ໃນວັນທີ 30 ກັນຍາ 2025, ກະຊວງການເງິນ ໄດ້ຈັດກອງປະຊຸມ ຝຶກອົບຮົມການຈັດສັນງົບປະມານເຂົ້າໃນວຽກງານຄຸ້ມຄອງຄອງໄພພິບັດ ຢ່າງມີປະສິດທິພາບ ດ້ວຍການນຳໃຊ້ ແບບຈຳລອງຄວາມສ່ຽງໄພພິບັດ ແລະ ແບບຈຳລອງເສດຖະກິດມະຫາພາກ ຄັ້ງທີ 2, ໂດຍການເປັນປະທານຂອງທ່ານ ປອ ສິດທິຣົດ ຣາຊະພົນ ຫົວໜ້າກົມນະໂຍບາຍເສດຖະກິດ ແລະ ການເງິນ, ມີທ່ານ ອໍເພີ ອາຣາສ ຊ່ຽວຊານຫ້ອງການເສດຖະກິດປະຈຳ UNDRR ປະເທດໄທ, ທ່ານ ອໍເມີ້ ຄານ ຄາຣາຮານ ຊ່ຽວຊານດ້ານສະຖິຕິປະຈຳໂຄງການ ພ້ອມດ້ວຍຄະນະກົມກ່ຽວຂ້ອງ ແລະ ແຂກຖຶກເຊີນເຂົ້າຮ່ວມ, ເຊິ່ງກອງປະຊຸມດັ່ງກ່າວໄດ້ຮັບການສະໜັບສະໜູນໂດຍ: ອົງການສະຫະປະຊາຊາດ ເພື່ອຫຼຸດຜ່ອນຄວາມສ່ຽງໄພພິບັດ (UNDRR). ໃນກອງປະຊຸມ ທ່ານ ປອ ສິດທິຣົດ ຣາຊະພົນ ຫົວໜ້າກົມນະໂຍບາຍເສດຖະກິດ ແລະ ການເງິນ ໄດ້ກ່າວວ່າ: ການຝຶກອົບຮົມການຈັດສັນງົບປະມານເຂົ້າໃນວຽກງານຄຸ້ມຄອງຄອງໄພພິບັດ ຢ່າງມີປະສິດທິພາບ ດ້ວຍການນຳໃຊ້ ແບບຈຳລອງຄວາມສ່ຽງໄພພິບັດ ແລະ ແບບຈຳລອງເສດຖະກິດມະຫາພາກ ຄັ້ງທີ 2 ໃນຄັ້ງນີ້ ແມ່ນເປັນການສືບຕໍ່ ຝຶກອົບຮົມທາງອອນລາຍທີ່ບັນດາທ່ານໄດ້ເຂົ້າຮ່ວມຝຶກອົບຮົມ ນັບແຕ່ ວັນທີ 20 ພຶດສະພາ 2025 ເຊິ່ງການຝຶກອົບຮົມໃນຄັ້ງນີ້ ແມ່ນຈະໄດ້ຮັບຟັງການບັນຍາຍຂອງທ່ານ ອໍເມີ້ ຄານ ຄາຣາ ຮານ ຊ່ຽວຊານທາງດ້ານສະຖິຕິປະຈຳໂຄງການ ເພື່ອສຶບຕໍ່ຊຸກຍູ້ກອບການສ້າງຂີດຄວາມສາມາດ ໃຫ້ແກ່ພະນັກງານລັດ ໃຫ້ມີຄວາມຮູ້ດ້ານວິຊາການໃນວຽກງານດັ່ງກ່າວຢ່າງເລີດເຊິງ ແລະ ເປັນວຽກງານໜຶ່ງທີສຳຄັນຕິດພັນໂດຍກົງກັບຄວາມຮັບຜິດຊອບຂອງຂະແໜງການເງິນ ເພື່ອນໍາໃຊ້ເຂົ້າໃນການຄົ້ນຄວ້າ ແລະ ວິເຄາະ ບັນຫາໃຫ້ຖຶກຕ້ອງ, ຊັດເຈນ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ ໃນແຕ່ລະໄລຍະ, ພ້ອມທັງເນັ້ນໃສ່ເສີມສ້າງທັກສະໃນການນໍາໃຊ້ແບບຈໍາລອງເສດຖະກິດມະຫາພາກ ແລະ ການເງິນ (MFMOD) ເພື່ອວິເຄາະຄວາມສ່ຽງໄພພິບັດ ແລະ ນໍາສະເໜີວິທີການເຊື່ອມສານຜົນກະທົບຈາກໄພພິບັດ ເຂົ້າໃນແບບຈໍາລອງເສດຖະກິດມະຫາພາກ, ຄາດຄະເນຜົນກະທົບຂອງເຫດການເຫຼົ່ານີ້ ຕໍ່ເສດຖະກິດມະຫາພາກ ແລະ ງົບປະມານແຫ່ງລັດ, ສະແດງໃຫ້ເຫັນວິທີການລວມເອົາຜົນໄດ້ຮັບຈາກແບບຈໍາລອງ CAT ແລະ ແບບຈໍາລອງເສດຖະກິດມະຫາພາກ ເຂົ້າໃນກອບການວິເຄາະອັນດຽວກັນ ເພື່ອວິເຄາະຕົ້ນທຶນ-ຜົນປະໂຫຍດ ຂອງການນໍາໃຊ້ເຄື່ອງມືນະໂຍບາຍ ແລະ ການຈັດສັນງົບປະມານເຂົ້າໃນວຽກງານຄຸ້ມຄອງໄພພິບັດ ເຂົ້າໃນນະໂຍບາຍການເງິນ ແຕ່ລະໄລຍະຕາມການຫັນວຽກງານຂະແໜງການເງິນເປັນທັນສະໄໝ. ການຝຶກອົບຮົມຄັ້ງນີ້ ຈະໄດ້ຝຶກເປັນ ເວລາ 03 ວັນ ນັບແຕ່ວັນທີ 30 ກັນຍາ ຫາ 02 ຕຸລາ 2025.
