2025 ຫ້ອງການ ກະຊວງການເງິນ ເປີດຝຶກອົບຮົມວຽກງານການສ້າງແຜນງົບປະມານ, ຂັ້ນຕອນການປະກອບເອກະສານວຽກງານຄັງເງິນແຫ່ງລັດ, ວຽກງານປະເມີນຜົນ ແລະ ຈັດຊື້ຈັດຈ້າງ ໃຫ້ແກ່ພະນັກງານຂະແໜງການເງິນ ໂດຍການເປັນປະທານຂອງ ທ່ານ ສົມຈິດ ຄໍາມຸງຄຸນ ຫົວໜ້າຫ້ອງການ, ກະຊວງການເງິນ ມີ ຄະນະພະແນກ, ວິຊາການຈາກບັນດາກົມ ພ້ອມດ້ວຍ ນັກວິທະຍາກອນ ແລະ ນັກສຳມະນາກອນ ທີ່ຕາງໜ້າຈາກບັນດາກົມ ເຂົ້າຮ່ວມ.

ການຝຶກອົບຮົມໃນຄັ້ງນີ້ ເພື່ອຮັບປະກັນການສ້າງພື້ນຖານການເງິນແຫ່ງລັດ ໃຫ້ເຂັ້ມແຂງ, ຍືນຍົງ ແລະ ຮັກສາສະຖຽນລະພາບທາງດ້ານເສດຖະກິດມະຫາພາກປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ ວິໄສທັດ, ຍຸດທະສາດພັດທະນາການເງິນແຫ່ງລັດ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ; ຫຼຸດຜ່ອນບາງບັນຫາ ການສະເໜີຂໍງົບປະມານທີ່ສູງເກີນຄວາມສາມາດສະໜອງໄດ້ ໂດຍບໍ່ມີຕົວຊີ້ວັດ, ແຜນວຽກ, ແຜນງານ; ຍົກສູງຄວາມຮັບຜິດຊອບຂອງຫົວໜ່ວຍງົບປະມານແຫ່ງລັດທຸກຂັ້ນ ໃນການຈັດສັນແຜນງົບປະມານ ທີ່ ຕົນໄດ້ຮັບ ເຂົ້າໃນວຽກງານບູລິມະສິດຂອງຂະແໜງການຕົນໃຫ້ຖືກຕ້ອງ, ຊັດເຈນ ສອດຄ່ອງກັບ ຫຼັກການປະຢັດ ແລະ ຕ້ານການຟູມເຟືອຍ, ການສະເໜີແຜນງົບປະມານແຫ່ງລັດ ປະຈຳປີ ຕໍ່ລັດຖະບານ ແລະ ສະພາແຫ່ງຊາດ ເປັນແຜນລະອຽດທັນເວລາ.

ໂອກາດນີ້ ທ່ານ ສົມຈິດ ຄຳມຸງຄຸນ ມີຄຳເຫັນໂອ້ລົມວ່າ ການຝຶກອົບຮົມໃນມື້ນີ້ເປັນຂະບວນການໜຶ່ງໃນ ກິດຈະກໍາຕ່າງໆປິ່ນອ້ອມ ໂດຍສະເພາະການຝຶກອົບຮົມວຽກວິຊາສະເພາະຄັ້ງນີ້ເພື່ອເປິດຂະບວນການ ຂໍານັບຮັບຕ້ອນ 2  ວັນສຳຄັນຂອງຂະແໜງການເງິນ ແລະ 3 ວັນປະຫວັດສາດຂອງພັກຂອງຊາດ ການຝຶກອົບຮົມຄັ້ງນີ້ປະກອບມີ 3 ຫົວຂໍ້ສຳຄັນ ເປັນຕົ້ນແມ່ນ ວຽກງານທີ່ຕິດພັນກັບການສ້າງແຜນງົບປະມານແຫ່ງລັດ, ການປະກອບເອກະສານທີຕິດພັນກັບວຽກງານເບີກຖອນ-ເບີກຈ່າຍຄັງເງິນແຫ່ງຊາດ ແລະ ການຈັດຊື້ຈັດຈ້າງ. ພ້ອມນີ້ ທ່ານ ຍັງຮຽກຮ້ອງໃຫ້ນັກວິທະຍາກອນລົງເລິກຕື່ມເປັນຕົ້ນແມ່ນ ດ້ານນິຕິກໍາທີ່ພົວພັນກັນ, ນິຕິກຳທີ່ຄຸ້ມຄອງການຈັດຕັ້ງປະຕິບັດແຕ່ລະໜ້າວຽກຂອງ ງົບປະມານ, ວຽກຄັງເງິນ, ວຽກກວດກາກວດຈ່າຍ, ການປະກອບເອກະສານມີແນວໃດທີ່ຕິດພັນ ແລະ ວຽກງານຈັດຊື້ຈັດຈ້າງ ຂໍ້ຄົງຄ້າງທີ່ເຮັດໃຫ້ບໍ່ເຂົ້າໃຈຈະແກ້ໄຂຢູ່ສ່ວນໃດ, ຂອດຂັ້ນການສ້າງແຜນ ແລະ ການຈັດເບີກຈ່າຍ ການຈັດຊື້ຈັດຈ້າງໃຫ້ສອດຄອງກັບວຽກງານທັນສະໄໝ.

 

 

© 2025 Copyright: ກະຊວງການເງິນ, ສປປ ລາວ