• ກະຊວງການເງິນ
  • |
  • 2025-09-26
  • |
  • ວຽກງານພັກ-ພະນັກງານ

        ໃນວັນທີ 26 ກັນຍາ 2025 ກະຊວງການເງິນ ໄດ້ຈັດພິທີປະກາດການຈັດຕັ້ງພະນັກງານນໍາພາ-ຄຸ້ມຄອງ ຂອງສູນສະຖິຕິແຫ່ງຊາດ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ພອນວັນ ອຸທະວົງ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີ ກະຊວງການເງິນ, ມີທ່ານ ຟອງສະມຸດ ຄຳວານວົງສາ ຮອງຫົວໜ້າສູນສະຖິຕິແຫ່ງຊາດ, ມີບັນດາທ່ານ ຫົວກົມ, ຮອງຫົວໜ້າຫ້ອງການ, ຮອງກົມ, ຄະນະອຳນວຍການລັດວິສາຫະກິດ ທີ່ຂື້ນກັບກະຊວງການເງິນ ແລະ ພະນັກງານຫຼັກແຫຼ່ງຂອງສູນສະຖິຕິແຫ່ງຊາດເຂົ້າຮ່ວມ.

        ໃນພິທີ, ທ່ານ ພູວັນ ໄຊຍະວົງ ຮອງຫົວໜ້າກົມຈັດຕັ້ງ ຕາງໜ້າຄະນະປັບປຸງກົງຈັກການຈັດຕັ້ງ ໄດ້ແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 1646/ຄຈສພ, ລົງວັນທີ 18 ກັນຍາ 2025, ຄຳສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 667/ຄລສພ, ລົງວັນທີ 28 ກໍລະກົດ 2025 ແລະ ດຳລັດ ຂອງນາຍົກລັດຖະມົນຕີ ສະບັບເລກທີ 561/ນຍ, ລົງວັນທີ 15 ກັນຍາ 2025 ວ່າດ້ວຍການແຕ່ງຕັ້ງ ທ່ານ ວີສອນ ລາວເມົາ ເປັນຮອງຫົວໜ້າສູນສະຖິຕິແຫ່ງຊາດ.

        ພ້ອມນີ້, ທ່ານ ນາງ ພອນວັນ ອຸທະວົງ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີ ກະຊວງການເງິນ ໄດ້ມີຄຳເຫັນໂອ້ລົມຕໍ່ພິທີປະກາດການຈັດຕັ້ງ,​ ເຊິ່ງການປັບປຸງກົງຈັກການຈັດຕັ້ງ ໃນຄັ້ງນີ້ວ່າ: ການແຕ່ງຕັ້ງຍົກຍ້າຍ ສັບຊ້ອນໝູນວຽນພະນັກງານ ເປັນວຽກງານປົກກະຕິ ຂອງວຽກງານຄຸ້ມຄອງບຸຄະລາກອນ ບົນພື້ນຖານຫຼັກການມີຂຶ້ນ-ມີລົງ, ມີເຂົ້າ-ມີອອກ ແລະ ໝູນວຽນປ່ຽນແທນ,ຜູ້ທີ່ໄດ້ຖືກແຕ່ງຕັ້ງ, ຍົກຍ້າຍ ມາຮັບໜ້າທີ່ໃໝ່ຢູ່ສູນສະຖິຕິແຫ່ງຊາດ ກໍເປັນຜູ້ທີ່ມີຄວາມຮູ້ ຄວາມສາມາດ ແລະ ປະສົບການໃນການນໍາພາ-ຊີ້ນໍາວຽກງານປິ່ນອ້ອມ ແລະ ເຊື່ອໝັ້ນວ່າຈະນໍາເອົາບົດຮຽນ ແລະ ປະສົບການທີ່ມີ ສືບຕໍ່ປັບປຸງແກ້ໄຂໃນວຽກງານທີ່ໄດ້ຮັບມອບໝາຍ ໃຫ້ມີໃບໜ້າໃໝ່, ມີຄວາມເຂັ້ມແຂງ ແລະ ມີຜົນສໍາເລັດ ຕາມລະດັບຄາດໝາຍ. ພ້ອມນີ້, ທ່ານຍັງໄດ້ເນັ້ນໃຫ້ສູນສະຖິຕິແຫ່ງຊາດຍົກສູງບົດບາດການປະສານງານ, ການພົວພັນ ແລະ ຮ່ວມມືດ້ານວຽກງານສະຖິຕິ ຮ່ວມກັບປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສະຖິຕິໃນພາກພື້ນ ແລະ ສາກົນ ແນ່ໃສ່ສ້າງຄວາມເຂັ້ມແຂງໃຫ້ການຈັດຕັ້ງສະຖິຕິບັນດາຂະແໜງການອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ ໃຫ້ເປັນຫົວໜ່ວຍເກັບກຳສັງລວມຂໍ້ມູນເບື້ອງຕົ້ນ ແລະ ຜະລິດສະຖິຕິພື້ນຖານຂອງຂະແໜງການ ແລະ ທ້ອງຖິ່ນ, ຍາດແຍ່ງການຊ່ວຍເຫຼືອ ແລະ ການຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ດ້ວຍການເຊື່ອມໂຍງ, ແລກປ່ຽນບົດຮຽນທາງດ້ານວິຊາການ, ເຕັກໂນໂລຊີ, ຂໍ້ມູນຂ່າວສານ ແລະ ລະບອບວິທີວິທະຍາສະຖິຕິ ເພື່ອພັດທະນາວຽກງານສະຖິຕິໃຫ້ມີຄວາມເຂັ້ມແຂງໄປສູ່ຄວາມທັນສະໄໝຕາມມາດຖານສາກົນ ເທື່ອລະກ້າວ.

© 2025 Copyright: ກະຊວງການເງິນ, ສປປ ລາວ