• ຂ່າວທ້ອງຖິ່ນ
  • |
  • 2025-09-30
  • |
  • ວຽກວິຊາສະເພາະ

        ໃນວັນທີ 30 ກັນຍາ 2025 ຄະນະຊີ້ນໍາການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ຂອງແຂວງອັດຕະປື,ໄດ້ຈັດຝຶກອົບຮົມ ໃຫ້ຄູຝຶກຂັ້ນເມືອງ ໂດຍການເປັນປະທານຂອງ ທ່ານ ສຸລິວົງ ອະໄພວົງ ຫົວໜ້າພະແນກການເງິນແຂວງ, ຮອງຄະນະຊີ້ນຳການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໃສທົ່ວປະເທດ ຄັ້ງທີ V ປີ 2025 ຂັ້ນແຂວງ, ມີຄະນະຊີ້ນໍາຂັ້ນແຂວງ, ຫົວໜ້າຫ້ອງການ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຂັ້ນເມືອງ, ວິຊາການຈາກສູນສະຖິຕິແຫ່ງຊາດ, ພ້ອມດ້ວຍນັກສຳມະນາກອນ ທີ່ມາຈາກ 5 ເມືອງ ເຂົ້າຮ່ວມ.

        ໂອກາດນີ້, ທ່ານ ສຸລິວົງ ອະໄພວົງ ຫົວໜ້າພະແນກການເງິນແຂວງ ໄດ້ກ່າວມີຄໍາເຫັນວ່າ: ຊຸດອົບຮົມຄູຝຶກຂັ້ນເມືອງ ຂອງການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ໃນຄັ້ງນີ້, ເພື່ອໃຫ້ຄູຝຶກຂັ້ນເມືອງ ໃຫ້ມີຄວາມເຂົ້າໃຈ ກ່ຽວກັບກອບແນວຄວາມຄິດ ແລະ ວິທີການ ຈົດກ່າຍແບບສອບຖາມ ມີຄວາມຖືກຕ້ອງ ເປັນເອກະພາບຢ່າງເລິກເຊິ່ງ ຮັບປະກັນໃຫ້ສາມາດສືບຕໍ່ຈັດຝຶກອົບຮົມໃຫ້ຄູຝຶກຂັ້ນຖັດໄປ ແລະ ເພື່ອເປັນການເສີມສ້າງຄວາມຮູ້, ຄວາມເຂົ້າໃຈ ກ່ຽວກັບໜ້າທີ່ຮັບຜິດຊອບຂອງຄູຝືກ, ນັກກວດກາ ແລະ ນັກເດີນສຳຫຼວດ ລວມທັງວິທີການ, ຂັ້ນຕອນໃນການເກັບກຳຂໍ້ມູນພາກສະໜາມ ແລະ ເອກະພາບກ່ຽວແຜນການຝຶກອົບຮົມສຳລັບຄູຝຶກຂັ້ນເມືອງ, ຈຳນວນເຂດສຳຫຼວດ, ນັກເດີນສຳຫຼວດ, ນັກກວດກາ ທີ່ຮັບຜິດຊອບຈັດຕັ້ງປະຕິບັດການເກັບກຳຂໍ້ມູນພາກສະໜາມ ແລະ ເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດ ວຽກງານຮ່ວມກັນໃນຕໍ່ໜ້າໃຫ້ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍ ຮັບປະກັນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ.

        ການຝຶກອົບຮົມໃນຄັ້ງນີ້, ແມ່ນຈະໄດ້ຈັດຕັ້ງປະຕິບັດ ເປັນເວລາ 10 ວັນ ນັບແຕ່ວັນທີ 30 ກັນຍາ ຫາ  11 ຕຸລາ 2025.

© 2025 Copyright: ກະຊວງການເງິນ, ສປປ ລາວ