ກອງປະຊຸມ ວິທະຍາສາດ “ການພັດທະນາເສັ້ນທາງລົດໄຟລາວ-ຈີນ ແບບມີສ່ວນຮ່ວມຂອງພາກລັດ”
ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກຂອງກະຊວງການເງິນສະໄຫມທີ IV, ທັງເປັນການສ້າງເວທີໜື່ງໃນການເຜີຍແຜ່ຂໍ້ມູນ ໝາກຜົນຂອງການພັດທະນາເສັ້ນທາງລົດໄຟລາວ-ຈີນ, ເປັນການແລກປ່ຽນຕົວຈິງ ໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ, ນັບຕັ້ງແຕ່ເລີ່ມຕົ້ນເປີດນໍາໃຊ້ ເຖິງປັດຈຸບັນ, ກໍຄືໄລຍະການກໍ່ສ້າງ, ຄຸ້ມຄອງ, ນໍາໃຊ້ ແລະ ດໍາເນີນກິດຈະການ ພ້ອມທັງເປັນການເພີ່ມທະວີ ການປະສານສົມທົບ ແລກປ່ຽນບົດຮຽນ ແລະ ວຽກງານເຊິ່ງກັນ ແລະ ກັນໃຫ້ດີຂຶ້ນເປັນກ້າວໆ.
ໃນວັນທີ 30 ກັນຍາ 2025 ຄະນະກໍາມະການຮ່ວມມືລາວ-ຈີນ(ຄລຈ),ກົມຄຸ້ມຄອງວິສາຫະກິດການເງິນ ພ້ອມທັງ ບໍລິສັດທາງລົດໄຟລາວ-ຈີນ (ລຟຈ)ໄດ້ຮ່ວມກັນຈັດກອງປະຊຸມວິທະຍາສາດໃນຫົວຂໍ້: ການພັດທະນາເສັ້ນທາງລົດໄຟລາວ-ຈີນ ແບບມີສ່ວນຮ່ວມຂອງພາກລັດ, ໂດຍການເຂົ້າຮ່ວມ ຂອງ ທ່ານ ນາງ ແສງເດືອນ ໄຊຍະສອນ ຮອງປະທານຜູ້ປະຈໍາການ, ທັງເປັນຫົວໜ້າຫ້ອງການຄະນະກຳມະການຮ່ວມມືລາວ-ຈີນ; ທ່ານ ໄພທູນ ທ່ຽງລະໄມ ກົມຄຸ້ມຄອງວິສາຫະກິດການເງິນ , ທ່ານ ດາວຈິນດາ ສີຫາລາດ ຮອງຜູ້ອໍານວຍການລັດວິສາຫາກິດທາງລົດໄຟລາວ-ຈີນ. ມີບັນທ່ານຮອງຫົວໜ້າກົມ, ຮອງຫົວໜ້າຫ້ອງການ ພະແນກການກ່ຽວຂ້ອງທັງ 3 ພາກສ່ວນເຂົ້າຮ່ວມ.
