ໃນວັນທີ 26 ກັນຍາ 2025, ຫ້ອງການ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແລະ ຫ້ອງການ ຄະນະກໍາມະການຮ່ວມມື ລາວ-ຫວຽດນາມ, ກະຊວງການເງິນ ໄດ້ຈັດກອງປະຊຸມພົບປະແລກປ່ຽນດ້ານວິຊາການ ໂດຍການເປັນປະທານຮ່ວມ ຂອງ ທ່ານ ປອ ວັນທະນາ ນໍລິນທາ ຫົວໜ້າຫ້ອງການ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແລະ ທ່ານ ຈັນທະພອນ ຄຳມະນີຈັນ ຫົວໜ້າຫ້ອງການ ຄະນະກໍາມະການຮ່ວມມື ລາວ-ຫວຽດນາມ, ກະຊວງການເງິນ ມີຄະນະຫ້ອງການ, ຄະນະພະແນກ ແລະ ວິຊາການຂອງສອງຫ້ອງການເຂົ້າຮ່ວມ. ການແລກປ່ຽນດ້ານວິຊາການຄັ້ງນີ້ ເພື່ອເປັນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຂອງອົງຄະນະພັກກະຊວງການເງິນ ສະໄໝທີ IV ແລະ ຍັງເປັນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງ ໜ່ວຍພັກຫ້ອງການ ຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້ ການສ້າງຂະບວນດັ່ງກ່າວ ຕິດພັນກັບວຽກງານວິຊາສະເພາະ ລ້ວນແລ້ວເປັນຂະບວນການຕ້ອນຮັບກອງປະຊຸມ, ທັງເປັນການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງຄະນະນໍາກະຊວງການເງິນ ແລະ ຄະນະນຳ ຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ໂດຍການພ້ອມກັນປຶກສາຫາລືແກ້ໄຂບັນດາຂໍ້ຄົງຄ້າງຂອງການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ. ກອງປະຊຸມແລກປ່ຽນຄັ້ງນີ້ ທັງສອງຝ່າຍໄດ້ແລກປ່ຽນກັນຢ່າງກົງໄປກົງມາ ໂດຍສະເພາະແມ່ນບັນຫາທີ່ຕິດພັນກັບການລົງທຶນຂອງວິສາຫະກິດຫວຽດນາມຢູ່ລາວ, ພ້ອມທັງປຶກສາຫາລືທິດທາງ, ກົນໄກປະສານງານລະຫວ່າງສອງຫ້ອງການໃນຕໍ່ໜ້າ ເຮັດໃຫ້ການຄຸ້ມຄອງການລົງທຶນຂອງຕ່າງປະເທດຢູ່ລາວ ມີປະສິດທິຜົນສູງຂຶ້ນ ພ້ອມນັ້ນ ສອງຝ່າຍຍັງໄດ້ປະກອບຄຳຄິດເຫັນໃສ່ຫົວຂໍ້ແລກປ່ຽນ ຕາມການປະຕິບັດວຽກງານຕົວຈິງ ຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ ແລະ ເປັນປະໂຫຍດ ເພື່ອນຳໄປໝູນໃຊ້ ແລະ ເປັນແບບແຜນໃນການພັດທະນາຕໍ່ໜ້າ.
