• ກະຊວງການເງິນ
  • |
  • 2025-09-29
  • |
  • ວຽກງານພັກ-ພະນັກງານ

      ໃນວັນທີ 29 ກັນຍາ 2025, ກະຊວງການເງິນ ໄດ້ຈັດກອງປະຊຸມ ປະກອບຄໍາເຫັນຕໍ່ ຮ່າງ ລາຍງານການເມືອງ, ແຜນພັດທະນາຂະແໜງການເງິນ ໄລຍະ 05 ປີ ແລະ ທາບທາມບຸກຄະລາກອນ ເພື່ອສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງການເງິນ ສະໄໝທີ IV ໂດຍການເປັນປະທານຂອງ ສະຫາຍ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີ ກະຊວງການເງິນ, ມີສະຫາຍ ຮອງເລຂາຄະນະບໍລິຫານງານພັກກະຊວງ, ກໍາມະການປະຈໍາພັກ ພ້ອມດ້ວຍສະຫາຍຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການສູນກາງພັກ ແລະ ບັນດາສະຫາຍຜູ້ແທນກອງປະຊຸມ ເຂົ້າຮ່ວມ.

          ໃນກອງປະຊຸມ ໄດ້ຜ່ານ ຮ່າງ ລາຍງານການເມືອງ ຂອງຄະນະບໍລິຫານງານພັກ ກະຊວງການເງິນ ສະໄໝທີ III; ຮ່າງ ບົດສໍາຫຼວດການນໍາພາລວມ ແລະ ຮ່າງ ແຜນພັດທະນາຂະແໜງການເງິນ ເພ່ື່ອໃຫ້ບັນດາຜູ້ແທນ ໄດ້ຄົ້ນຄວ້າປະກອບຄໍາຄິດຄໍາເຫັນ ຕໍ່ບັນດາ ຮ່າງ ເອກະສານ ດັ່ງກ່າວ.

         ໂອກາດນີ້, ສະຫາຍ ສັນຕິພາບ ພົມວິຫານ ໃຫ້ຮູ້ວ່າ: ກອງປະຊຸມ ຄັ້ງນີ້ໄດ້ໄຂຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມອອກແຮງແຂ່ງຂັນກັນຈັດຕັັ້ງຜັນຂະຫຍາຍມະຕິ ຂອງກອງປະຊຸມໃຫຍ່ ຄັັ້ງທີ XI ຂອງພັກ ຕິດພັນກັບ ການຈັດຕັັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັັ້ງທີ IX (2021-2025) ໃຫ້ປະກົດຜົນເປັນຈິງ ໂດຍສະເພາະ ອົງຄະນະພັກກະຊວງການເງິນ ພວມສຸມໃສ່ຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2025 ໃຫ້ບັນລຸຜົນສຳເລັດຕາມຄາດໝາຍ ແລະ ສ້າງຜົນງານຂໍ່ານັບຮັບຕ້ອນສາມວັນປະຫວັດສາດ ຂອງຊາດ, ຂອງພັກ ແລະ ວັນສ້າງຕັ້ງຂະແໜງການເງິນ ຄົບຮອບ 75 ປີ ຢ່າງເປັນຂະບວນການຟົດຟື້ນ. ພ້ອມກັນນັ້ນ, ສະຫາຍ ເລຂາຄະນະບໍລິຫານງານພັກກະຊວງ ຍັງໄດ້ສະແດງຄວາມເຊື່ອໝັ້ນຕໍ່ບັນດາສະຫາຍກຳມະການປະຈໍາພັກ, ກຳມະການຄະນະບໍລິຫານງານພັກກະຊວງ ຕະຫຼອດຮອດຜູ້ແທນສົມບູນ ແລະ ສຳຮອງ ຈົ່ງພ້ອມກັນເຊີດຊູຄວາມຮັບຜິດຊອບສູງ, ສຸມຈິດສຸມໃຈ ແລະ ສະຕິປັນຍາຂອງຕົນເຂົ້າໃນການຄົ້ນຄວ້າ, ເລືອກເອົາບຸກຄະລາກອນຜູ້ທີ່ມີຄວາມຮູ້, ຄວາມສາມາດ, ມີມາດຖານເງື່ອນໄຂຄົບຖ້ວນຕາມທີ່ໄດ້ກຳນົດ ເພື່ອປະກອບເຂົ້າໃນໂຄງປະກອບຄະນະບໍລິຫານງານພັກ ກະຊວງການເງິນ ຊຸດໃໝ່ ເພື່ອສືບຕໍ່ນໍາພາ-ຊີ້ນຳຂະແໜງການເງິນ ໃຫ້ມີຄວາມເຂັ້ມແຂງ.

       ໃນກອງປະຊຸມ ຄັ້ງນີ້, ສະຫາຍ ພູຂົງ ພິລາເພັດ ຄະນະຈັດຕັ້ງສູນກາງພັກ, ຫົວໜ້າກົມກໍ່ສ້າງພັກ ໄດ້ຂຶ້ນຜ່ານເນື້ອໃນມາດຖານ, ເງື່ອນໄຂຂອງຜູ້ສະໝັກເຂົ້າໂຄງປະກອບຄະນະບໍລິຫານງານພັກກະຊວງການເງິນ ສະໄໝທີ IV (ຮອບທີ II)  ແລະ ແນະນຳວິທີການຕ່າງໆ ຈາກນັ້ນ, ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ໄດ້ດຳເນີນການປ່ອນບັດທາບທາມຕາມຂັ້ນຕອນທີ່ໄດ້ກຳນົດໄວ້ໃນລະບຽບການ.

© 2025 Copyright: ກະຊວງການເງິນ, ສປປ ລາວ