ທ່ານ ໄພທູນ ທ່ຽງລະໄມ ໄດ້ມີທັດສະນະ ກ່ຽວກັບວຽກງານການຄຸ້ມຄອງການລົງທຶນ ວຽກງານ ລຟຈ ໄລຍະຜ່ານມາຂອງສອງພັກສອງລັດ ສປປ ລາວ ແລະ ສປ ຈີນ ໂດຍສະເພາະບໍລີສັດ ທາງລົດໄຟລາວ-ຈີນ ຈໍາກັດ ຊຶ່ງເປັນໂຄງການບຸລິມະສິດທີ່ສອງປະເທດຮ່ວມມືກັນໃນໂຄງການໃນຫົວຂໍ້ “ໜຶ່ງເສັ້ນທາງ ໜຶ່ງແລວທາງ”ໂຄງການດັ່ງກ່າວເປັນໂຄງການທີ່ມີທ່າແຮງໃນການສ້າງເສດຖະກິດໃຫ້ປະເທດລາວ ໃນວຽກງານການເຊື່ອມໂຍງ ສປ ຈີນ ສູ່ກຸມປະເທດອາຊຽນ ໂດຍທ່ານ ໄດ້ຍົກໃຫ້ເຫັນພາບລວມຂອງກົນໄກການຄຸ້ມຄອງປະສິດທິຜົນໃນການດຳເນີນງານ ຕະຫຼອດຮອດບົດບາດສຳຄັນຂອງ ລັດຖະບານລາວໃນການ ສ້າງຊ່ອງທາງໃຫ້ລັດຖະບານມີລາຍຮັບເຂົ້າງົບປະມານແຫ່ງລັດ ໃນຕໍ່ໜ້າ ຕາມກົດໝາຍ ແລະ ສັນຍາກ່ຽວຂ້ອງ ຂອງວຽກງານ ລຟຈ ໃນຕໍ່ໜ້າ. ເປັນຕົ້ນ ການຂົນສົ່ງຜູ້ໂດຍສານ, ສິນຄ້າ ແລະ ການຄ້າລະຫວ່າງປະເທດ ຊຶ່ງສາມາດສ້າງລັດຮັບໃຫ້ແກ້ ສປປ ລາວ ນັບມື້ນັບຫຼາຍຂື້ນ.
ທ່ານ ດາວຈິນດາ ສີຫາລາດ ໄດ້ມີຄຳເຫັນວ່າ: ການພັດທະນາລະບົບຄົມມະນາຄົມຂົນສົ່ງທາງລົດໄຟ ຖືວ່າເປັນການຍົກລະດັບໂຄງລ່າງພື້ນຖານ ເຊິ່ງເປັນໜ້າວຽກສໍາຄັນ ແລະ ຈໍາເປັນທີ່ສຸດ ເພື່ອເຊື່ອມໂຍງເສັ້ນທາງ ກໍ່ຄືການຂົນສົ່ງສິນຄ້າໃນແຕ່ລະເຂດຂອງ ສປປ ລາວ ເຂົ້າກັນ. ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ເລີມການສໍາຫຼວດອອກແບບ ໃນປີ 2010, ໄດ້ສໍາເລັດບົດ ວິພາກເສດຖະກິດ-ເຕັກນິກເບື້ອງຕົ້ນປີ 2011 ຄຽງຄູ່ກັບການສ້າງບົດວິພາກເສດຖະກິດ-ເຕັກນິກ ໄດ້ມີການ ເຈລະຈາກັບຝ່າຍຈີນກ່ຽວກັບຮູບແບບການລົງທຶນ ແລະ ແຫຼ່ງທຶນທີ່ຈະນໍາມາປະຕິບັດໂຄງການ. ຜ່ານການນໍາໃຊ້ຕົວຈິງ ເຫັນວ່າໄດ້ມີບົດບາດສໍາຄັນໃນການບໍລິການຂົນສົ່ງໂດຍສານ ແລະ ຂົນສົ່ງສິນຄ້າ ໃຫ້ແກ່ ສປປ ລາວ, ເປັນການສ້າງຄວາມອໍານວຍສະດວກໃຫ້ແກ່ການໄປມາຫາສູ່ກັນຂອງປະຊາຊົນລາວ. ພາຍຫຼັງເປີດນໍາໃຊ້ມາຮອດປະຈຸບັນ, ສາມາດຮັບໃຊ້ບໍລິການຂົນສົ່ງໂດຍສານໄດ້ ຫຼາຍກວ່າ 14 ລ້ານເທື່ອຄົນ ແລະ ຂົນສົ່ງສິນຄ້າໄດ້ ຫຼາຍກວ່າ 16 ລ້ານໂຕນ. ນອກນີ້, ບໍລິສັດທາງລົດໄຟລາວ-ຈີນ ກໍ່ຍັງໃຫ້ຄວາມສໍາຄັນສູງຕໍ່ຄວາມປອດໄພຂອງການເດີນທາງດ້ວຍລົດໄຟ ໂດຍສະເພາະຍາມມີພະຍຸເຂົ້າກໍ່ຈະຍຸດການເດີິນລົດຊົ່ວຄາວ ໃນຊ່ວງມີພາຍຸຝົນ ແລະ ອື່ນໆ ເພື່ອຮັບປະກັນດ້ານຄວາມປອດໄພຂອງປະຊາຊົນ ແລະ ຜູ້ປະກອບການ. ພ້ອມນີ້ ທ່ານ ຍັງໃຫ້ຮູ້ຕື່ມອີກວ່າ: ບໍລິສັດທາງລົດໄຟລາວ-ຈີນ ພວມດຳເນີນການ ຂະຫຍາຍຕາໜ່າງ ທາງລົດໄຟ ເພື່ອເຊື່ອມຈອດເສັ້ນທາງ ຂົນສົ່ງສິນຄ້າ ແລະ ໂດຍສານ ບັນດາແຂວງຂອງສປປລາວ ເພື່ອເພີ່ມຂີດຄວາມສາມາດເພີ່ມອັດຕາ ປະລິມານ ສິນຄ້າ ໃນການນຳເຂົ້າ ແລະ ສົ່ງອອກໃນຕໍ່ໜ້າຢ່າງຍືນຍົງ ຕາມຍຸດທະສາດສີຂຽວຂອງສອງ ພັກສອງລັດ ສປປ ລາວ ແລະ ສປ ຈີນ ຢ່າງໜັກແໜ້ນເຂັ້ມແຂງ.
ພ້ອມນັ້ນ, ທ່ານ ນາງ ແສງເດືອນ ໄຊຍະສອນ ໄດ້ມີທັດສະນະບາງຕອນສຳຄັນວ່າ: ເສັ້ນທາງລົດໄຟລາວ-ຈີນ ແມ່ນ ສັນຍາລັກ ແຫ່ງສາຍພົວພັນ ສອງ ພັກ ສອງລັດ ປະຊາຊົນ ສອງປະເທດ ລາວ-ຈີນ ໂຄງການທາງລົດໄຟລາວ-ຈີນ ຫຼື ແລວທາງເສດຖະກິດລົດໄຟລາວ-ຈີນ ແມ່ນເປັນໜຶ່ງໃນໂຄງການທີ່ສໍາຄັນ ເພື່ອຜັນຂະຫຍາຍຍຸດທະສາດການຫັນຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ໃຫ້ກາຍເປັນປະເທດໃຈກາງ ໃນການເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ ແລະ ສາກົນ, ເຊິ່ງວຽກດັ່ງກ່າວແມ່ນວຽກງານບູລິມະສິດສໍາຄັນອັນໜຶ່ງທີ່ນອນໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ຂອບການຮ່ວມມືພັດທະນາແລວທາງເສດຖະກິດລາວ-ຈີນ (2019-2030), ຂອບການຮ່ວມມືດັ່ງກ່າວ ໄດ້ຖືກລົງນາມຮ່ວມກັນ ຂອງ ສອງປະເທດລາວ ແລະ ຈີນ ໃນຄັ້ງວັນທີ 30 ເມສາ 2019 ແລະ ໃນວັນທີ 3-6 ກັນຍາ 2025 ການນໍາສອງປະເທດພົບປະໃນພິທີລະນຶກວັນໄຊຊະນະສົງຄາມຕ້ານຟາຊິດ ຄົບຮອບ 80 ປີ ທີ່ ສປ ຈີນ ຍັງໄດ້ຍົກ ໂຄງການທາງລົດໄຟລາວ-ຈີນ ມາປຶກສາກັນ ເພື່ອໃນການພັດທະນາເສດຖະກິດ-ສັງຄົມ, ໂດຍສະເພາະໃນການດຶງດູດເອົານັກລົງທຶນຈາກຕ່າງປະເທດ, ສົ່ງເສີມການພົວພັນຮວ່ມມືດ້ານການຄ້າ, ການແລກປຽ່ນສິນຄ້າ, ການໄປມາຫາສູ່, ການທອ່ງທ່ຽວ, ການລົງທຶນກັບອາຊຽນ, ສປ ຈີນ ແລະ ຢູໂຣບ.