ກະຊວງການເງິນ ຮ່ວມກັບອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ ໄດ້ຈັດກອງປະຊຸມລະດັບຊາດ ວ່າດ້ວຍປະຊາກອນ ແລະ ການພັດທະນາຄັ້ງທີ II ພາຍໃຕ້ຫົວຂໍ້: “ສົ່ງເສີມການນຳໃຊ້ປະໂຫຍດທາງດ້ານປະຊາກອນ ໂດຍສຸມໃສ່ວຽກງານການສຶກສາ, ການສ້າງວຽກເຮັດງານທໍາ, ການສ້າງຄວາມເຂັ້ມແຂງ ແລະ ການມີສ່ວນຮ່ວມ” ເຊິ່ງກອງປະຊຸມ ໄດ້ຈັດຂຶ້ນວັນທີ 1 ຕຸລາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ ພ້ອມດ້ວຍບັນດາຜູ້ຕາງໜ້າຈາກຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ, ຜູ້ຕາງໜ້າຈາກ ຣາຊະອານາຈັກກໍາປູເຈຍ, ອົງການສະຫະປະຊາຊາດ, ບັນດາທູຕານຸທູດ, ຄູ່ຮ່ວມພັດທະນາ, ຜູ້ຕາງໜ້າພາກເອກະຊົນ ແລະ ຜູ້ຕາງໜ້າອົງການຈັດຕັ້ງທາງສັງຄົມ ເຂົ້າຮ່ວມ.
ກອງປະຊຸມ ໄດ້ທົບທວນການຈັດຕັ້ງປະຕິບັດ ກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ(ICPD), ນະໂຍບາຍແຫ່ງຊາດດ້ານປະຊາກອນ ແລະ ການພັດທະນາປີ 2019-2030 ແລະ ຜົນຂອງກອງປະຊຸມລະດັບຊາດ ວ່າດ້ວຍປະຊາກອນ ແລະ ການພັດທະນາ ຄັ້ງທີ I ໃນປີ 2023 ເພື່ອສຸມໃສ່ການຈັດຕັ້ງປະຕິບັດທ້າຍສະໄໝຂອງ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX(2021-2025), ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ແລະ ແຜນດໍາເນີນງານການພັດທະນາປະຊາກອນ ສໍາລັບ ສປປ ລາວ (2025-2030).
ໃນກອງປະຊຸມ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຍົກໃຫ້ເຫັນວ່າ: ປະຊາກອນຂອງ ສປປ ລາວ ເກືອບເຄິ່ງໜຶ່ງ ມີອາຍຸຕໍ່າກວ່າ 25 ປີ ເຊິ່ງຖືວ່າເປັນທ່າແຮງທີ່ສໍາຄັນໃນການປ່ຽນແປງໂຄງສ້າງດ້ານອາຍຸຂອງປະຊາກອນ ທີ່ມີປະຊາກອນໜຸ່ມເຮັດວຽກໃຫ້ພວກເຮົາ. ສະນັ້ນ, ຖ້າຢາກໄດ້ຮັບຜົນປະໂຫຍດດ້ານປະຊາກອນ ພວກເຮົາຕ້ອງສືບຕໍ່ລົງທຶນໃນການພັດທະນາຊັບພະຍາກອນມະນຸດ ໃນໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ຢ່າງມີຈຸດສຸມ, ລວມທັງຂະຫຍາຍການເຂົ້າເຖິງການສຶກສາທີ່ມີຄຸນນະພາບ, ມີການຈ້າງງານທີ່ເໝາະສົມ, ສ້າງໂອກາດ ແລະ ເງື່ອນໄຂທີ່ດີໃນການສ້າງຄວາມເຂັ້ມແຂງໃຫ້ເຂົາເຈົ້າ ເພື່ອໃຫ້ສາມາດປະກອບສ່ວນຍູ້ແຮງການເຕີບໂຕເສດຖະກິດ ແລະ ການພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວ ແລະ ຍືນຍົງ.
ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ເນັ້ນໜັກວ່າ: ໄວໜຸ່ມ ແມ່ນມີຄວາມສໍາຄັນ ແລະ ເປັນໃຈກາງໃນການພັດທະນາປະເທດຊາດ, ພວກເຮົາຕ້ອງໄດ້ສ້າງຄວາມເຂັ້ມແຂງໃຫ້ເຂົາເຈົ້າ ໂດຍຜ່ານການສຶກສາທີ່ມີຄຸນນະພາບ, ວຽກເຮັດງານທໍາທີ່ດີ ແລະ ມີນະໂຍບາຍທີ່ຊ່ວຍສະໜັບສະໜຸນເຂົາເຈົ້າ ເພື່ອໃຫ້ສາມາດປະກອບສ່ວນຢ່າງເຕັມສ່ວນ ໃນການສ້າງສາພັດທະນາປະເທດຊາດ. ນອກນັ້ນ, ພາກເອກະຊົນ ແລະ ບັນດາຄູ່ຮ່ວມພັດທະນາ ກໍມີສ່ວນສໍາຄັນໃນການສະໜັບສະໜຸນວຽກງານນີ້ໃຫ້ໄດ້ຮັບຜົນສໍາເລັດ.
ທ່ານ ບາໂຄເດຍ ເບີຄະນ໋ອບ (Bakhodir Burkhanov) ຜູ້ປະສານງານຂອງ ອົງການສະຫະປະຊາຊາດ ປະຈຳ ສປປ ລາວ ກ່າວວ່າ: “ກອງປະຊຸມລະດັບຊາດວ່າດ້ວຍປະຊາກອນ ແລະ ການພັດທະນາ ຄັ້ງທີ II ເປັນເວທີອັນສໍາຄັນເພື່ອຢັ້ງຢືນພາລະກິດລວມຂອງພວກເຮົາ. ທີມງານອົງການສະຫະປະຊາຊາດ ແລະ ບັນດາຄູ່ຮ່ວມພັດທະນາພ້ອມທີ່ຈະສະໜັບສະໜູນລັດຖະບານ ໃນການຈັດຕັ້ງປະຕິບັດແຜນງານປັນຜົນທາງດ້ານປະຊາກອນ ສໍາລັບ ສປປ ລາວ (2025-2030). ພວກເຮົາສາມາດເຮັດໃຫ້ກາລະໂອກາດນີ້ ກ້າວໄປສູ່ການເຕີບໂຕ ແລະ ຄວາມຈະເລີນຮຸ່ງເຮືອງສໍາລັບທຸກຄົນ ດ້ວຍການປະສານສົມທົບ ແລະ ເຮັດວຽກຮ່ວມກັນຢ່າງໃກ້ຊິດ". ພ້ອມກັນນັ້ນ, ບັນດາເອກອັກຄະລັດຖະທູດ, ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ ໄດ້ຢືນຢັນຄືນຄໍາໝັ້ນສັນຍາໃນການສະໜັບສະໜູນ ສປປ ລາວ ເພື່ອຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການສ້າງຂີດຄວາມສາມາດໃຫ້ໄວໜຸ່ມ, ສົ່ງເສີມສຸຂະພາບທາງເພດ, ສິດທິທາງດ້ານສຸຂະພາບຈະເລີນພັນ, ການວາງແຜນຄອບຄົວ, ຕ້ານການໃຊ້ຄວາມຮຸນແຮງທາງເພດ ແລະ ຂໍ້ມູນສໍາລັບການພັດທະນາ.
ກອງປະຊຸມລະດັບຊາດວ່າດ້ວຍປະຊາກອນ ແລະ ການພັດທະນາ ຄັ້ງທີ II ນີ້ ໄດ້ປຶກສາຫາລື ແລະ ເປັນເອກະພາບ ໃນການເສີມຂະຫຍາຍ ແລະ ຈັດຕັ້ງປະຕິບັດ 9 ຂົງເຂດບູລິມະສິດ ແລະ 25 ວຽກງານຈຸດສຸມ ທີ່ພາກລັດຖະບານ, ທຸກພາກສ່ວນຂອງສັງຄົມ ລວມທັງບັນດາຄູ່ຮ່ວມພັດທະນາ ຕ້ອງໄດ້ຮ່ວມມືກັນໃນການຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ ເພື່ອຮັບປະກັນໃຫ້ຊັບພະຍາກອນມະນຸດ ໂດຍສະເພາະ ໄວໜຸ່ມເປັນກໍາລັງແຮງໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ໃນອະນາຄົດ.ເນື້ອໃນສຳຄັນດັ່ງກ່າວ ຈະໄດ້ຜັນຂະຫຍາຍເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030).